ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີກວ່າເກົ່າ

14:01 | 28/11/2022

ຍ​ສ​ໝ - ທ່ານ​ນາງ ​ດິງ​ທິ​ເຟືອງ​ຖ໋າວ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ: ການ​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ປະ​ຕິ​ບັດ​ວຽກ​ງານສັງ​ຄົມ ແມ່ນ​ທ່າ​ແຮງ​ຂອງ​ຄະ​ນ​ະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ. ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ກາ​ນ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ສົມ​ທົບ​ວຽກ​ງ​ານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບຫຼາຍ​ທ້ອ​ງ​ຖິ່ນ​ຄື: ຕຽນ​ຢາງ, ເບັ້ນ​ແຈ, ດົ່ງ​ທາບ, ດົ່ງ​ນາຍ, ດ່າ​ນັ້ງ…

ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO
ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີກວ່າເກົ່າ
ທ່ານ​ນາງ ດິງ​ທິ​ເຟືອງ​ຖ໋າວ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່​າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ມອບ ຂອງ​ຂວັນ​ໃຫ້​ແກ່​ທ່ານ ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອານ​ຢາງ ເລ​ແທັງ​ເລິບ

ຫວ່າງແລ້ວນີ້, ທ່ານ​ນາງ ດິງ​ທິ​ເຟືອງ​ຖ໋າວ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່​າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອານ​ຢາງ ເລ​ແທັງ​ເລິບ ແລະ ທ່ານ ດັ້ງ​ເວັນ​ເນນ.

ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ແທັງ​ເລິບ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ​ອານ​ຢາງ ໄດ້​ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ນະ​ຄອນ​ໂຮ່​ຈີ​ມິນ ໜູນ​ຊ່ວຍ​ການ​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຊ່ວຍ​ແຂວງຈ​ັດ​ຕັ້ງກອງ​ປະ​ຊຸ​ມສົ່ງ​ເສີມ​ການ​ລົງ​ທຶນ​ມຸ່ງ​ໄປ​ເຖິງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ໄຍະ​ຈະ​ມາ​ເຖິງ, ການ​ເຊັນ​ບົດ​ບັນ​ທຶກ​ກ່ຽ​ວ​ກັບ​ການ​ປະສານສົມທົບວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ລະ​ຫວ່າງ​ສອງ​ຫົວ​ໜ່ວຍ.

ທ​່ານ ​ເລິບ ​ໃຫ້​ຮູ້​ວ່າ ທ່າ​ແຮງ​ຂອງ​ອານ​ຢາງ ແມ່ນ​ກ່ຽວ​ກັບ​ກະ​ສິ​ກຳ ແລະ ການ​ທ່ອງ​ທ່ຽວ​ດ້ານ​ວັດ​ທະ​ນະ​ທຳ​ສັກ​ກະ​ລະ​ບູ​ຊາ. ທາງ​ແຂວງ​ອານ​ຢາງ ປັດ​ຈຸ​ບັນ​ມີ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ໂຄງ​ການ​ຮຽກ​ຮ້ອງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢາກ​ແນະ​ນຳ ແລະ ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ, ພິ​ເສ​ດ​ແມ່ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ດັ້ງ​ທິ​ເຟືອງ​ຖ໋າວ​ ໃຫ້​ຮູ້​ວ່າ: ກ​ານ​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ບັນ​ດາ​ທ້ອ​ງ​ຖິ່ນ ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ປະ​ຕິ​ບັດ​ວຽກ​ງານ​ສັງ​ຄົມ​ແມ່ນ​ທ່າ​ແຮງ​ຂອງ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ. ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການ ກ່ຽວ​ກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ຽວ​ຈຳ​ກ່ຽວ​ກັບ​ວຽກ​ງານຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບຫຼາຍ​ທ້ອງ​ຖິ່ນ​ຄື: ຕຽນ​ຢາງ, ເບັ້ນ​ແຈ, ດົ່ງ​ທາບ, ດົ່ງ​ນາຍ, ດ່າ​ນັ້ງ… ​ສະ​ເພາະ​ແຂວງ​ອານ​ຢາງ, ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຈັດຕັ້ງໃຫ້​ຄະ​ນະ​ນັກ​ທຸ​ລະ​ກິດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມາ​ເຮັດ​ວຽກັບ​ການ​ນຳ​ແຂວງ ອານ​ຢາງ​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ລະ​ດົມ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ປີ 2019, ເຊື່ອ​ໝັ້ນ​ວ່າ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ຫົວ​ໜ່ວຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃຫ້​ດີ​ກ່​ວາ​ອີກ.

ໃນ​ຂອບ​ເຂດ​ການ​ເຮັດ​ວຽກ, ການ​ນຳ​ສອງ​ຫົວ​ໜ່ວຍ​ກໍ່​ແບ່ງ​ປັນ ແລະ ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ບາງ​ຂໍ້​ມູນ ແລະ ບົດ​ຮຽນ​ປະ​ສົບ​ການ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.