ຫວັງວ່າ ກຳ​ປູ​ເຈຍ ຈະສືບ​ຕໍ່​ໜູນ​ຊວ່​ຍຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ທຳ​ມາ​ຫາ​ກິນ, ດຳ​ລົງ​ຊີ​ວິດ​ຢູ່​ກຳ​ປູ​ເຈຍ

07:22 | 14/11/2022

ຍ​ສ​ໝ - ທີ່​ການພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຫວັງ​ວ່າ ປະ​ເທດ​ນີ້ ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວເຊື້ອ​ຊາດ​ຫວຽດ​ນາມ ທີ່ພວມດຳ​ລົງ​ຊວິດ, ທຳ​ມາ​ຫາ​ກິນ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

ຫ​ວ່າງ​ມໍ່ໆ​ມາ​ນີ້, ຢູ່​ສຳ​ນັກ​ງານ​ສະ​ພາ​ສູງ​ກຳ​ປູ​ເຈຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Samdech Say Chhum.

ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ມາ​ຢ້ຽມຢາມ​ລາຊະ​ອານາຈັກ ກຳປູ​ເຈຍ ເປັນ​ຄັ້ງ​ທຳ​ອິດ ​ແລະ ​ໄດ້ເຫັນ​ປະ​ຈັກ​ຕາ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ “ປະ​ເທດວັດທາດ”; ທ່ານ​ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ມາ​ຍັງ​ທ່ານ​ປະ​ທານ​, ແລະ ສະ​ແດງ​ຄວາມຊົມ​ເຊີຍຕໍ່​ເລື່ອງ ກຳປູ​ເຈຍ ​ໄດ້ປະສົບ​ຜົນສຳ​ເລັດໃນການຈັດ​​ການ​ເລືອກ​ຕັ້ງ​ສະພາປະ​ຊາ​ຊົນ ຕາ​ແສງ/ເມືອງ ຊຸດ​ທີ V ​ເດືອນ ມິຖຸນາ ​ແລະ ຍາດ​ໄດ້​ບັນດາ​ຜົນງານ​ສຳຄັນ​ຫລາຍ​ຢ່າງ; ທ່ານ​ສະ​ແດງ​ຄວາມເຊື່ອ​ໝັ້ນ​ໃນ​ການ​ປົກຄອງ​ຂອງ​ພະ​ບາດ​ສົມ​ເດັດພະ​ບໍ​ລົມ​ມະ​ນຽດ Norodom Sihamoni ແລະ ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ສະພາ​ສູງ, ສະພາ​ແຫ່ງ​ຊາດ, ລັດ​ຖະບານ ແລະ ປະ​ຊາ​ຊົນກຳປູ​ເຈຍ ຈະ​ສືບ​ຕໍ່​ບັນລຸໄດ້ໄຊຊະນະ​ໃໝ່​ຫຼາຍ​ຢ່າງ​ໃນ​ພາລະກິດແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ກໍ່​ຄື​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຕົນ​ຢູ່​ພາກ​ພື້ນ ​ແລະ ​ບົນ​ເວທີ​ສາກົນຢ່າງ​ບໍ່​ຢຸດ​ຢັ້ງ.

ຫວັງວ່າ ກຳ​ປູ​ເຈຍ ຈະສືບ​ຕໍ່​ໜູນ​ຊວ່​ຍຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ທຳ​ມາ​ຫາ​ກິນ, ດຳ​ລົງ​ຊີ​ວິດ​ຢູ່​ກຳ​ປູ​ເຈຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Samdech Say Chhum

ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Say Chhum ສະ​ແດງ​ຄວາມ​ດີ​ໃຈເມື່ອ​ໄດ້ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ອີກ​ຄັ້ງໜຶ່ງ, ທ່ານຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຄັ້ງ​ນີ້ວ່າ ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ໜູນ​ຊ່ວຍ​ອັນ​ແຮງ​ກ້າ​ຂອງ​ຫວຽດ​ນາມ ທີ່​ສະ​ຫງວນ​ໃຫ້​ແກ່ ກຳ​ປູ​ເຈຍ ໃນບົດບາດ​ເປັນ​ປະທານ​ອາ​ຊຽນ 2022 ອີກ​ດ້ວຍ.

ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຫວຽດນາມ - ກຳປູ​ເຈຍ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້; ທ່ານຕີ​ລາຄາ​ສູງ​ເລື່ອງ 2 ຝ່າຍ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ເປັນ​ປະຈຳໃນ​ທຸກ​ຊ່ອງ​ທາງ, ສົມທົບ​ກັນ​ເພື່ອ​ຈັດ​ຕັ້ງສຳ​ເລັດການເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃນ “ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ 2022” ຄົບຮອບ 55 ປີແຫ່ງ​ປີ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ເສີມ​ຂະ​ຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້ເປັນ​ຢ່າງ​ດີ, ພ້ອມ​ທັງ​ຮ່ວມ​ມື​ໃນ​ຂອບ​ການ​ຮ່ວມ​ມື​ສາກົນ, ພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນໃຫ້ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ.

ໂດຍໄດ້ແຈ້ງ​ໃຫ້​ທ່ານ​ປະທານ​ສະພາ​ສູງ Xay Chhum ຮັບ​ຊາບກ່ຽວ​ກັບ​ໝາກຜົນ​ການ​ພົບ​ປະ​ເຈລະຈາ​ກ່ອນ​ນັ້ນ ກັບ​ທ່ານ​ນາຍົກລັດຖະມົນຕີ Samdech Techo Hun Sen, ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ຫວັງ​ວ່າ ສະພາ​ສູງ ກຳປູ​ເຈຍ ຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ; ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ ​ແລະ ​ເຮັດ​ວຽກ​ຢ່າງ​ໝັ້ນຄົງ ​ແລະ ​ເຊື່ອມຕົວເຂົ້າ​ກັບ​ສັງຄົມ​ປະ​ຈ​ຳ​ຖິ່ນເປັນ​ຢ່າງ​ດີ; ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ ​ແລະ ຍາວ​ນານ​ຢູ່ ກຳປູ​ເຈຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ຜ່ານ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ, ທ່ານປະທານ​ສະພາ​ສູງ ​Say Chhum ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ສະໜິດ​ສະໜົມ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງ​ເຫ້ວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.