ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ

13:38 | 07/12/2022

ຫວ່າງແລ້ວນີ້, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Fukuoka, ຍີ່​ປຸ່ນ ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Fukuoka (AVF) ໄດ້​ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ​ປະ​ກາດ​ວັນ​ບຸນ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 - Vietnamese Lunar New Year Festival” ຢູ່​ສຳ​ນັກ​ງານ​ຫ້ອງ​ການ​ສະ​ຖານ​ກົງ​ສູນ​ໃຫຍ່ ແລະ ​ທາງ​ໄກ​ກັບ​ບັນ​ດາ​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ຢູ່​ຍີ່​ປຸ່ນ ແລະ ຫວຽດ​ນາມ.

ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ
GDP ຫວຽດນາມ ປີ 2023 ອາດຈະບັນລຸ 6,7% GDP ຫວຽດນາມ ປີ 2023 ອາດຈະບັນລຸ 6,7%
ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ
ທ່ານ​ນາງ ຫວູ​ຈີ​ມາຍ - ຫົວ​ໜ້າ​ສ​ະ​ຖານ​ກົງ​ສູນ​ໃຫຍ່ ສ​ສ.ຫວຽດ​ນາມ ປະ​ຈຳ Fukuoka

ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ນອນ​ໃນ​ບັນ​ດາ​ລະ​ບົບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຍີ່​ປຸ່ນ, ຂີດ​ໝາຍ​ສຳ​ຄັ​ນ​ໃນ​ປະ​ຫວັດ​ສາດ​ທີ່​ສະ​ໜິດ​ຕິດ​ພັນ, ສາ​ມັກ​ຄີ ແລະ ພັດ​ທະ​ນາ​ຂອງ​ສອງ​ຊາດ, ພ້ອມ​ທັງ​ເປີດ​ລາຍ​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ກ່​ວາ​ອີກ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ບືນ​ຕົນ​ຂຶ້ນ​ອອກ​ສູ່​ລະ​ດັບ​ພາກ​ພື້ນ ແລະ ໂລກ ດ້ວຍ​ຖາ​ນະ​ເປັນ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ທີ່​ຕັ້ງ​ເທົ່າ​ທຽມ​ກັນ ພ້ອມ​ກັບ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້ແກ່​ກັນ.

ວັນ​ບຸນ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ໄດ້​ຈັດ​ຂຶ້ນ​​ສອງວັນ​ແມ່ນ 7 – 8 ພະ​ຈິກ ປີ 2023 ຢູ່​ສວນ​ສາ​ທາ​ລະ​ນະ Maizuru ຢູ່​ໃຈ​ກາງ​ນະ​ຄອນ Fukuoka, ທີ່​ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ຍີ່​ປຸ່ນ ເວົ້າ​ລວມ, ຢູ່ Fukuoka ແລະ ບັນ​ດາ​ທ້ອງ​ຖິ່ນ​ໃກ້​ຄຽງ​ເວົ້າ​ສະ​ເພາະ. ນີ້​ແມ່ນ​ຄັ້ງ​ທີ 4 ທີ່ວັນ​ບຸນ​ໄດ້ຮັບການ​ຈັດ​ຕັ້ງ​ ​ດ້ວຍ​ຂອບ​ຂະ​ໜາດໃຫຍ່ ແລະ ມີ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມຫຼາຍ​ທີ່​ສຸດ​ໃນ​ບັນ​ດາ​ເຫດ​ການ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ.

ທ່ານ​ນາງ ຫວູ​ຈີ​ມາຍ - ຫົວ​ໜ້າ​ສ​ະ​ຖານ​ກົງ​ສູນ​ໃຫຍ່ ສ​ສ.ຫວຽດ​ນາມ ປະ​ຈຳ Fukuoka, ຮັບ​ຜິດ​ຊອບເຂດກົງສູນ​ 8 ແຂວງ​ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຍີ່​ປຸ່ນ ກ່າວ​ຄຳ​ເຫັນ​ໄຂ​ການ​ຖະ​ແຫຼງ​ຂ່າວ ເນັ້ນ​ໜັກ​ວ່າ ວັນ​ບຸນລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ແມ່ນ​ເຫດ​ການ​ປະ​ຈຳ​ປີ ໄດ້ດຶງ​ດູດ​​ຄວາມ​ສົນ​ໃຈ​ພິ​ເສດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ປະ​ຊາ​ຊົນ​ເຂດ Kuyshu - Okinawa, ໂດ​ຍ​ສະ​ແດງ​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ຍີ່​ປຸ່ນ​ເວົ້າ​ສະ​ເພາະ, ແມ່ນ​ໜຶ່ງ​ໃນ​ບັນ​ດ​ຈຸດ​ເນັ້ນ​ໜັກ​ສຳ​ຄັນ​ໃນ​ບັນ​ດາ​ເຫດ​ການ​ເປີດ​ສາກ​ໃຫ້​ແກ່​ປີ​ສະ​ເຫຼີມ​ສະຫຼ​ອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ.

ທ່າ​ນນາງ ຫວູ​ຈີ​ມາຍ ໄດ້​ຮຽກ​ຮ້ອງ​ການ​ຮ່ວມ​ແຮງ​ຮ່​ວມ​ໃຈ ປະ​ກອບ​ເຫື່ອ​ແຮງ​ນັບ​ທັງດ້ານ​ວັດ​ຖຸ ແລະ ຈິດ​ໃຈ ຂອງ​ບັນ​ດາ​ອົງ​ການ, ອົງ​ການ​ຈັ​ດ​ຕັ້ງ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມ ແລະ ເພື່ອນ​ມິດ, ຄູ່​ຮ່ວມ​ມື​ຍີ່​ປຸ່ນ, ເພື່ອ​ສ້າງ​ເຫດ​ການ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຫດ​ການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ ຫວຽດ​ນາມ - ຍີ່​ປຸ່ນ​ທີ່​ສຳ​ຄັນ​ໃນ​ປີ 2023.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.