8 ໜ້າ​ທີ່​ໃນ​ວຽກ​ງານ​ມະ​ຫາ​ສະ​ມັກ​ຄີ​ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

10:34 | 05/12/2022

ທ່ານ​ໂງ​ຈິງ​ຮ່າ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ​ແບ່ງ​ປັນ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດສຳ​ລັບ​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 20 ປີ​ຜ່ານ​ມາ.

ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ
ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
8 ໜ້າ​ທີ່​ໃນ​ວຽກ​ງານ​ມະ​ຫາ​ສະ​ມັກ​ຄີ​ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ທ່ານ​ໂງ​ຈິງ​ຮ່າ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ

ວຽກ​ງານ​ມະ​ຫາ​ສາ​ມັກ​ຄີ​ສຳ​ລັບ​ປະ​ສາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ບັນ​ລຸ​ໄດ້​ບາດ​ກ້າວຫຼາຍ​ຢ່າງ

ທ່ານ​ ​ຕີ​ລາ​ຄາ​ແນວ​ໃດ​ກ່ຽວ​ກັບ​ໝາກ​ຜົນ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ມະ​ຫາ​ສາ​ມັກ​ຄີ​ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ?

ພາຍຫຼັງ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 23-NQ/TW, ວຽກ​ງານມະ​ຫາ​​ສາ​ມັກ​ຄີ​ສຳ​ລັບ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ບັນ​ລຸ​ໄດ້​ບາດ​ກ້າວ​ພັດ​ທະ​ນາ ແລະ ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ.

ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ ແລະ ບັນ​ດາ​ອົງ​ການ​ຜູ້ຕາງໜ້າ ຫວຽດ​ນາມ​ ປະ​ຈຳ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຮັບ​ການ​ຍົກ​ສູງ. ບັນ​ດາ​ທັດ​ສະ​ນະ​, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສາ​ມັກ​ຄີ​ຊາດ​ສຳ​ລັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເໝາະ​ສົມ​ກັບ​ເຈດ​ຈຳ​ນົງ​ຂອງ​ພັກ, ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ, ດັ່ງ​ນັ້ນຈິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ເຫັນ​ດີ​ເຫັນ​ພ້ອມ ແລະ ຮ່ວມໃຈ​ກັນ​ປະ​ຕິ​ບັດ​ຂອງ​ປະ​ຊາ​ຊົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ຫຍັງເພື່ອ​ຮັບ​ປະ​ກັນ​ວຽກ​ງານມະ​ຫາ​ສາ​ມັກ​ຄີສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້ຮັບການຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​?

ທີ​ໜຶ່ງ​, ຕ້ອງ​ສືບ​ຕໍ່​ໂຄ​ສະ​ນາ, ເຊື່ອມ​ຊື່ມ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາ​ຍ​ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ວຽກ​ງານ​ມະ​ຫາ​ສາ​ມັກ​ຄີຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ ຜ່ານ​ການ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ທັງ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ.

ທີ​ສອງ, ສືບ​ຕໍ່​ສຳ​ຫຼວດກວດ​ກາ, ປັບ​ປຸງ ແລະ ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຕາມ​ທິດ​ງ່າຍ​ດາຍ, ເໝາະ​ສົມ​ກັບ​ລັກ​ສະ​ນະ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຄົບ​ຊຸດ.

ທີ​ສາມ, ເດັດດ່ຽວ​ຂົນ​ຂວາຍ​ສ່ວນ​ບຸກ​ຄົນ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ມີຄວາມຄິດ​ເຫັນ​​ແຕກ​ຕ່າງ​ກັນ, ແກ້​ໄຂ​ຄວາມ​ຄິດ​ຕ​າ​ຍ​ຕົວ, ຮັດ​ແຄບ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ສ່ວນ​ບຸກ​ຄົນ​ນີ້ ແລະ ຂົນ​ຂວາຍ​ເຂົາ​ເຈົ້າ ມີ​ການ​ກະ​ທຳ​ທີ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຊົນ​ຊາດ​ຜ່ານ​ບາງ​ມາດ​ຕະ​ການ​ລະ​ອ​ຽດ.

ທີສີ່, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊາ​ຄົ​ມ, ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ.

ທີຫ້າ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບໍ​ລິ​ເວນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມີ​ທີ່​ຕັ້ງ​ນິ​ຕິ​ກຳ​ທີ່ໝັ້ນ​ແກ່ນ, ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ເສດ​ຖະ​ກິດ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ ເຊື່ອມ​ຕົວ​ເຂົ້າ​ສັງ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ​ຢ່າງ​ສະ​ດວກ.

ທີ​ຫົກ, ຫັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດເປັນຫຼາຍ​ຮູບ​ແບບ​ໃນ​ການ​ຮັ​ກ​ສາ​ພາສາ ຫວຽດ​ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ, ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ.

ທີ​ເຈັດ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ວິ​ທີ​ການ, ແລະ ຈິນ​ຕະ​ນາ​ການຂອງວຽກ​ງານ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ ຮັບ​ປະ​ກັນ​ຄວາມ​ເໝາະ​ສົມ ແລະ ຕອບ​ສະ​ໜອງ​ຄວາມ​ຕ້​ອງ​ການ​ຂອງວຽກ​ງານຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ທີ​ແປດ, ສືບ​ຕໍ່​ກໍ່​ສ້າງ​ກົນ​ໄກ​ສົມ​ທົບ​ກັນ ແລະ ບູ​ລະ​ນະ​ກົງ​ຈັກ, ຍົກ​ສູງ​ຄຸນ​ນະ​ພາບ​ພະ​ນັກ​ງານເຮັດ​ວຽກ​ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໂດຍ​ກົງ, ເພີ່ມ​ທະ​ວີ​ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ຂໍ​ຂອບ​ໃຈ​ທ່ານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.