ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ

09:07 | 25/11/2022

ຍສໝ - ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ຢືນຢັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ເລືອດເນື້ອ​ທີ່​ບໍ່ສາມາດຕັດແຍກອອກຂອງບ້ານເກີດ ເມືອງນອນ.

ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້ ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຝລັ່ງ ພາຍຫຼັງ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຝລັ່ງໂຟນີໂກ ຢູ່ Tunisia, ຕອນ​ບ່າຍ​ວັນ​ທີ 21 ພະຈິກ, ຢູ່​ ປາຣີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ​ແລະ ​ເຮັດ​ວຽກກັບ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ຝລັ່ງ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ໂອ້ລົມສົນທະນາກັບປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຝລັ່ງ.

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ຢືນຢັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ເລືອດເນື້ອ​ທີ່​ບໍ່ສາມາດຕັດແຍກອອກຂອງບ້ານເກີດ ເມືອງນອນ; ທ່ານນາງ​ເຊື່ອ​ໝັ້ນ​ວ່າ ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ​ ແລະ ມີການປະກອບສ່ວນ​ອັນ​ລ້ຳ​ຄ່າ​ກວ່າ​ອີກ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ

ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ພະນັກງານ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການຜູ້ຕາງໜ້າ​ຂອງ​ຫວຽດນາມ ຢູ່ ຝລັ່ງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ຂອງ​ຫວຽດນາມ ຢູ່ ຝລັ່ງ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດປະຈັນບານຂອງ​ການ​ທູດ, ພິ​ເສດ​ແມ່ນ​ກັບຝລັ່ງ ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ແລະ ຄູ່​ຮ່ວມ​ມື​ລົງທຶນ-ການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດນາມ ຢູ່ ​ເອີ​ລົບ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ບັນດາ​ອົງການຜູ້ຕາງໜ້າ​ຂອງ​ຫວຽດນາມ ຢູ່ ຝລັ່ງ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວໃນຂອບຂະໜາດ​ໃຫຍ່, ມີ​ປະສິດທິ​ຜົນ ​ແລະ ບຸກທະລຸ​ໃນ​ປີ 2023 ​ເມື່ອ​ສອງ​ປະ​ເທດ ຫວຽດນາມ ​ແລະ ຝລັ່ງ ຈັດ​ຕັ້ງ​ບັນດາ​ເຫດການ​ສຳຄັນ ​ຄື: ສະເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ເຊັນ​ສັນຍາ ປາຣີ; 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ບັນດາຮູບ​ພາບ​ໃນ​ກອງ​ປະ​ຊຸມ

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ

ບູນມີ

ເຫດການ
302 Found

Found

The document has moved here.