ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບນາຍົກລັດຖະມົນຕີ ກໍາປູເຈຍ

08:15 | 10/11/2022

ຕອນເຊົ້າວັນທີ 8 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ ຢູ່ຫໍສັນຕິພາບ ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກໍາປູເຈຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໊ງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກໍາປູເຈຍ ສົມເດັດ ເຕໂຈ ຮຸນແຊນ.

ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo
ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot

ທ່ານນາຍົກລັດຖະມົນຕີ ຮຸນແຊນ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ທີ່ພິທີຕ້ອນຮັບ. ພາບ: Baochinhphu.vn

ທ່ານນາຍົກລັດຖະມົນຕີ ຮຸນແຊນ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກວດແຖວກຽດຕິຍົດກອງທັບແຫ່ງລາຊະອານາຈັກ ກໍາປູເຈຍ. ພາບ: Baochinhphu.vn

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມປິຕິຊົມຊື່ນເມື່ອເປັນຄັ້ງທໍາອິດໄດ້ໄປຢ້ຽມຢາມລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ ໃນຖານະເປັນຜູ້ນຳໜ້າລັດຖະບານຫວຽດນາມ; ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈກໍາປູເຈຍ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງຈິງໃຈ ແລະອົບອຸ່ນ.

ຕີລາຄາສູງຕໍ່ການປະກອບສ່ວນ ແລະໝາກຜົນທີ່ຕັ້ງໜ້າຂອງກໍາປູເຈຍ ບັນລຸໄດ້ໃນຖານະເປັນປະທານອາຊຽນ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມເຊື່ອໝັ້ນວ່າ ກໍາປູເຈຍ ຈະຈັດຕັ້ງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41 ແລະບັນດາກອງປະຊຸມທີ່ປິ່ນອ້ອມ ຢູ່ນະຄອນຫຼວງ ພະນົມເປັນ ໃນຊຸມວັນຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຮຸນແຊນ ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ມາຢ້ຽມຢາມກໍາປູເຈຍ ຢ່າງເປັນທາງການ ແລະເນັ້ນໜັກວ່າການຢ້ຽມຢາມມີຄວາມໝາຍສໍາຄັນໃນປີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຮຸນແຊນ. ພາບ: Baochinhphu.vn

ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ. ຜ່ານຜ່າອຸປະສັກ, ສິ່ງກີດຂວາງຈາກໂລກລະບາດ, ການພົວພັນດ້ານການເມືອງ-ການທູດລະຫວ່າງສອງປະເທດ ຍັງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈຜ່ານການຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈໍາໃນທຸກຊ່ອງທາງ, ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.

ຕີລາຄາສູງຕໍ່ເລື່ອງສອງປະເທດ ສົມທົບກັນຈັດຕັ້ງສໍາເລັດການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍໃນຂອບເຂດ “ປີມິດຕະພາບ ຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022”, ການນໍາສອງທ່ານ ໄດ້ຢັ້ງຢືນເຖິງການຕັດສິນໃຈປັບປຸງ ແລະພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ ແລະກໍາປູເຈຍ ກວ່າອີກ, ເພື່ອນໍາການຮ່ວມມືສອງຝ່າຍໃຫ້ນັບມື້ເຂົ້າສູ່ ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຖືສິ່ງນັ້ນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສທີ່ຈໍາເປັນຕໍ່ທັງສອງປະເທດ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ເນັ້ນໜັກເຖິງຫຼັກການບໍ່ອະນຸຍາດໃຫ້ກໍາລັງປໍລະປັກໃດໆ ນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງ ແລະຜົນປະໂຫຍດຂອງປະເທດອື່ນ; ຢັ້ງຢືນການສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ ແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ແຕ່ລະປະເທດ, ສະກັດກັ້ນອາດຊະຍາກໍາຂ້າມຊາດປະເພດຕ່າງໆ ເປັນຕົ້ນແມ່ນການຄ້າມະນຸດ, ຂົນສົ່ງ ແລະຄ້າຂາຍຢາເສບຕິດ, ຍູ້ແຮງການຮ່ວມມືຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ປົກປ້ອງພົນລະເມືອງ...

ກ່ຽວກັບວຽກງານຊາຍແດນ, ສອງຝ່າຍເຫັນດີເຄົາລົບ ແລະປະຕິບັດບັນດາສົນທິສັນຍາກ່ຽວກັບຊາຍແດນທີ່ໄດ້ລົງນາມລະຫວ່າງສອງປະເທດຢ່າງຄົບຖ້ວນ, ສືບຕໍ່ຊຸກຍູ້ການເຈລະຈາ, ພ້ອມກັນມານະພະຍາຍາມຊອກຫາມາດຕະການທີ່ສົມເຫດສົມຜົນຕໍ່ກັບເສັ້ນຊາຍແດນທາງບົກ 16% ທີ່ຍັງບໍ່ທັນຂີດເສັ້ນປັກຫຼັກໝາຍຊາຍແດນສຳເລັດ; ພ້ອມທັງແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ບົນເນື້ອໃນຈິດໃຈສາມັກຄີ, ມິດຕະພາບ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ກໍາປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະຮ່ວມມື.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມຂອບໃຈ ແລະຫວັງວ່າຝ່າຍກໍາປູເຈຍ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ປະຊາຄົມຊາວຫວຽດນາມ ໄດ້ດໍາລົງຊີວິດ, ເຮັດວຽກເປັນປົກກະຕິ ແລະຖືກຕ້ອງຕາມກົດໝາຍ ຢູ່ກໍາປູເຈຍ, ເຊື່ອມຕົວ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດປະຈໍາຖິ່ນ, ປະກອບສ່ວນສະໜິດຕິດພັນ ແລະຮັດແໜ້ນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງສອງຊາດ.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ບໍ່ນາບຂູ່ ຫຼື ນໍາໃຊ້ກໍາລັງອາວຸດ, ປະຕິບັດຕາມກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ສະໜັບສະໜູນບັນດາຝ່າຍປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ກໍຄື ຊຸກຍູ້ການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ນາຍົກລັດຖະມົນຕີ ສອງທ່ານ ເປັນສັກຂີພິຍານພິທີລົງນາມເອກະສານລະຫວ່າງສອງປະເທດ. ພາບ: Baochinhphu.vn

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຍັງໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຮຸນແຊນ ໄປຢ້ຽມຢາມ ສສ ຫວຽດນາມ ໃນໂອກາດທີ່ເໝາະສົມ. ທ່ານນາຍົກລັດຖະມົນຕີ ຮຸນແຊນ ຕອບຮັບດ້ວຍຄວາມຍິນດີ.

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີເຊັນເອກະສານລະຫວ່າງສອງປະເທດ ຈໍານວນ 11 ສະບັບ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.