ຫ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່​ສະ​ວິດ

17:20 | 25/11/2022

ຍ​ສ​ໝ - ໂຮງ​ຮຽນ​ບິ່ງ​ມິງ (ນະ​ຄອນ Zurich, ສະ​ວິດ) ໂດຍ​ທ່ານ​ນາງ ງອກ​ຢຸງ Moser ຜູ້ອຳນວຍການ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດ​ນາມ (ASV) ໄດ້​ສ້າງ​ຕັ້ງ​ແຕ່​ປີ 2017, ປັດ​ຈຸ​ບັນ​ພວມ​ສອນ​ພາ​ສາ ຫວຽດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ໃຫ້​ແກ່​ລູກຫຼານຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ສະ​ວິດ ​ ແລະ ບັນ​ດາ​ເພື່ອນ​ມິດ​ຕ່າງ​ປະ​ເທດ​ທີ່​ຮັກ​​ພາ​ສາ​ຫວຽດ ​ເກືອບ 30 ຄົນ.

ເປີດ​ຊຸດ​ຮຽນ​ພາສາຫວຽດ 3 ຫ້ອງ​ຢູ່​ເຂດ Gwangju – Jeonnam (ສ​.ເກົາ​ຫຼີ) ເປີດ​ຊຸດ​ຮຽນ​ພາສາຫວຽດ 3 ຫ້ອງ​ຢູ່​ເຂດ Gwangju – Jeonnam (ສ​.ເກົາ​ຫຼີ)
ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ
ຫ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່​ສະ​ວິດ
ຄູ​ສອນງອກ​ຢຸງ ກັບ​ເອື້ອຍ​ຄູ​ຕ່າງໆ​ຢູ່ ໂຮງ​ຮຽນ

ຄວາມ​ຮັກ​​ພາ​ສາ​ຫວຽດ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ສະ​ວິດ

ທ່ານ​ນາງງອກ​ຢຸງ Moser ຜູ້ອຳນວຍການ​ຂອງ​ໂຮງ​ຮຽນ​ບິ່ງ​ມິງ (ນະ​ຄ​ອນ Zurich, ສະ​ວິດ) ໄດ້ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ວິວັດການ​ນຳ​ພາ​ສາ​ຫວຽດ​ມາ​ໃກ້​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ສະ​ວິດ ໃຫ້ຫຼາຍ​ກ່​ວາ​ອີກ.

ໂດຍ​ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງນອນ​ເປັນ​ເວ​ລາ​ກ່​ວາ 50 ປີ​ແລ້ວ, ເຖິງວ່າ​ສາ​ມາດ​ນຳ​ໃຊ້​ພາ​ສາ​ອັງ​ກິດ, ເຢຍ​ລະ​ມັນ, ຝ​ລັ່ງ​ຢ່າງ​ຄ່ອງ​ແຄ້ວ ແຕ່​ທ່ານ​ນາງ​ຍາມ​ໃດ​ກໍ່​ຊອກ​ຫາ​ວິ​ທີ​ການ​ຊ່ວຍໃຫ້​ຕົນ​ເອງ ແລະ ຄອບ​ຄົວ​ຮັກ​ສາ​​ພາ​ສາ​ຫວຽດໄວ້. ດ້ວຍ​ຖາ​ນະ​ເປັນ​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ສະ​ວິດ - ຫວຽດ​ນາມ (ASV), ​ຄູ ງອກ​ຢຸງ ​ຍາມ​ໃດ​ກໍ່​ມີ​ຄວາມ​ກັງວົນ​ໃຈ​ວ່າ ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ຄອບ​ຄົວ​ແຜ່​ຂະ​ຫຍາຍ​ພາ​ສ​າ​ຫວຽດ​ໃຫ້​ແກ່​ຄົນ​ລຸ້ນໜຸ່ມ​ໃນ​ວົງ​ກ້​ວາງ.

ຄວາມໃນໃຈ​ຂອງ​ຄູ​, ​ສະ​ຖານ​ທູດ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດນາມ ກໍ່​ຄື​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດານມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້ຮັບ​ຟັງ ແລະ ສ້າງ​ເງື່ອນ​ໄຂ​ປະ​ຕິ​ບັດ. ໃນ​ປີ 2015 ແລະ 2016, ເມື່ອ​ມີ​ອາ​ຍຸກວ່າ 60 ປີ, ຄູ ງອກ​ຢຸງ​ ໄດ້​ກັບ​ມາ​ຫວຽດ​ນາມ ເຂົ້າ​ຮ່ວມ​ຊຸດ​ຝືກ​ອົບ​ຮົມ​ສອ​ນ​ພາ​ສາ​ຫວຽດ ໃຫ້​ແກ່​ບັນ​ດາ​ຄູ​ສອນ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ”.

ຫ້ອງ​ສອນ​ພາ​ສາ​ຫວຽດ​ແບບ​ສະ​ໝັກ​ໃຈ​ຢູ່​ສະ​ວິດ

ກ່ອນ​ທີ່​ຈະ​ສ້າງ​ຕັ້ງ​ໂຮງ​ຮຽນ​ຢ່າງ​ເປັນ​ທາງ​ການ, ​ຄູ ງ​ອກ​ຢຸງ ພ້ອມ​ກັບ​ບັນ​ດາ​ຄູ​ສອນ​ອາ​ສາ​ສະ​ໝັກ ແລະ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ AVS ກໍໄດ້​ສະຫຼະ​ເວ​ລາ 1 ເດື່ອນ​ເພືອ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກໍ່​ຄື​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພາ​ສາຫວຽດ ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

​ຄູ ງອກ​ຢຸງ ໃຫ້​ຮູ້ວ່າ ດ້ວຍຫຼາຍ​ເຫດ​ຜົນ​ຄື​ຄວາມ​ຈຳ​ກັດ​ດ້ານ​ເວ​ລາ​ກໍ່​ຄື​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ແນວ​ຄິດ​ ດັ່ງ​ນັ້ນ​ ການຊັກຊວນ​ເ​ບັນ​ດາ​ຄອບ​ຄົວ​ໃຫ້​ລູກຫຼານ​ຂອງ​ຕົນ​ຮຽນ​ພາ​ສາ​ຫວຽດ​ ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ພໍ​ສົມ​ຄວນ. ​ຄູ ງອກ​ຢຸງ ແບ່ງ​ປັນ​ວ່າ:

ພໍ່​ແມ່​ຂອງ​ນ້ອງໆ​ກໍ່​ຄື​ຕົນ​ເອງ​ເຂົາ​ເຈົ້າ​ຮູ້​ສຶກເປັນກັງວົນ ຄິດງໍ້ ຍ້ອນ​ຕ້ອງ​ໄປ​ຮຽນ​ໝົດ​ອາ​ທິດ ຍ້ອນ​ວ່າ​ໃນ​ສັບ​ປະ​ດັບ​ນ້ອງໆ​ກໍ່​ຕ້ອງ​ໄປ​ຮຽນ​ແລ້ວ. ນອກ​ຈາກ​ນັ້ນ ພໍ່​ແມ່​ເປັນ​ຄົນ​ຕ່າງ​ປະ​ເທດ​ກໍ່​ບໍ່​ຮູ້​ໄດ້​ເຖິງຄວາມ​ຈຳ​ເປັນກ່ຽວ​ກັບ​ເລື່ອງ​ລູກຫຼານ​ຂອງ​ຕົນ​ຮຽນ​ພາ​ສາ​ຫວຽດ.

ນັບ​ແຕ່​ເດືອນ​ມີ​ນາ 2017, ໂຮງ​ຮຽນ​ບິ່ງ​ມິງ ​ເລີ່ມ​ຕົ້ນ​ຮັບ​ນ້ອງໆ​ນັກ​ຮຽນຊຸດ​ທຳ​ອິດ, ເມື່ອ​ມາ​ໂຮງ​ຮຽນ​ມີ​ຄູ​ສອນ​ພຽງ​ແຕ່ 3 ຄົນ​ນັບ​ທັງຜູ້ອຳນວຍການ. ຕອນ​ເຊົ້າ​ວັນ​ເສົາ ນັບ​ແຕ່​ເວ​ລາ 10 ໂມງ ຫາ 12 ໂມງ ຢູ່​ຮ້າ​ນ​ອາ​ຫານ​ຫວຽດ​ນາມ​ແຫ່ງ​ໜຶ່ງ​ຢູ່​ຊານ​ເມືອງ Zurich, ໂຕະ​ຕັ່ງ​ໄດ້​ສັບ​ຊ້ອນ​ເປັນ​ຫ້ອງ​ຮຽນ​ໜຶ່ງ. ຫ້ອງ​ຮຽນ​ມີ​ນັກ​ຮຽນ​ປະ​ມານ 10 ຄົນ, ພ້ອມ​ກັນ​ຮຽນ​ບັນ​ດາ​ບົດ​ຮຽນ​ພາ​ສາ​ຫວຽດ ກ່ຽວ​ກັບ​ການ​ທັກທາຍ​ໂດຍ​ພື້ນ​ຖານ ຫຼືຫຼິ້ນ​ເກມ​ດ້ວຍ​ພາ​ສາ​ຫວຽດ. ນ້ອງໆ​ນັກ​ຮຽນ​ພ້ອມ​ກັບ​ຄູ​ສອນ ຢູ່​ທາງ​ກາງ, ສ່ວນ​ພໍ່​ແມ່​​ນັ່ງ​ຕິດ​ຕາມຢູ່ທາງຂ້າງ ຫຼື ເຂົ້າ​ຮ່ວມ​ນຳ​ກັນ, ສ້າງ​ເປັນ​ບັນ​ຍາ​ກາດ​ພົບ​ປະ​ແລກ​ປ່ຽນ​ຂອງ​ປະ​ຊາ​ຄົມ​ນ້ອຍໆ​ຍາມ​ທ້າຍ​ອາ​ທິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.