ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ

17:04 | 11/12/2022

ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ
ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese(ພາບ: VOV)

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະສອງຝ່າຍກັບການນຳສູງສຸດຂອງອົງການນິຕິບັນຍັດຂອງສອງປະເທດ; ພົບປະກັບທ່ານນາຍົກລັດຖະມົນຕີ… ນອກຈາກນັ້ນແລ້ວ, ກໍຍັງພົບປະກັບການນຳບາງກຸ່ມບໍລິສັດ, ວິສາຫະກິດຂອງສອງປະເທດ; ເຂົ້າຮ່ວມເວທີປາໄສຮ່ວມມືທາງດ້ານການສຶກສາ, ເວທີປາໄສເສດຖະກິດຢູ່ ອົດສະຕາລີ ແລະ ນິວຊີແລນ; ຢ້ຽມຢາມພະນັກງານຢູ່ສະຖານທູດ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ສອງປະເທດດັ່ງກ່າວ.

ການຢ້ຽມຢາມສອງປະເທດຢ່າງເປັນທາງການໃນຄັ້ງນີ້ ບັນລຸໄດ້ຫຼາຍຜົນງານແທດຈິງ, ຮອບດ້ານໃນທຸກຊ່ອງທາງ; ບໍ່ພຽງແຕ່ຢູ່ຂົງເຂດຮ່ວມມືສອງຝ່າຍ ເທົ່ານັ້ນ, ຫາກຍັງໃນຂອບເຂດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຂະຫຍາຍອອກສູ່ພາກພື້ນມະຫາສະໝຸດອິນເດຍ, ທະວີບອາຊີ - ປາຊີຟິກ.

ໃນ​ເວລາ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານກຳມະການສູນກາງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ເລຂາທິການ​ໃຫຍ່​ສະພາແຫ່ງຊາດ, ຫົວໜ້າຫ້ອງການ​ສະພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື່ອງ ຖື​ວ່າ: ໝາກຜົນ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ການ​ຢ້ຽມຢາມ​ແມ່ນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຍຸດ​ທະ​ສາດ. ລະດັບສູງສຸດ. ນີ້​ແມ່ນ​ກຳລັງ​ໜູນ​ສຳຄັນ​ເພື່ອ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມທ່ານ ບຸ່ຍ​ວັນ​ເກື່ອງແລ້ວ, ບັນດາການນຳຂອງພວກເຮົາລ້ວນແຕ່ປາດຖະໜາ ແລະ ຢືນຢັນການສະໜັບສະໜູນຍົກລະດັບການພົວພັນກັບ ຫວຽດນາມ ໃນໄລຍະຈະມາເຖິງ, ເພາະວ່າ ຫວຽດນາມ ແລະ ອົດສະຕາລີ ແລະ ນິວຊີແລນ ບໍ່ພຽງແຕ່ແບ່ງປັນຜົນປະໂຫຍດຍຸດທະສາດຫຼາຍຢ່າງເທົ່ານັ້ນ, ຫາກຍັງມີວິໄສທັດລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາເຊິ່ງກັນແລະກັນ, ລັດທິຫຼາຍຝ່າຍ, ເສລີການຄ້າທົ່ວໂລກ, ການພັດທະນາແບບຍືນຍົງ, ແລະຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ...

ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ດັ່ງກ່າວ, ທ່ານ​ເຊື່ອ​ໝັ້ນ​ວ່າ ບໍ່​ມີ​ຫຍັງ​ສາມາດ​ກີດຂວາງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອົດ​ສະ​ຕາ​ລີ - ຫວຽດນາມ - ນິວຊີ​ແລນ ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​ໃນ​ໄລຍະ 50 ປີ​ຕໍ່ໜ້າ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.