ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ"

15:00 | 20/11/2022

ຍສໝ - ຫວ່ສງແລ້ວນີ້, ຢູ່​ຫໍ​ວັດທະນະທຳ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ລາຍການ​ເຊີດ​ຊູ ແບບ​ຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບ​ທີ່ສູງສົ່ງ” ຈັດ​ຕັ້ງ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ ນະຄອນ​ໂຮ່ຈິ​ມິນ.

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ
ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຂອງສະຫະພັນແມ່ຍິງອາຊຽນ ຢູ່ອາເມລິກາ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຂອງສະຫະພັນແມ່ຍິງອາຊຽນ ຢູ່ອາເມລິກາ

ໃນລາຍການໄດ້ຍ້ອງຍໍສັນລະເສີນບັນດາໝູ່ຄະນະ ແລະ ບຸກຄົນທັງໝົດ 101 ຄົນ ( 21 ໝູ່ຄະນະ ແລະ 80 ບຸກຄົນ) ທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ດ້ວຍວຽກງານທີ່ດີງາມຫຼາຍຢ່າງ. ຜູ້ທີ່ເປັນແບບຢ່າງທັງຫມົດ ໄດ້ສະແດງໃຫ້ເຫັນຄວາມມຸ່ງຫມັ້ນ, ມີສະຕິຕື່ນຕົວເຮັດວຽກຢ່າງງຽບໆ, ສຸດໃຈເພື່ອຊຸມຊົນ ໂດຍບໍ່ມີການຮຽກຮ້ອງສິ່ງໃດໆໝ, ບໍ່ຂໍໃຫ້ໄດ້ຮັບການຍ້ອງຍໍ ຫຼື ລາງວັນໃດໆ.

ຄະນະ​ແຂ່ງຂັນ - ຍ້ອງຍໍ ​ຮ່ວມ​ມື​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ, ບັນດາ​ອົງການ​ການ​ເມືອງ-ສັງຄົມ ​ແລະ ອົງການ​ມວນຊົນ ໄດ້​ສົມທົບ​ກັນ​ກວດກາຄືນ ​ແລະ ​ແນະນຳແບບ​ຢ່າງ.

ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ
ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ".

ສິ່ງ​ໃໝ່​ໃນ​ຄັ້ງ​ນີ້​ແມ່ນ​ມີ​ແບບຢ່າງ​ຂອງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ. ນັ້ນ​ແມ່ນ​ທ່ານ ຫງວຽນ​ຮຸຍ​ມິງ (ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ). ​ທ່ານ ມິງ ເຮັດວຽກຢູ່ຂະແໜງການການຢາ, ໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ-19, ລາວໄດ້ກັບໄປນະຄອນ ເພື່ອເຮັດຢາບຳລຸງປອດ ແລະ ຕັບ ເພື່ອຊ່ວຍໃຫ້ປະຊາຊົນມີສຸຂະພາບແຂງແຮງຕ້ານບັນດາອາການໂຄວິດ-19.

ສິ່ງ​ໃໝ່​ໃນ​ຄັ້ງ​ນີ້​ແມ່ນ​ມີ​ແບບຢ່າງ​ຂອງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ. ນັ້ນ​ແມ່ນ​ທ່ານ ຫງວຽນ​ຮຸຍ​ມິງ (ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ). ​ທ່ານ ມິງ ເຮັດວຽກຢູ່ຂະແໜງການການຢາ, ໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ-19, ລາວໄດ້ກັບໄປນະຄອນ ເພື່ອເຮັດຢາບຳລຸງປອດ ແລະ ຕັບ ເພື່ອຊ່ວຍໃຫ້ປະຊາຊົນມີສຸຂະພາບແຂງແຮງຕ້ານບັນດາອາການໂຄວິດ-19.

ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ"
ທານ ຫງວຽນ​ຮຸຍ​ມິງ (ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ)

ແຕ່​ປີ 2018 – 2021, ລາວ ​ແລະ ຄອບຄົວ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຮັບ​ປຶ້ມ 9.338 ຫົວ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 26 ຕື້​ດົ່ງ ແລະ ມອບ​ໃຫ້​ມະຫາວິທະຍາ​ໄລ 25 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ປະຈຸ​ບັນ, ລາວ ​ແລະ ຄອບຄົວ​ສືບ​ຕໍ່​ໄດ້​ຮັບ​ປຶ້ມ​ວິທະຍາສາດ​ເຕັກນິກ 54.020 ຫົວ ​ຈາກ​ສິງກະ​ໂປ, ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 115 ຕື້​ດົ່ງ ​ເພື່ອ​ມອບ​ໃຫ້​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ຢູ່ນະຄອນ​ໂຮ່ຈິ​ມິນ.

​ເຖິງ​ວ່າ​ບໍ່​ສາມາດ​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ​ໂດຍ​ກົງ ​ຍ້ອນ​ຢູ່ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ​ແຕ່​ຜ່ານ​ການ​ເຊື່ອມ​ຕໍ່​ທາງ​ອອນ​ລາຍ, ທ່ານ ຫວໍຕ໋າເຮີນ (ຊາວ​ຫວຽດນາມ ອາ​ໄສ​ຢູ່ອາເມລິກາ) ​ໄດ້​ເຮັດໃຫ້​ຫຼາຍ​ຄົນມີຄວາມຕື້ນຕັນໃຈ ​ເມື່ອ​ແບ່ງປັນ​ວຽກ​ງານ​ຂອງ​ຕົນ​ຢ່າງ​ງຽບໆ​ ໃນການປະກອບສ່ວນໃຫ້ແກ່​ການ​ສຶກ​ສາ, ປູກ​ຝັງ​ມະນຸດຊາດ​ໃນ​ບ້ານ​ເກີດ​ເມືອງ​ນອນ.

ບັນດາຮູບ​ພາບ​​ໃນ​ພິ​ທີ​

ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ"
ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ"
ຊາວຫວຽດນາມ ຢູ່ອາເມລິກາສອງຄົນ ເປັນກຽດໄດ້ຮັບນາມມະຍົດເປັນ "ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ"

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.