ວັດຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ: ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

10:35 | 05/12/2022

ໃນ​ໄລ​ຍະ​ເກີດ​ພະ​ຍາດ​ໂຄວິດ - 19 ຫຼື ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ - ຢູ​ແກຼນ, ວັດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ພັກ​ພາ​ອາ​ໄສ, ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງຊາວ​ຫວຽດ​ນາມທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ
ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
ວັດຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ: ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ພາບ​ປະ​ກອບ:VOV/Tokyo

ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນພຸດທະ​ສາ​ສະ​ໜາ​​ທົ່ວ​ປະ​ເທດ​ຄັ້ງ​ທີ IX, ພະ​ພິກ​ສຸ​ນີ ເຕິມ​ຈີ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ, ຫົວ​ໜ້າ​ສະ​ມາ​ຄົມ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໄດ້​ແບ່ງ​ປັນ​ກ່ຽວ​ກັບວຽກ​ງານ​ການ​ຕ່າງ​ປະ​ເທດ​ທາງ​ພຸດທະສາ​ສະ​ໜາ​, ການ​ເບິ່ງ​ແຍງ​ດູ​ແລ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ໃນ ​2 ປີ​ເກີດ​ພະ​ຍາດ​ໂຄວິດ - 19 ຜ່ານ​ມາ, ມີ​ນັກ​ຝືກ​ງານ, ນັກ​ສຶກ​ສາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ​ ວ່າງ​ງານ, ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ, ບໍ່​ມີ​ຖ້ຽວ​ບິນ​ກັບ​ເມືອ​ປະ​ເທດ, ບໍ່​ມີ​ພີ່​ນ້ອງ​ຢູ່​ຂ້າງ… ມີ​ຄົນ​ໜຸ່ມຫຼາຍ​ຄົນ​ຮູ້​ສຶກ​ກັງ​ວົນ. ໃນ​ຍາມ​ນັ້ນ, ເຂົາ​ເຈົ້າ​ຮູ້​ພຽງ​ແຕ່​ມາ​ຫາ​ວັດ​ເພື່ອ​ຊອກຫາ​ການ​ຊ່ວຍ​ເຫຼືອ.

ປີ 2018, ເພື່ອ​ເປີດກວ້າງ​ບ່ອນ​ດຳ​ລົງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຄົມ, ດ້ວຍ​ການ​ໜູນ​ຊ່ວຍ​ຂ​ອງ ພະ​ມະ​ຫາ​ອາ​ຈານ Yoshimizu Daichi ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ ພະ​ພິກ​ສຸ​ນີ ເຕິມ​ຈີ, ວັດ​ທີ່​ມີ​ຊື່​ວ່າ ດ້າຍ​ເອິນ Honjo ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງ Saitama, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ, ແບ່ງ​ບ່ອນ​ພັກ​ຜ່ອນ​ຂອງ​ຊາວ​ຫວຽດ​ນາມ​ທຸກ​ຊັ້ນ​ຄົນ, ທຸກກໍ​ລະ​ນີ, ບໍ່​ຈຳ​ແຍກ​ທີ່​ຕັ້ງ ໄດ້ມາເຕົ້າ​ໂຮມ​ກັນ.

ວັດ​ໄດ້​ກາຍ​ເປັນ​ບ່ອນ​ເບິ່ງ​ແຍງ​ດູ​ແລ​ການ​ກິນ​ການ​ຢູ່, ການ​ປິ່ນ​ປົວ​ໃຫ້​ແກ່​ໄວ​ໜຸ່ມ​ກ່​ວາ 2068 ຄົນ. ເມື່ອ​ມາ​ວັດ ທຸກຄົນ​ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ທາງ​ດ້ານ​ຈິດ​ໃຈ​ເປັນ​ຢ່າງ​ດີ, ລະ​ອຽດ​ແມ່ນ​ໄດ້​ສູດ​ມົນ, ນັ່ງ​ສະ​ມາ​ທິ, ຮັບ​ຟັງ​ຄຳ​ສອນ, ແບ່ງ​ອາ​ຫານ​ການ​ກິນ​ຫີບ​ຫໍ່​ສົ່ງ​ມອບ​ໃຫ້​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພ້ອມ​ກັບພະ​ພິກ​ສຸ​ນີ​ໃນ​ວັດ ຝືກ​ແອບ, ຫຼໍ່ຫຼອມ​ຈິດ​ໃຈ, ທຸກຄົນກໍ່​ມີ​ສຸ​ຂະ​ພາບ​ຄ່ອຍໆດີ​ຂຶ້ນ, ບໍ່​ຮູ້​ສຶກ​ກັງ​ວົນ​ອີກ ແທນ​ທີ່​ນັ້ນ​ແມ່ນຮອຍຍິ້ມ ປລະ ມີສຸຂະພາບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.