ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດນາມ ຢູ່​ລາວ ຮັກ​ສາ​ມູນ​ເຊື້ອຮັກ​ແພງ​ຄົນ​ອື່ນ​ຄື​ຮັກ​ແພງ​ຕົນ​ເອງ

12:42 | 20/11/2022

ຍ​ສ​ໝ - ການຊ່ວຍ​ຄົນ​ທຸກ​ຍາກ, ຜູ້​ມີ​ປະ​ສົບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຫຼື ​ປິ່ນ​ປົວ​ໃຫ້​ແກ່​ຄົນ​ເຈັບພະຍາດປະສາດ ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ເປັນ​ປະ​ຈຳ​ຂອງ​ບັນ​ດາ​ພຸດ​ທະ​ສາ​ສະ​ນິ​ກກະ​ຊົນ ກໍ່​ຄື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາ​ມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ປະ​ເທດ​ລ້ານ​ຊ້າງ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ
ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ

ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຄຸນ​ຄ່າ​ມະ​ນຸດ​ສະ​ທຳ​ຂອງ​ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ປະ​ກອບ​ສ່ວນ​ໃນ​ການ​ຮັກ​ສາ, ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ​ອີກ​ດ້ວຍ.

ເຖິງວ່າ​ຢູ່​ໃສ, ໃນ​ການ​ດຳ​ລົງ​ຊີ​ວິດ​ຍັງ​ມີຫຼາຍ​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄວາມພູມໃຈຂອງ​ເຂົາ​ແມ່ນ​ໄດ້​ຮັບ​ການ​ການ​ໜູນ​ຊ່ວຍ, ແບ່ງ​ປັນ. ກ່​ວາ 3 ປີ​ຜ່ານ​ມາ, ໃນ​ວັນ​ອາ​ທິດຂອງ​ທຸກ​ໆອາທິດ, ບໍ່​ວ່າ​​ຝົນ​ຕົກ ຫຼື​ ແດດອອກ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງພະ​ມະ​ຫາ​ອາ​ຈານ ທິກ​ມິງ​ກວາງ, ເຈົ້າອາວາດ​ວັດ ວັດ​ເຟິດ​ຕິກ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ລາວ ​ບັນ​ດາ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ລ້ວນ​ແຕ່​ປຸງ​ແຕ່ງ​ເຂົ້າ​ທຳ​ການ​ກຸ​ຊົນ ເພື່ອ​ນຳ​ມາ​ໃຫ້​ຜູ້​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢູ່​ສູນ​ໜູນ​ຊ່ວຍ​ສັງ​ຄົມ ​ນະ​ຄອນຫຼວງວຽງ​ຈັນ. ບັນ​ດາ​ເປົ້າ​ໝາຍ​ຢູ່​ທີ່​ນີ້ ສ່ວນຫຼາຍ​ແມ່ນ​ຜູ້​ເປັນພະຍາດລະບົບປະສາດ, ຜູ້​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ ຫຼື ຖືກ​ພໍ່​ແມ່​ພີ່​ນ້ອງ​ປະ​ປ່ອຍ ດັ່ງ​ນັ້ນ ​ເຂົາ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ຢ່າງ​ແທ້ຈິງ.

ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດນາມ ຢູ່​ລາວ ຮັກ​ສາ​ມູນ​ເຊື້ອຮັກ​ແພງ​ຄົນ​ອື່ນ​ຄື​ຮັກ​ແພງ​ຕົນ​ເອງ
ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດນາມ ຢູ່​ລາວ ຮັກ​ສາ​ມູນ​ເຊື້ອຮັກ​ແພງ​ຄົນ​ອື່ນ​ຄື​ຮັກ​ແພງ​ຕົນ​ເອງ

ແບ່ງ​ປັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸສົນ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ​ນີ້, ພະ​ມະ​ຫາ​ອາ​ຈານ ທິກ​ມິງກວາງ​ເລົ່າ​ສູ່​ຟັງ​ວ່າ​ ກ່ອນ​ນີ້ 3 ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມາ​ສູນ​ແຫ່ງ​ນີ້​ເພື່ອ​ທຳ​ການ​ກຸ​ສົນບໍລິຈາກ​ນັ້ນ ​ກໍ່​ຖືກ​ກັບ​ເວ​ລາ​ເຂົາ​ເຈົ້າ​ກຳ​ລັງ​ກິນ​ເຂົ້າ. ຄາບ​ເຂົ້າ​ນັ້ນ​ຮູ້​ສຶກ​​ລຳ​ບາກຫຼາຍ, ແຕ່​ລະ​ຄົນ​ມີ​ເຂົ້າ​ໜຽວ​ກ້ອນ​ໜຶ່ງ ແລະ ຖ້ວຍ​ແກງ​ນ້ອຍໆໜຶ່ງ. ຫຼັງ​ຈາກ​ນັ້ນ, ຄະ​ນະວຽກງານ​ການ​ກຸ​ສົນ​ຂອງວັດ​ ຕັດ​ສິນ​ໃຈ​ວ່າ ເຖິງວ່າຈະ​ແຕ່ງ​ກິນ​​ບໍ່​ໄດ້ຫຼາຍ ​ແຕ່​ກໍ່​ຈະພະ​ຍາ​ຍາມ​ທຸກວັນ​ອາ​ທິດ​ໃນ​ສັບ​ປະ​ດາ ​ຈະ​ແຕ່ງ​ຄາບ​ໜຶ່ງ ເພື່ອຊ່ວຍປັບປຸງຊີວິດການເປັນຢູ່​ຂອງ​ເຂົາ.

ຫຼາຍ​ປີ​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ​ເວົ້າ​ລວມ, ບັນ​ດາ​ພຸດ​ທະ​ສາ​ສະ​ນິ​ກ​ກະ​ຊົນ​ເວົ້າ​ສະ​ເພາະ ໄດ້​ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອທຳ​ການ​ກຸ​ສົນ ເຊິ່ງ​ບໍ່​ພຽ​ງ​ແຕ່​ອວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ປະ​ຈຳ​ຖິ່ນ​ອີກ​ດ້ວຍ. ຈິດ​ໃຈ​ນັ້ນ​ຍາມ​ໃດ​ກໍ່​ຈະໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ທີ່​ດີ​ກ່​ວາ, ເພື່ອ​ນັ​ບ​ມື້​ນັບ​ມີ​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍຄົນ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ຜ່ານ​ນັ້ນ ກໍ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປະ​ເທດ​ລາ​ວ ​ສວຍ​ງາມ​ກ່​ວາ​ອີກ, ກໍ່​ຄື​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.