ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ໂກ​ລາ

07:50 | 18/11/2022

ຍສໝ - ທີ່ການເຈລະຈາ, ສອງຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ​ໃນ​ໄລຍະ​ຜ່ານ​ມາ.

ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ
ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມກວາງຮ້ຽວ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ Domingos Vieira Lopes ຮອງ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ອັງ​ໂກ​ລາ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ທີ່ການເຈລະຈາ, ສອງຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ​ໃນ​ໄລຍະ​ຜ່ານ​ມາ.

ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ໂກ​ລາ
ຊຸກຍູ້​ການ​ພົວພັນ​ຮ່ວມ​ມືທີ່ເປັນມູນເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອັງ​ໂກ​ລາ. ພາບ: thoidai.com.vn

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງ ແຕ່ລະປະເທດ; ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ແລະ ທິດ​ທາງ​ຍູ້​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ​ເສດຖະກິດ, ການ​ຄ້າ, ສາທາລະນະ​ສຸກ - ການ​ສຶກສາ ໃຫ້ຫຼາຍກວ່າອີກ.

ສອງຝ່າຍ​ເຫັນ​ດີເປັນເອກະພາບຖື​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງສອງປະ​ເທດ​ຍັງ​ໃຫຍ່ຫຼວງຢູ່; ຕ້ອງ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ຍູ້​ແຮງ​ການ​ແລກປ່ຽນ​ການ​ຄ້າ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ​ກວ່າ 100 ລ້ານ USD ​ໃນ​ຊຸມ​ປີ​ຕໍ່ໜ້າ; ຄົ້ນຄວ້າກົນໄກການຮ່ວມມື ພ້ອມທັງສ້າງກອບນິຕິກໍາໃຫ້ສົມບູນແບບ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ; ​ເຫັນ​ດີເປັນເອກະພາບ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ອັງ​ໂກ​ລາ ຢູ່ Luanda ໂດຍ​ໄວ.

ພາຍຫຼັງ​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມກວາງຮ້ຽວ ​ແລະ ທ່ານຮອງ​​ລັດຖະມົນຕີ Domingos Vieira Lopes ​ໄດ້​ຮ່ວມ​ກັນ​ເປີດ​ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ມີຮູບພາບ​ກ່ວາ 30 ແຜ່ນ​ກ່ຽວ​ກັບ​ວັດທະນະທຳ, ປະ​ເທດຊາດ ​ແລະ ປະຊາຊົນ ອັງ​ໂກ​ລາ ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ.

ບູນມີ

ເຫດການ
302 Found

Found

The document has moved here.