ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ

07:37 | 23/11/2022

ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.

ຫວຽດ​ນາມ ແລະ ກຳ​ປ​ູ​ເຈຍ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ, ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ ຫວຽດ​ນາມ ແລະ ກຳ​ປ​ູ​ເຈຍ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ, ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ
ສ້​າງ​ພື້ນ​ຖານ​ສື່ມວນ​ຊົນ ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ, ຫຼາຍ​ພື້ນ​ຖານ, ຫຼາຍ​ພາ​ຫະ​ນະ ສ້​າງ​ພື້ນ​ຖານ​ສື່ມວນ​ຊົນ ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ, ຫຼາຍ​ພື້ນ​ຖານ, ຫຼາຍ​ພາ​ຫະ​ນະ
ທ່ານນາງ ຫງວຽນທິງ່າ, ເລຂາທິການໃຫຍ່, ທັງເປັນຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ (ພາບ: qdnd.vn)
ທ່ານນາງ ຫງວຽນທິງ່າ, ເລຂາທິການໃຫຍ່, ທັງເປັນຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ (ພາບ: qdnd.vn)

ເວທີປາໄສສາກົນ ກ່ຽວກັບການແບ່ງປັນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ ຈະຈັດຂຶ້ນໃນວັນທີ 19 ພະຈິກ ນີ້. ທີ່ກອງປະຊຸມຖະແຫຼງຂ່າວ ໃນຕອນເຊົ້າວັນທີ 22 ພະຈິກ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ: “ດ້ວຍຫົວຂໍ້ “ນະໂຍບາຍພັດທະນາຊາວໜຸ່ມ - ບົດຮຽນປະສົບການຂອງບັນດາປະເທດ”, ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ. ທ່ານນາງ ຫງວຽນທິງ່າ, ເລຂາທິການໃຫຍ່, ທັງເປັນຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:

“ເວທີປາໄສຄັ້ງນີ້ ຈະຊ່ວຍໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຖອດຖອນໄດ້ບົດຮຽນ, ປະສົບການທີ່ດີຂອງບັນດາປະເທດ ອາຊຽນ ແລະ ອາຊຽນ + ເພື່ອໃຫ້ຄະນະກຳມະການປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ຊ່ວຍນາຍົກລັດຖະມົນຕີສ້າງ, ປະຕິບັດນະໂຍບາຍກົດໝາຍກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ສອດຄ່ອງກັບນະໂຍບາຍກ່ຽວກັບຊາວໜຸ່ມຂອງໂລກ ກໍຄືບັນດາປະເທດ ອາຊຽນ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.