![]() |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຂອງຂວັນໃຫ້ແກ່ສະມາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ (ພາບ: TTXVN) |
ໂດຍສືບຕໍ່ການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ ຄັ້ງທີ 43 (AIPA - 43), ຕອນບ່າຍວັນທີ 20 ພະຈິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຮອງປະທານສະພາແຫ່ງຊາດ ຫງວຽນຄັກດິງ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ, ຜູ້ຕາງໜ້າສະມາຄົມຂະແມ - ຫວຽດນາມ ປະຈຳ ກຳປູເຈຍ, ສະມາຄົມນັກທຸລະກິດ ຫວຽດນາມ ແລະ ຜູ້ຕາງໜ້າບັນດານັກສຶກສາ ຫວຽດນາມ ອາໄສ, ຮຳ່ຮຽນ ແລະ ເຮັດວຽກຢູ່ ກຳປູເຈຍ ໄດ້ລາຍງານ ແລະ ແບ່ງປັນບັນດາຂໍ້ສະເໜີຕໍ່ທ່ານປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດວຽກງານຂອງສະຖານທູດ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ, ການຮ່ຳຮຽນຂອງນັກສຶກສາ, ວຽກງານປະຊາຄົມ...
ທ່ານປະທານສະພາແຫ່ງຊາດ ເວື້ອງດິ່ງເຫ້ວ ໄດ້ສະແດງຄວາມຍິນດີເມື່ອໄດ້ກັບຄືນປະເທດ ກຳປູເຈຍ ແລະ ຢ້ຽມຢາມສະຖານທູດ, ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ, ພ້ອມທັງໄດ້ຮັບຟັງບົດລາຍງານ, ຄຳເຫັນຂອງທ່ານເອກອັກຄະລັດຖະທູດ.
ໂດຍເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມລາຊະອານາຈັກກຳປູເຈຍຢ່າງເປັນທາງການຄັ້ງທຳອິດໃນຖານະເປັນປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ ຄັ້ງທີ 43 (AIPA-43) ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ 3 ປະເທດ (ກຳປູເຈຍ, ລາວ ແລະ ຫວຽດນາມ) ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງກົນໄກຂອງກອງປະຊຸມປະທານສະພາແຫ່ງຊາດສາມປະເທດ 2 ປີໃດກໍຈັດເທື່ອໜຶ່ງ ແລະ ໝູນວຽນກັນຈັດເພື່ອຮັດແໜ້ນນ້ຳໃຈສາມັກຄີຂອງ 3 ປະເທດ ແລະ ປະກອບສ່ວນເຂົ້າໃນກົນໄກພັດທະນາເຂດສາມຫຼ່ຽມພັດທະນາ CLV (ກຳປູເຈຍ - ລາວ - ຫວຽດນາມ).
ໂດຍແບ່ງປັນຄວາມຮູ້ສຶກທີ່ດີໃນໄລຍະຢ້ຽມຢາມກຳປູເຈຍຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງສົມກຽດ, ສຸດຈິດສຸດໃຈ; ການເຈລະຈາ ແລະ ການພົບປະກັບການນຳຂັ້ນສູງຂອງກຳປູເຈຍ ກໍບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະກາດວ່າ ປະລິມານວຽກງານປັກຫຼັກໝາຍຊາຍແດນໃນທົ່ວເຂດຊາຍແດນທາງບົກຂອງຫວຽດນາມ ແລະ ກຳປູເຈຍ ໄດ້ສຳເລັດປະມານ 84% ແລະ ພວມມານະພະຍາຍາມແກ້ໄຂ 16% ທີ່ຍັງເຫຼືອ.
ທ່ານປະທານສະພາແຫ່ງຊາດ ຖືວ່າ ຊາວຫວຽດນາມ ຢູ່ກຳປູເຈຍ ກ່ວາ 100.000 ຄົນ ແມ່ນປະຊາຄົມທີ່ມີຈຳນວນຫຼາຍ, ມີວັດທະນະທຳທີ່ຄ້າຍຄືກັນ, ໃກ້ຊິດຕິດແທດກັບ ກຳປູເຈຍ. ພ້ອມກັນນັ້ນ, ວົງເງິນປີ 2021 ລະຫວ່າງສອງປະເທດກໍ່ບັນລຸ 9,5 ຕື້ USD, ຄາດວ່າປີ 2022 ອາດຈະບັນລຸ 11 ຕື້ USD. ຫວຽດນາມ ມີ 198 ໂຄງການລົງທຶນທີີ່ຍັງມີຜົນສັກສິດຢູ່ ກຳປູເຈຍ ດ້ວຍຍອດເງິນລົງທຶນບັນລຸກ່ວາ 2,92 ຕື້ USD, ຢືນຢູ່ແຖວໜ້າ ອາຊຽນ ແລະ top 5 ປະເທດທີ່ມີການລົງທຶນໃຫຍ່ທີ່ສຸດຢູ່ ກຳປູເຈຍ.
ທ່ານປະທານປະເທດເວືອງດິ່ງເຫ້ວຊີ້ແຈ້ງວ່າ ນີ້ແມ່ນບັນດາເງື່ອນໄຂສະດວກທີ່ສຸດ, ພ້ອມທັງສະເໜີໃຫ້ປະຊາຄົມຊາວຫວຽດນາມ ກໍ່ຄືວິສາຫະກິດ ຫວຽດນາມ ເສີມຂະຫຍາຍບັນດາປັດໄຈທ່າໄດ້ປຽບນີ້.
ເມື່ອ ແບ່ງປັນຄຳເຫັນກັບທ່ານ ປະທານສະພາ ຂະແມ ຫວຽດນາມ ຢູ່ກຳປູເຈຍ Sim Chy, ທ່ານປະທານສະພາແຫ່ງຊາດໄດ້ໃຫ້ຮູ້ວ່າ ປະຊາຄົມຊາວເຊື້ອຊາດ ຫວຽດນາມ ແມ່ນປະຊາຄົມທີ່ປະສົບກັບຄວາມຫຍຸ້ງຍາກເມື່ອທຽບໃສ່ກັບປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດໃນໂລກ ແຕ່ກໍ່ແມ່ນປະຊາຄົມໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຫຼາຍທີ່ສຸດຂອງການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ…
ຂໍ້ສະເໜີຂອງພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ ກ່ຽວກັບທີ່ຕັ້ງພູມສາດນິຕິກຳ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກຳປູເຈຍໃນການພົບປະກັບທ່ານປະທານປະເທດໃຫ້ຮູ້ວ່າ ກຳປູເຈຍ ມີວິທີການສຳຜັດກັບບັນຫາສັນຊາດໃໝ່. ພໍ່ແມ່ປະຊາຊົນທີ່ໄດ້ດຳເນີນຊີວິດຢູ່ກຳປູເຈຍມາເປັນເວລາ 7 ປີ ຢ່າງລຽນຕິດ ມີສິດສະເໜີຖືສັນຊາດກຳປູເຈຍ. ລັດຖະບານກຳປູເຈຍ ຈະພິຈາລະນາ ແລະ ສະເໜີຕໍ່ ກະສັດແຫ່ງລາດຊະອານາຈັກ ກຳປູເຈຍ ກ່ຽວກັບບັນຫານີ້.
ຕາມທ່ານປະທານສະພາແຫ່ງຊາດແລ້ວ, ກໍ່ຄ້າຍຄືກັນກັບຫຼາຍທ້ອງຖິ່ນບັນດາປະເທດຕ່າງໆ, ວຽກງານນີ້ບໍ່ສາມາດແກ້ໄຂໃນໄລຍະສັ້ນໄດ້ ເຊິ່ງແລ້ວແຕ່ເງື່ອນໄຂລະອຽດ ຈະໄດ້ຮັບການແກ້ໄຂຄ່ອຍໆຕາມທິດສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນແຕ່ລະກໍລະລະອຽດ.
ກ່ຽວກັບການສະເໜີໜູນຊ່ວຍພໍ່ແມ່ປະຊາຊົນຢູ່ລຽບຕາມແມ່ນ້ຳ, ທະເລສາບຢູ່ກຳປູເຈຍ ໄດ້ຍ້າຍມາດຳລົງຊີວິດຂຶ້ນຢູ່ຝັ່ງ, ຕາມທ່ານປະທານສະພາແຫ່ງຊາດແລ້ວ, ປັດຈຸບັນການຍົກຍ້າຍປະຊາຊົນລ້ຽງປາຢູ່ແມ່ນ້ຳ, ທະເລສາບ ແມ່ນແຜນນະໂຍບາຍຢ່າງຖືກຕ້ອງເພື່ອປົກປັກຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ຕາມ, ວຽກງານນີ້ກໍ່ໄດ້ປະຕິບັດຕາມແຕ່ລະຂັ້ນຕອນ ແລະ ສ້າງເງື່ອນໄຂສ້າງຖີ່ນຖານຄົງທີ່ໃໝ່ດ້ວຍເງື່ອນໄຂພື້ນຖານ.
ໃນການຢ້ຽມຢາມກຳປູເຈຍຢ່າງເປັນທາງການຄັ້ງນີ້, ທ່ານປະທານສະພາແຫ່ງຊາດໄດ້ສະເໜີກັບປະທານສະພາແຫ່ງຊາດ, ປະທານສະພາສູງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກ່ຽວກັບບັນຫາຮັບປະກັນການຫາເງິນລ້ຽງຊີບຂອງພໍ່ແມ່ປະຊາຊົນ. ໃນການພົບປະກັບທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໃນຕອນເຊົ້າວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເຫັນດີຕໍ່ແຜນນະໂຍບາຍຮຽກຮ້ອງໃຫ້ວິສາຫະກິດ ຫວຽດນາມ ສົມທົບກັບເພື່ອນມາລົງທຶນໂຄງການປູກລ້ຽງສິນໃນນ້ຳເທິງບົກ, ເພື່ອບໍ່ມີພຽງແຕ່ໃຫ້ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ປະຊາຊົນກຳປູເຈຍກໍ່ມີເງື່ອນໄຫວຫາເງິນລ້ຽງຊີບອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຍັງຍົກອອກຄຳເຫັນກ່ຽວກັບການໜູນຊ່ວຍໃນການຜະລິດຫົວອາຫານ, ການສັດລ້ຽງ. ຈາກນັ້ນ ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງເງື່ອນໄຂພັດທະນາກະສິກຳ ໃຫ້ແກ່ກຳປູເຈຍ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ຖ່າຍທອດເຕັກໂນໂລຢີໂດຍກຳປູເຈຍພ້ອມກັນແບ່ງປັນບົດຮຽນປະສົບກັນໃນວຽກງານລ້ຽງປາໃນແມ່ນ້ຳ, ໜອງ ໂດຍສົມທົບກັນເຮັດວຽກເມື່ອມີເງື່ອນໄຂທີ່ເໝາະສົມທິວທັດທຳມະຊາດ, ສິ່ງແວດລ້ອມ…
ຢູ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາພາສາຫວຽດ, ພາສາຂະແມ ໃນປະຊາຄົມ, ພ້ອມທັງສະແດງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນແຜນການຂອງສະຖານທູດ, ບັນດາສະມາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍໃນການປະຕິບັດວຽກງານນີ້.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາວິສາຫະກິດ ຫວຽດນາມ ປະຈຳ ກຳປູເຈຍ ສ້າງເງື່ອນໄຂຮັບສະໝັກເລືອກຕັ້ງຜູ້ອອກແຮງງານເຊື້ອຊາດຫວຽດ ໃນການເຮັດວຽກ, ທັກສະອາຊີບ. ທ່ານປະທານສະພາແຫ່ງຊາດ ຖືວ່າ, ດ້ວຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເດັດດຽວ, ຍິ່ງປະສົບກັບຄວາມຫຍຸ້ງຍາກ ຍິ່ງບືນຕົວຂຶ້ນຢ່າງແຮງ, ພໍ່ແມ່ປະຊາຊົນຮັບມື້ນັບມີຄວາມມານະພະຍາຍາມບືນຕົວຂຶ້ນ, ມີສະຖຽນລະພາບ ແລະ ພັດທະນາ.
ທ່ານກໍ່ຕີລາຄາວ່າ ພໍ່ແມ່ປະຊາຊົນຍາມໃດກໍ່ຍົກສູງຈິດໃຈສາມັກຄີ, ສະໜິດຕິດແທດ, ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ. ທ່ານປະທານສະພາແຫ່ງຊາດ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ ແລະ ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກໄດ້, ເປັນແຫຼ່ງກຳລັງຂອງປະຊາຄົມຊົນຊາດ ແລະ ປັດໄຈສຳຄັນປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.
ບຸນຄົງ