ໂຮງໝໍ ເຈີ້ໄຣ້-ພະນົມເປັນ ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ

08:21 | 13/11/2022

ຍສໝ - ທ່ານ ຟ້າມມິງຈີ໊ງ ໄດ້ສະແດງຄວາມຊົມເຊີຍຜົນ ການເຄື່ອນໄຫວຂອງໂຮງໝໍໃນໄລຍະຜ່ານມາ, ບໍ່ພຽງແຕ່ໃນວຽກງານກວດ, ປິ່ນປົວພະຍາດ, ຊ່ວຍກູ້ຄົນ; ເຊື່ອມຕໍ່, ຮ່ວມມືໃນຂົງເຂດສາທາລະນະສຸກ ເທົ່ານັ້ນ ຫາກຍັງໃນການກໍ່ສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກໃຫ້ກໍາປູເຈຍນຳອີກ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ
ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ

ຕອນເຊົ້າວັນທີ 9 ພະຈິກ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມໂຮງໝໍ ເຈີ້ໄຣ້-ພະນົມເປັນ - ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ.

ໂຮງໝໍ ເຈີ້ໄຣ້-ພະນົມເປັນ ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ

ໂຮງໝໍ ເຈີ້ໄຣ້-ພະນົມເປັນ ສັນຍາລັກອັນດີງາມຂອງສາຍພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ກໍາປູເຈຍ

ພາຍຫຼັງໄປຢ້ຽມຢາມພື້ນຖານວັດຖຸ, ກວດກາວຽກງານກວດ, ປິ່ນປົວພະຍາດ ຂອງໂຮງໝໍ ແລະ ຢ້ຽມຢາມ, ລະດົມກຳລັງໃຈບັນດາຄົນເຈັບທີ່ພວມປິ່ນປົວຢູ່ທີ່ນີ້, ທ່ານ ຟ້າມມິງຈີ໊ງ ໄດ້ມີການເຮັດວຽກກັບການນໍາຫຼັກແຫຼ່ງຂອງໂຮງໝໍ. ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຟ້າມມິງຈີ໊ງ ໄດ້ສະແດງຄວາມຊົມເຊີຍຜົນ ການເຄື່ອນໄຫວຂອງໂຮງໝໍໃນໄລຍະຜ່ານມາ, ບໍ່ພຽງແຕ່ໃນວຽກງານກວດ, ປິ່ນປົວພະຍາດ, ຊ່ວຍກູ້ຄົນ; ເຊື່ອມຕໍ່, ຮ່ວມມືໃນຂົງເຂດສາທາລະນະສຸກ ເທົ່ານັ້ນ ຫາກຍັງໃນການກໍ່ສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກໃຫ້ກໍາປູເຈຍນຳອີກ. ຜ່ານນັ້ນ ກໍປະກອບສ່ວນເພີ່ມທະວີ, ປັບປຸງໄມຕີຈິດມິດຕະພາບລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ແບບຍືນຍົງຍາວນານ.

ບູນມີ

ເຫດການ
302 Found

Found

The document has moved here.