ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ

08:00 | 15/11/2022

ຍສໝ - ທ່ານ ມາຍຟານຢຸງ ຮອງຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ດ້ວຍບົດບາດ​ເປັນ​ອົງການ​ຄຸ້ມ​ຄອງ​ແຫ່ງລັດ​ໃນ​ຂົງ​ເຂດ​ວຽກງານຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດ​, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອແກ້ໄຂຄວາມ​ຫຍຸ້ງ​ຍາກ, ຂໍ້ຄົງຄ້າງ ​ແລະ ໜູນ​ຊ່ວຍຢ່າງແທດຈິງ​ໃຫ້​ແກ່​ຊາວ​ຫວຽດນາມ​ອາໄສຢູ່​ຕ່າງປະ​ເທດ ເວົ້າລວມ, ຢູ່ ອົດ​ສະ​ຕາ​ລີ ເວົ້າສະເພາະເປັນເທື່ອລະກ້າວ ເພື່ອສາມາດ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ກວ່າ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢູ່​ປະເທດປະຈໍາຖິ່ນ ​ແລະ ​ມຸ່ງໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ ​ແລະ ອົດ​ສະ​ຕາ​ລີ, ​ແຕ່​ວັນ​ທີ 6-10 ພະຈິກ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໂດຍທ່ານ ມາຍຟານຢຸງ ຮອງຫົວໜ້າຄະນະກໍາມະການ ໄດ້ນຳ​ໜ້າ​ຄະນະໄປຢ້ຽມຢາມ ອົດ​ສະ​ຕາ​ລີ, ​ເຮັດ​ວຽກ​ກັບບັນດາອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ທີ່​ນີ້ ​ແລະ ​ໄດ້​ດຳ​ເນີນ​ການໂອ້ລົມສົນມະນາ ​ແລະ ພົບ​ປະ​ກັບ​ບັນດາ​ຜູ້​ແທນ 8 ສະມາຄົມຊາວຫວຽດນາມ ອາໄຫສຢູ່ ອົດສະຕາລີ.

ຮັບ​ຮູ້​ຫຼາຍ​ຄວາມ​ຄິດ​ເຫັນ ແລະ​ ການ​ປະ​ກອບ​ສ່ວນ​ຢ່າງແທດຈິງຂອງ​ນັກ​ຊ່ຽວ​ຊານ ​ແລະ ປັນ​ຍາ​ຊົນ

ທີ່​ບັນດາການ​ພົບ​ປະ, ຄະນະ​ປະຕິບັດງານໄດ້​ແລກປ່ຽນ​ກັບ​ປະຊາຊົນ​ກ່ຽວກັບຂໍ້ມູນຂ່າວສານ​ສະພາບ​ການ​ຂອງ​ປະ​ເທດ; ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດ​, ພິ​ເສດ​ແມ່ນ​ບັນດາກິດຈະກໍາການເຄື່ອນໄຫວ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ອະນຸລັກ​ຮັກສາ​ວັດທະນະທຳ ​ແລະ ພາສາ​ຫວຽດ ​ໃຫ້​ຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ, ​ເຊື່ອມຕໍ່ ​ແລະ ເສີມຂະຫຍາຍແຫຼ່ງກໍາລັງແຮງຂອງ​ນັກທຸລະກິດ ​ແລະ ປັນຍາ​ຊົນທີ່​ອາໄສຢູ່​ຕ່າງປະ​ເທດ; ນະ​ໂຍ​ບາຍ​ກ່ຽວ​ກັບ​ມະຫາ​ສາ​ມັກ​ຄີ ແລະ ສະ​ຫນັບ​ສະ​ຫນູນ​ສະ​ມາ​ຄົມຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດ; ວຽກງານປົກປ້ອງພົນລະເມືອງ; ກ່ຽວກັບວຽກງານຂ່າວສານສຳລັບຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດ.

ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ
ທ່ານ ມາຍຟານຢຸງ ຮອງຫົວໜ້າຄະນະກໍາມະການ ​ໄດ້ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ ​ແລະ ຄວາມ​ກະຕືລືລົ້ນ​ຂອງ​ບັນດາ​ຜູ້​ແທນ, ນັກ​ທຸລະ​ກິດ​, ປັນຍາ​ຊົນທີ່ເຄື່ອນໄຫວໃນບັນດາອົງການຈັດຕັ້ງ​ສະມາຄົມ. ພາບ: thoidai.com.vn

ຄະ​ນະ​ປະຕິບັດງານ​ໄດ້​ໃຊ້​ເວ​ລາສ່ວນ​ຫຼາຍ​ເພື່ອແລກ​ປ່ຽນ ແລະ ຮັບຮູ້ຄວາມ​ຄິດ​ເຫັນປະກອບ ແລະ ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ, ປັນ​ຍາ​ຊົນ​ ຄື: ຂໍ້ສະ​ເໜີ​ເຊື່ອມ​ຕໍ່ສິ່ງຍອດຍິ່ງທາງພູມປັນຍາຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດກັບບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ແນ​ໃສ່​ສ້າງເງື່ອນໄຂການນຳ​ໃຊ້ການຄົ້ນຄວ້າ​ວິ​ທະ​ຍາ​ສາດ​ເຂົ້າ​ໃນ​ສະພາບຕົວຈິງ (ທ່ານ ສາດ​ສະ​ດາ​ຈານ ງຽມດຶກລອງ; ທ່ານ ປະລິນຍາເອກ ເວືອງວັນກວານ); ກໍ່ສ້າງ​ກົນ​ໄກ​ຂໍ້​ມູນ​ຂ່າວສານ​ທີ່ລະລຸລ່ວງ: ລະອຽດລະຫວ່າງການ​ປະກອບສ່ວນ​ຂອງ​ປັນຍາ​ຊົນ​ຫວຽດນາມ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ (ທ່ານ ປະລິນຍາເອກ ຮົ່ງໂດຫວຽນ); ຊຸກຍູ້ການຖ່າຍທອດພູມປັນຍາແທນທີ່ການຖ່າຍທອດເຕັກໂນໂລຊີ, ເພາະວ່າພູມປັນຍາສາມາດຖ່າຍທອດໄດ້ງ່າຍດາຍ, ວ່ອງໄວ ແລະ ບໍ່ມີບັນຫາລິຂະສິດຄືເຕັກໂນໂລຊີ (ທ່ານ ປະລິນຍາເອກ ຫງວຽນແທ່ງວິ້ງ); ຍູ້ແຮງ​ການ​ເຄື່ອນ​ໄຫວ​ຕົວຈີງ​ເພື່ອ​ແນໃສ່ປົກ​ປັກ​ຮັກສາ​ວັດທະນະທຳ ​ແລະ ພາສາ​ຫວຽດ ​ໃຫ້​ແກ່​ລູກ​ຫລານ​ຂອງ​ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ທ່ານ ປະລິນຍາເອກ ບຸ່ຍ​ບິ່ງ); ບັນດາບັນຫາກ່ຽວກັບກິດຈະກໍາເຄື່ອນໄຫວຂອງ ຊາວຫນຸ່ມ ເຍົາະຊົນຫວຽດນາມ ຢູ່ອົດສະຕາລີ (ສະມາຄົມຊາວຫວຽດນາມ ຢູ່ອົດສະຕາລີ, Sydney, Canberra); ບັນດາ​ບັນຫາການເຄື່ອນໄຫວ​ຂອງ​ສະມາຄົມ (ທະ​ນາຍ​ຄວາມ ເຈິ່ນບ໊າຟຸກ); ບັນ​ຫາ​ການ​ສອນ ພາສາຫວຽດ ໃຫ້ແດ່ດັກນ້ອຍຊາວຫວຽດນາມ ຢູ່​ ອົດສະຕາລີ (ທ່ານ ປະລິນຍາເອກ ເຈິ່ນຮົ່ງເວິນ);...

ແກ້ໄຂຄວາມ​ຫຍຸ້ງ​ຍາກ, ຂໍ້ຄົງຄ້າງ ​ແລະ ໜູນ​ຊ່ວຍຢ່າງແທດຈິງ​ໃຫ້​ແກ່​ຊາວ​ຫວຽດນາມ​ອາໄສຢູ່​ຕ່າງປະ​ເທດເປັນເທື່ອລະກ້າວ

ໂດຍຕາງໜ້າ​ໃຫ້​ການ​ນຳຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທ່ານ ມາຍຟານຢຸງ ຮອງຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ດ້ວຍບົດບາດ​ເປັນ​ອົງການ​ຄຸ້ມ​ຄອງ​ແຫ່ງລັດ​ໃນ​ຂົງ​ເຂດ​ວຽກງານຊາວຫວຽດນາມ ອາໄສຢູ່​​ຕ່າງປະ​ເທດ​, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອແກ້ໄຂຄວາມ​ຫຍຸ້ງ​ຍາກ, ຂໍ້ຄົງຄ້າງ ​ແລະ ໜູນ​ຊ່ວຍຢ່າງແທດຈິງ​ໃຫ້​ແກ່​ຊາວ​ຫວຽດນາມ​ອາໄສຢູ່​ຕ່າງປະ​ເທດ ເວົ້າລວມ, ຢູ່ ອົດ​ສະ​ຕາ​ລີ ເວົ້າສະເພາະເປັນເທື່ອລະກ້າວ ເພື່ອສາມາດ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ກວ່າ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢູ່​ປະເທດປະຈໍາຖິ່ນ ​ແລະ ​ມຸ່ງໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ.

ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ
ຄະນະ​ຜູ້​ແທນ​ໄດ້​ຖ່າຍຮູບເປັນທີ່ລະນຶກ​ກັບ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ. ພາບ: thoidai.com.vn

ທີ່​ບັນດາການເຮັດວຽກກັບ​ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ, ທ່ານ ມາຍຟານຢຸງ ຮອງຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຮຽກຮ້ອງ​ບັນດາ​ອົງການ​ຕາງໜ້າ​ໃຫ້​ເອົາ​ໃຈ​ໃສ່ ​ແລະ ຍູ້​ແຮງວຽກ​ງານ​ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດກວ່າອີກ ​ແລະ ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາກິດຈະກໍາ​​ເຄື່ອນ​ໄຫວ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ, ຕິດ​ພັນ​ກັບ​ໂຄງ​ການເຊີດຊູ​ພາ​ສາ​ຫວຽດ ເຊິ່ງ​ຫາກໍ່ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມື່ອ​ວັນ​ທີ 3 ສິງຫາ ທີ່ຜ່ານມາ.

ກໍ່ທີ່ການໂອ້ລົໃສົນທະນາ, ພົບ​ປະ​ກັບ​ຜູ້ຕາງໜ້າ 8 ສະມາຄົມ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ, ຄະນະ​ໄດ້​ເຜີຍແຜ່​ໃຫ້​ພໍ່ແມ່ປະຊາຊົນຮັບ​ຊາບ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ລະບຽບ​ກົດໝາຍ​ກ່ຽວ​ກັບ​ຊາວຫວຽດນາມ ອາໄຫສຢູ່​ຕ່າງປະ​ເທດ​ເວົ້າລວມ, ນະ​ໂຍບາຍ​ສົ່ງເສີມນັກທຸລະກິດ ​ແລະ ປັນຍາ​ຊົນ​ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ​ກັບເມືອ​ເຮັດ​ວຽກ, ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ. ພິ​ເສດແມ່ນເລື່ອງຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ພວມ​ສະເໜີແນະ​ໃຫ້ອົງການເຈົ້າໜ້າທີ່ພິຈະລະ ນາເປີດກວ້າງ​ສິດ​ທິຂອງ​ຊາວ​ຫວຽດນາມອາໄສຢູ່ຕ່າງປະ​ເທດວ່າດ້ວຍທີ່​ດິນ ​ແລະ ທີ່ຢູ່​ອາ​ໄສ, ລະອຽດ​ແມ່ນ​ອະນຸຍາດໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ຮັບ​ການ​ໂອນ​ສິດ​ນຳ​ໃຊ້​ທີ່​ດິນ​ນອກ​ໂຄງການ​ພັດທະນາ​ເຮືອນ​ຢູ່​ເພື່ອ​ກໍ່ສ້າງ ​ແລະ ​ກໍາມະສິດເຮືອນຢູ່ ​ຄືຊາວຫວຽດ​ນາມ ຢູ່ພາຍໃນ​ປະ​ເທດ.

ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ
ທ່ານ ມາຍຟານຢຸງ ຮອງຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ມອບ​ປຶ້ມ​ສອນພາສາ​ຫວຽດ ​ໃຫ້​ທ່ານ​ນາງ ຮົ່ງເວິນ. ພາບ: thoidai.com.vn

ກ່ຽວ​ກັບ​ບັນຫາ​ສັນຊາດ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​​ກໍ່​​ສະເໜີແນະ​ໃຫ້ອົງການເຈົ້າໜ້າທີ່ພິຈະລະນາດັດປັບຂໍ້ກໍານົດວ່າດ້ວຍການ​ເຂົ້າ ​ແລະ ກັບຄືນ​ສັນຊາດ​ຫວຽດນາມ ຕາມທິດສະດວກກວ່າ ​ພ້ອມທັງຍັງຮັກສາ​ສັນຊາດ​ຕ່າງປະ​ເທດ, ​ບັນຫາຢັ້ງຢືນ​ສັນຊາດ​ຫວຽດນາມ ​ແລະ ​ໃບແຈ້ງເກີດ​ ໃຫ້ລູກຊອດຫວຽດນາມ, ​ເດັກ​ຫວຽດນາມ​ ທີ່ເກີດ​ຢູ່​ຕ່າງປະ​ເທດ...

ບູນມີ

ເຫດການ
302 Found

Found

The document has moved here.