ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມສະຖານທູດ ແລະ ພົບປະຊາວຫວຽດນາມ ຢູ່ກໍາປູເຈຍ

16:00 | 13/11/2022

ຍສໝ - ທ່ານ ຟ້າມມິງຈີ໊ງ ຕີລາຄາສູງນ້ຳໃຈຮັກຊາດ ແລະ ການປະກອບສ່ວນທີ່ສໍາຄັນຂອງຊາວ ຫວຽດນາມ ຢູ່ກໍາປູເຈຍ ແລະ ປະຊາຄົມວິສາຫະກິດຫວຽດນາມ ຢູ່ກໍາປູເຈຍ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ຄືໃນການພົວພັນສອງປະເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41
ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມ ຢູ່ກໍາປູເຈຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມ ຢູ່ກໍາປູເຈຍ

ຕອນບ່າຍວັນທີ 9 ພະຈິກ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ຢູ່ກໍາປູເຈຍ.

ທ່ານ ຟ້າມມິງຈີ໊ງ ຢັ້ງຢືນວ່າ ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ ເຖິງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ຖືວ່ານີ້ແມ່ນພາກສ່ວນທີ່ບໍ່ ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຊົມເຊີຍ ແລະ ຕີລາຄາສູງນ້ຳໃຈຮັກຊາດ ແລະ ການປະກອບສ່ວນທີ່ສໍາຄັນຂອງຊາວ ຫວຽດນາມ ຢູ່ ກໍາປູເຈຍ ແລະ ປະຊາຄົມວິສາຫະກິດຫວຽດນາມ ຢູ່ກໍາປູເຈຍ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ຄືໃນການພົວພັນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມສະຖານທູດ ແລະ ພົບປະຊາວຫວຽດນາມ ຢູ່ກໍາປູເຈຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມສະຖານທູດ ແລະ ພົບປະຊາວຫວຽດນາມ ຢູ່ກໍາປູເຈຍ.

ທ່ານ ຟ້າມມິງຈີ໊ງ ປາດຖະໜາວ່າ ປະຊາຄົມວິສາຫະກິດຫວຽດນາມ ຢູ່ ກໍາປູເຈຍ ຈະສືບຕໍ່ຍູ້ແຮງການຮ່ວມມືລົງທຶນ, ການຄ້າຢູ່ກໍາປູເຈຍ, ພ້ອມທັງມານະພະຍາຍາມໜູນຊ່ວຍຊາວຫວຽດນາມ ອາໃສຢູ່ກໍາປູເຈຍ, ໂດຍສະເພາະແມ່ນໃນການຫັນປ່ຽນວິຊາອາຊີບ, ຮັບປະກັນຊີວິດສັງຄົມໃຫ້ຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ຕາມແມ່ນ້ຳລຳເຊ.

ທ່ານ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະພາບການໃນ ໂລກສືບຕໍ່ມີຜັນແປຢ່າງສັບສົນ; ສະເໜີໝູ່ຄະນະພະນັກງານ, ພາລະກອນ ສະຖານທູດສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີ, ຄວາມຮັບຜິດຊອບ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໝູນໃຊ້ກາລະໂອກາດ, ຄວາມສະດວກ, ຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ໄດ້ຫຼາຍທີ່ສຸດເພື່ອຜັນຂະຫຍາຍປະສິດທິຜົນ, ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ສືບຕໍ່ເອົາໃຈໃສ່ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກໍາປູເຈຍ ແກ້ໄຂບັນດາຄວາມຕ້ອງ ການທີ່ຊອບທຳຂອງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ກໍາປູເຈຍ, ໜູນຊ່ວຍໃຫ້ບັນດາວິສາຫະກິດໃນການດໍາເນີນ ທຸລະກິດ, ລົງທຶນຢູ່ກໍາປູເຈຍ ຢ່າງທັນການ.

ບູນມີ

ເຫດການ
302 Found

Found

The document has moved here.