ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO

07:00 | 24/11/2022

ຍສໝ - ທ່ານ ​ເລ​ວັນ​ມຸ້ຍ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ) ​ແບ່ງປັນ​ວ່າ: ປີ 2022 ​ແມ່ນ​ປີ​ສາມັກຄີ​ມິດຕະພາບ​ລາວ - ຫວຽດນາມ, ຫວຽດນາມ - ລາວ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ໄດ້ຈັດ​ຕັ້ງ ຫຼາຍ​ກິດຈະກໍາການ​ເຄື່ອນ​ໄຫວພົບປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022 DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ເມື່ອພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດປາດຖະໜາຢາກຊຸກຍູ້ຄວາມເຂົ້າອົກເຂົ້າໃຈກັນ ແລະ ຮ່ວມມືກັນລະຫວ່າງປະຊາຊົນຫວຽດນາມ ແລະ ບັນດາປະເທດ; ຄັ້ງທໍາອິດເຂົ້າເຖິງຂັ້ນຕອນລະບອບການບໍລິຫານ; ​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ... ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ແລະ ບັນດາ​ສະມາຊິກ​ໄດ້​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ມູນເຊື້ອ​ຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ (ວັນທີ 17 ພະຈິກ 1950 – ວັນທີ 17 ພະຈິກ 2022), ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ 5 ທະວີບ​ໄດ້​ແບ່ງປັນ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມເດີນທາງ ​ແລະ ສ້າງ​ບັນດາ​ໝາກຜົນ​ລວມ.

ເຄົາລົບການ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍຂອງ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ

ທ່ານ ຈິ້ງຈູງ, ຜູ້​ອຳ​ນວຍ​ການ​ບໍລິຫານ​ສະພາ​ທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ (UVBC), ຊາວຫວຽດນາມອາໄສຢູ່ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ສະພາ​ທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ ກໍລະກົດ 2022 ​ໂດຍ​ກຸ່ມ​ນັກ​ຊ່ຽວຊານ​ທີ່​ມີ​ປະສົບ​ການ​ດຳ​ເນີນ​ທຸລະ​ກິດ​ກັບ ຫວຽດນາມ ນັບ​ແຕ່​ປີ 1995. ​ໂດຍ​ແມ່ນອົງ​ການບໍ່ຫວັງຜົນ​ກຳ​ໄລ, ສະ​ພາ​ທຸລະ​ກິດ​ອາ​ເມ​ລິ​ກາ - ຫວຽດ​ນາມ ໄດ້ສະໜອງບັນດາການ​ບໍ​ລິ​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ທີ່​ສົນ​ໃຈ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ອາ​ເມ​ລິ​ກາ ແລະ ຫວຽດນາມ.

ສະພາ​ກໍ​ພວມມານະພະຍາຍາມ​ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ກັນລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຜ່ານ​ບັນດາ​ໂຄງການ​ສິລະ​ປະ, ການ​ສຶກສາ, ວັດທະນະທຳຕ່າງໆ.

Kiều bào trân trọng sự đồng hành, hỗ trợ của VUFOທ່ານ ຈິ້ງຈູງ, ຜູ້​ອຳ​ນວຍ​ການ​ບໍລິຫານ​ສະພາ​​ທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ (UVBC).

ຢູ່ ຫວຽດນາມ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ (​ເປັນ​ຫົວໜ່ວຍຂຶ້ນກັບ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ), ​ໂດຍ​ກົງ​ແມ່ນ​ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ອາ​ເມ​ລິ​ກາ, ​ແມ່ນ​ຄູ່​ຮ່ວມ​ມື​​ທາງ​ການ​ຂອງ​ສະພາ​ທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ. ຂ້າພະ​ເຈົ້າເຄົາລົບການ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍຂອງ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ເມື່ອ​ສະພາ​ທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ ​ກັບ​ຄືນເຂົ້າສູ່ການເຄື່ອນໄຫວຢູ່​ປະ​ເທດ ຫວຽດນາມ. ພວກ​ຂ້າພະເຈົ້າຈະ​ສ້າງ​ສາງ​ຂໍ້​ມູນ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ, ຄວາມ​ຕ້ອງ​ການ​ສະ​ເພາະ​ຂອງ​ການ​ນໍາ​ເຂົ້າ, ສົ່ງ​ອອກ, ປະ​ລິ​ມານ, ປະເພດສິນຄ້າ... ຂອງ​ແຕ່​ລະ​ຝ່າຍ. ພ້ອມ​ກັນ​ນັ້ນ, ກໍ່​ຈັດ​ຕັ້ງ​ຊຸດ​ອົບຮົມ​ກ່ຽວ​ກັບບັນດາບັນຫາທີ່ພວມໄດ້ຮັບຄວາມສົນໃຈຄື ​ຫຼັກອະນາໄມຄວາມປອດໄພ ດ້ານສະບຽງອາຫານ ​ແລະ ຕົ້ນກໍາເນີດຂອງສະບຽງອາຫານ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ອາ​ເມ​ລິ​ກາ ຫຼື ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີເຂົ້າກະສິກຳ ​ປະຈຸ​ບັນ​​ເຊັ່ນ ເຕັກ​ໂນ​ໂລ​ຊີເກັບ​ຮັກສາ​ຫຼັງ​ການ​ເກັບ​ກ່ຽວ, ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ, ຜະລິດບັນດາຜະ​ລິດ​ຕະ​ພັນ​ຄຸນ​ນະ​ພາບ​ສູງ​ສໍາ​ລັບ​ການ​ສົ່ງ​ອອກ...

ໂດຍໄດ້ຮັບການສະຫນັບສະຫນູນຢ່າງຕັ້ງໜ້າ ແລະ ມີປະສິດທິພາບຂອງ PACCOM

ທ່ານ ຫວໍ​ງວຽນ​ກວາງລວນ (​ຊາວ​ເຢຍລະ​ມັນ ເຊື້ອຊາດຫວຽດນາມ), ຜູ້ອຳນວຍການອົງການບໍ່ຂຶ້ນກັບລັດຖະບານ FIT ​ໃຫ້​ຮູ້​ວ່າ: FIT ​ແມ່ນ​ອົງການ ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດທີ່ມີສໍານັກງານ​ຢູ່​ເຢຍລະ​ມັນ ​ແລະ ​ໄດ້​ຮັບ​ໃບ​ອະນຸຍາດ​ດຳ​ເນີນ​ການເຄື່ອນໄຫວ​ຢູ່ ຫວຽດນາມ ​ໃນ​ວັນ​ທີ 11 ເມສາ 2017. ນັບ​ແຕ່ເມື່ອໄດ້ຮັບການ​ສ້າງຕັ້ງ, FIT ​ໄດ້ ແລະ ພວມໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຈາກ​ຄະນະ​ປະສານ​ງານ​ການ​ຊ່ວຍ​ເຫຼືອ​ປະຊາຊົນ (PACCOM), ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ບໍລິຫານ ​ເພື່ອ​ບໍ່​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຢຸດ​ສະ​ງັກ. ສິ່ງເຫຼົ່ານີ້ສາມາດເວົ້າເຖິງຄື ວິວັດການຕໍ່ການນົດ ວີຊາໃຫ້ບັນດານັກຊ່ຽວຊານທີ່ພວມເຮັດວຽກຢູ່ອົງການ ແລະ ຍື່ນຂໍວີຊາ ໃໝ່ໃຫ້ນັກຊ່ຽວຊານທີ່ໄປເຮັດວຽກໄລຍະສັ້ນຢູ່ຫວຽດນາມ ໃນໄລຍະທີ່ ພະຍາດໂຄວິດ-19 ຜັນແປຢ່າງສັບສົນ.

Kiều bào trân trọng sự đồng hành, hỗ trợ của VUFOທ່ານ ຫວໍ​ງວຽນ​ກວາງລວນ (​ຊາວ​ເຢຍລະ​ມັນ ເຊື້ອຊາດຫວຽດນາມ), ຜູ້ອຳນວຍການອົງການບໍ່ຂຶ້ນກັບລັດຖະບານ FIT.

ໃນໄລຍະຈະມາເຖິງ, ອົງການ FIT ມີແຜນທີ່ຈະຂະຫຍາຍຂອບເຂດການດໍາເນີນງານ ໄປຍັງບັນດາແຂວງໃໝ່. ອົງການ FIT ຫວັງວ່າ PACCOM ຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍການເຮັດວຽກກັບອົງການທີ່ກ່ຽວຂ້ອງອື່ນໆ ເພື່ອໃຫ້ລະບຽບການເປີດກວ້າງຂອບເຂດການເຄື່ອນໄຫວຂອງ ອົງການ FIT ສາມາດໄດ້ປະຕິບັດສຳເລັດໂດຍໄວ.

ສະມາຄົມ​ມິດຕະພາບ​ມີ​ຫຼາຍ​ກິດຈະກຳ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ

ທ່ານ ​ເລ​ວັນ​ມຸ້ຍ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ) ​ແບ່ງປັນ​ວ່າ: ປີ 2022 ​ແມ່ນ​ປີ​ສາມັກຄີ​ມິດຕະພາບ​ລາວ - ຫວຽດນາມ, ຫວຽດນາມ - ລາວ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ໄດ້ຈັດ​ຕັ້ງ ຫຼາຍ​ກິດຈະກໍາການ​ເຄື່ອນ​ໄຫວພົບປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​ຖາ​ນະ​ເປັນ​ຊາວ​ຫວຽດ​ນາມ​ອາໄສຢູ່​ຕ່າງ​ປະ​ເທດ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວພົບປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ VUFO ຈັດຕັ້ງ. ບັນດາ​ການ​ເຄື່ອນ​ໄຫວແມ່ນມີຄວາມ​ອຸດົມສົມບູນ, ​ແທດ​ຈິງ, ມີ​ຄວາມ​ໝາຍ ​ແລະ ສະໜິດຕິດພັນປະຊາຊົນ​ສອງ​ປະ​ເທດ.

Kiều bào trân trọng sự đồng hành, hỗ trợ của VUFOທ່ານ ​ເລ​ວັນ​ມຸ້ຍ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ).

ນອກຈາກນັ້ນ, ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳຂອງສະຫະພັນບັນດາ ອົງການຈັດຕັ້ງມິດຕະພາບ ຫວຽດນາມ, ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ໜູນຊ່ວຍລູກຫຼານຊາວຫວຽດນາມອາໄສຢູ່ລາວ ໄປຮ່ຳຮຽນຢູ່ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມ​ໝາຍ, ຊ່ວຍ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​​ໄວໜຸ່ມ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຫັນໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ​ມີຄວາມ​ຮັບ​ຮູ້ຢ່າງຈະແຈ້ງ​ເຖິງ​ສາຍພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະ​ຊາ​ຊົນ​ສອງ​ປະ​ເທດລາວ ແລະ ຫວຽດ​ນາມ ໂດຍ​ປະ​ທານ​ ໂຮ່​ຈິີມິນ, ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ​ ສຸ​ພາ​ນຸ​ວົງ ເປັນຜູ້ສ້າງພື້ນຖານ.

ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO

ໃນໄລຍະຈະມາເຖິງ, ຂ້າພະເຈົ້າຫວັງວ່າ VUFO ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສືບຕໍ່ມີຫຼາຍໂຄງການມຸ່ງໄປເຖິງຊາວຫວຽດນາມ ອາໄສຢູ່ລາວ, ໜູນຊ່ວຍບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກສອກຫຼີກ, ມີທຶນການສຶກສາໃຫ້ລູກຫຼານ ຊາວຫວຽດນາມອາໄສຢູ່ລາວ ໄປຮ່ຳຮຽນຢູ່ ຫວຽດນາມ ຫຼື ຮັບເບິ່ງແຍງດູແລລູກຫຼານເມື່ອເຂົາເຈົ້າມາຮຽນຢູ່ຫວຽດນາມ ຕື່ມອີກ.

ບູນມີ

ເຫດການ
302 Found

Found

The document has moved here.