ຊາວ​ຫວຽດນາມ​ອາ​ໄສ​ຢູ່ ມົງ​ໂກ​ນ ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ທິມ​ບານ​ບ້ວງຫວຽດ​ນາມ ໃນ​ການ​ແຂ່ງ​ຂັນ​ຢູ່ ມົງ​ໂກນ

16:00 | 20/11/2022

ຍ​ສ​ໝ - ທິມ​ບານ​ບ້ວງ​ແຫ່ງ​ຊາດ ຫວຽດ​ນາມ ຫາ​ກໍ່​ສຳ​ເລັດ​ຮອບ​ຄັດ​ເລືອກ​ທີ 1 FIBA Asia Cup 2025, ດຳ​ເນີນ​ຢູ່ນ​ະຄ​ອນ Ulaanbaatar, ມົງ​ໂກ​ນ ໃນ​ລະ​ຫວ່າງວັນ​ທີ 10 ພະ​ຈິກ ຫາ ວັນ​ທີ 14 ພະ​ຈິກ ປີ 2022. ນີ້​ແມ່ນ​ການ​ແຂ່ງ​ຂັນ 5x5 ແຖວ​ໜ້າ​ຂອງ​ເຂດ FIBA ແລະ ທິມ​ບານ​ບ້ວງ​ແຫ່ງ​ຊາດ ຫວຽດ​ນາມ ມີ​ໜ້າ​ຢູ່​ຕາ​ຕະ​ລາງ D ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຄື ມາ​ເລ​ເຊຍ, ມົງ​ໂກນ, ຕາ​ຮີ​ຕີ ແລະ ໄທ.

ຊາ ຊານ​ຕວຽດ ​ຢູ່ ລາຍ​ເຈົາ ຍາດ​ໄດ້ 4 ລາງວັນ​ໃນ​ການ​ແຂ່ງ​ຂັນ ຊາ​ ສາ​ກົນ ຢູ່ ປາ​ຣີ 2022 ຊາ ຊານ​ຕວຽດ ​ຢູ່ ລາຍ​ເຈົາ ຍາດ​ໄດ້ 4 ລາງວັນ​ໃນ​ການ​ແຂ່ງ​ຂັນ ຊາ​ ສາ​ກົນ ຢູ່ ປາ​ຣີ 2022
ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ
ຊາວ​ຫວຽດນາມ​ອາ​ໄສ​ຢູ່ ມົງ​ໂກ​ນ ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ທິມ​ບານ​ບ້ວງຫວຽດ​ນາມ ໃນ​ການ​ແຂ່ງ​ຂັນ​ຢູ່ ມົງ​ໂກນ
ການ​ແຂ່ງ​ຂັນ​ຂອງ​ທິມ​ບາ​ນ​ບ້ວງ ຫວຽດ​ນາມ

ເປັນ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ເກືອບ 60 ປີ, ທິມ​ບາ​ນ​ບ້ວງ​ແຫ່ງ​ຊາດ ຫວຽດ​ນາມ 5x5 ໄດ້​ເຂົ້າ​ຮ່ວມ​ເວ​ທີ​ອາ​ຊີ ​ຢ່າງ​ເປັນ​ທາງ​ການ ແລະ ໄດ້​ສ້າງ​ຂີດ​ໝາຍ​ໃນ​ຮອບ​ຄັດ​ເລືອກ​ທີ 1 FIBA Asia Cup 2025 ໃນ​ຄັ້ງ​ນີ້. ໂດຍຍາດ​ໄດ້​ໄຊ​ຊະ​ນະ​ທຳ​ອິດ​ໃນ​ການ​ແຂ່ງ​ຂັນ​ກັບ​ ຕາ​ຮີ​ຕີ ​ໃນ​ວັນ​ທີ 10 ພະ​ຈິກ ດ້ວຍ score 84 – 41 ເຊິ່ງ​ແມ່ນ​ໄຊ​ຊະ​ນະ​ສຳ​ຄັນ​ທີ່​ສຸດ, ສ້າງ​ຂີດ​ໝາຍ​ການ​ກັບ​ຄື​ນມາສູ່​ການ​ແຂ່ງ​ຂັນ​ຢູ່​ລະ​ດັບ​ທະ​ວີບ​ຂອງ​ທິມ​ບານ​ບ້ວງ​ແຫ່ງ​ຊາດ ຫວຽດ​ນາມ. ໄຊ​ຊະ​ນະ​ນີ້ ໄດ້​ກາຍ​ເປັນ​ຂໍ້​ມູ​ນ​ຮ້ອນ​ເຮັ່ງ ແລະ ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນພິເສດຈາກ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ມົງ​ໂກນ​.

ດ້ວຍ​ການ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ນັກ​ກິ​ລາ​ທຸງ​ແດງດາວເຫຼືອງ ກໍຍັງ​ໄດ້​ຮັກ​ສາ​ຄື​ເກົ່າ​ໃນ​ນັດ​ຕ່າງໆ, ກັບ​ປະ​ເທດ ໄທ ແລະ ໂມງ​ກົນ​ ​ທີ່​ມີ​ຄວາມ​ພົ້ນ​ເດັ່ນ​ໃນ​ທຸກ​ດ້ານ, ພວກ​ເຮົາ​ໄດ້​ສ້າງ​ຂີດ​ໝາຍ​ທີ່​ດີ​ເຖິງວ່າ​ບໍ່​ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ.

ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະ​ຖານ​ທູດ ຫວ​ຽດ​ນາມ ​ປະ​ຈຳ ໂມງ​ກົນ ໃນ​ການ​ເຊື່ອມ​ຕໍ່, ຮຽກ​ຮ້ອງໃຫ້​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ນະ​ຄອນ Ulaanbaatar, ໃນ 2 ວັນ​ທ້າຍ​ອາ​ທິດ​ຄື ​ວັນ​ທີ 12 ແລະ 13 ພະ​ຈິກ 2022, ພະ​ນັກ​ງານ​ສະ​ຖານ​ທູດ ທຸກ​ຄົນ, ພ້ອມ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ່​ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ​ເພື່ອ​ມໄປເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ທິມ​ຊາດ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.