ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ

16:27 | 01/12/2022

ຍ​ສ​ໝ - ວັນ​ທີ 28 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ດ້ວຍ​ຫົວ​ເລື່ອງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີກວ່າເກົ່າ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີກວ່າເກົ່າ
ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO
ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ສະຫຼູບ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 23

ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ສະຫຼູບ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 23 ລົງ​ວັນ​ທີ 12 ມິຖຸນາ 2003 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ IX ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ.

ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຈາກ​ພັກ, ລັດ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ໂງ​ຈິ້ງ​ຮ່າ, ຮອງ​ຫົວ​ໜ້າ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ​ມີ​ຊາວ​ຫວຽດ​ນາມ ກ່​ວາ 5,3 ລ້ານ​ຄົນ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່ 130 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ. ວຽກ​ງານ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ວຽກ​ງານ​ມະ​ຫາ​ສາ​ມັກ​ຄີ​ສຳລັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຂອງ​ພັກ, ລັດ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ໄດ້ເນັ້ນ​ໜັກ​ເຖິງ​ການ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຜັນ​ຂະ​ຫຍາຍ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ ແລະ ເຂັ້ມແຂງ​ກ່​ວາ​ອີກ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ​ດັ້ງ​ແທງ​ເຟືອງ, ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ ແລະ ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໃຫ້​ຮູ້​ວ່າ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ຊ່ອງ​ຂໍ້​ມູນ​ຂອງ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ, ບົດ​ບາດ​ຂອງ​ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ດີ​ເດັ່ນ, ບັນ​ດາ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ດຶງ​ດູດ​ລ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ເຂົ້າ​ຮ່ວມ​ບັນ​ດາ​ສະ​ມາ​ຄົມ, ຄະ​ນະ

ຕາມ​ທ່ານ​ນາງ ເຈິ່ນ​ທິ​ທູ​ເຮືອງ, ຮອງ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ, ຫ້ອງການ​ອົງ​ຄະ​ນະ​ພັກ - ໝູ່​ຄະ​ນະ, ຄະ​ນະ​ພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລ້ວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່ເປັນ​​ສະ​ມາ​ຊິກ​ພັກ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່ເປັນ​ຫຼັກ​ແຫຼ່ງ, ມີ​ອິດ​ທິ​ພົນ​ຊື່​ສຽງ, ມີຜົນ​ກະ​ທົບ​ຕໍ່​ການ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ສະ​ມາ​ຄົມ​ຄະ​ນະ...ຈັດ​ຕັ້ງ​ການ​ບຳ​ລຸງ​ສ້າງ, ຂົນ​ຂວາຍ​ເພື່ອ​ດຶງ​ດູດລຸ້ນ​ໜຸ່ມ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ສະ​ມາ​ຄົມ, ຄະ​ນະ, ສ້າງ​ຖັ​ນ​ແຖວ​ການ​ນຳສະ​ມາ​ຄົມ​ລຸ້ນສືບ​ທອດ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ຟ້າມກວາງ​ຫ້ຽວ ​ໃຫ້​ຮູ້​ວ່າ: ໃນ​ສະ​ພາບ​ການ​ໃໝ່, ຄວາມຮຽກ​ຮ້ອງ​ໃໝ່, ຈາກ​ແງ່​ມູ​ມ​ປະ​ຕິ​ບັດ​ວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຄະ​ນະ​ພະ​ນັກ​ງານ​ພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຫັນ​ໄດ້​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ມີ​ມະ​ຕິ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນ​ທັງ​ຊາດ​ບົນ​ພື້ນ​ຖານ​ສືບ​ທອດ, ເສີມ​ຂະ​ຫຍາຍ​ບັນ​ດາ​ທັດ​ສະ​ນະ, ທິດ​ທາງ, ໜ້າ​ທີ່​ໃນ​ມະ​ຕິ​ເລກ​ທີ 23, ພ້ອມ​ທັງ​ອັບ​ເດດ, ເພີ່ມ​ເຕີມ​ບັນ​ດາ​ທັດ​ສະ​ນະ​ຊີ້​ນຳ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ກ່ຽວ​ກັບ​ວ​ຽກ​ງານ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.