ຍສໝ - ພາສາຫວຽດ ນັບທັງພາສາເວົ້າ ແລະຕົວໜັງສື ແມ່ນມໍລະດົກວັດທະນະທໍາ ແລະປະຫວັດສາດອັນລໍ້າຄ່າຂອງຊາດຫວຽດນາມ. ຢູ່ຕ່າງປະເທດ, ພາສາຫວຽດຍາມໃດກໍໄດ້ຮັບການເຊີດຊູ ແລະຮັກສາໄວ້ຈາກປະຊາຄົມຊາວຫວຽດນາມ ໃນ 5 ທະວີບ.
ຍສໝ - ປີ 2021, ບັນດາອົງການຈັດຕັ້ງມະຫາຊົນນອກປະເທດເພີ່ມທະວີການປະສົມປະສານຈັດຕັ້ງກິດຈະກຳການເຜີຍແຜ່, ການປ້ອງກັນສິດເປັນເຈົ້າໝູ່ເກາະທະເລຫວຽດນາມຢູ່ເວທີສາກົນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມ ຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະພົບປະໂອ້ລົມກັບພະນັກງານພາລະກອນສະຖານທູດ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ຍສໝ - ວັນທີ 15 ທັນວາ, ງານວາງສະແດງພາບຖ່າຍແບບທາງໄກ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ເພື່ອແນໃສ່ແນະນຳບັນດາພາບຖ່າຍທີ່ມີຊີວິດຊີວາ, ສ່ອງແສງຕົວຈິງ ໃນທຸກການເຄື່ອນໄຫວ, ການດຳລົງຊີວິດ, ບັນຍາກາດ ຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບ, ປະຊາຊົນເຂດຊາຍແດນ, ທະເລໝູ່ເກາະ ຂອງປະເທດຊາດໄປຍັງມະຫາຊົນ.
ຍສໝ - ກະຊວງຄົມມະນາຄົມຂົນສົ່ງ, ຂະແໜງການເດີນອາກາດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລາຍງານຕໍ່ບັນດາການນຳ, ຊຸກຍູ້ການກະກຽມເປີດເສັ້ນທາງການຄ້າສາກົນຄືນໃໝ່, ມີຂັ້ນຕອນເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເມືອປະເທດ, ແກ້ໄຂຄວາມຕ້ອງການກັບຄືນເມືອປະເທດຂອງປະຊາຊົນ ໂດຍໄວ ແລະ ສະດວກທີ່ສຸດ.
ຍສໝ - ວັນທີ 2 ທັນວາ, ຢູ່ມົດສະກູ ໄດ້ມີການພົບປະຢ່າງຈິງໃຈ ແລະອົບອຸ່ນລະຫວ່າງປະທານປະເທດ ຫງວຽນຊວນຟຸກ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ.
ວັນທີ 11 ທັນວາ, ງານບຸນຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສວນສາທາລະນະ Ueno, ນະຄອນຫຼວງ ໂຕກຽວ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແລະສະພາແຫ່ງຊາດຍີ່ປຸ່ນ ຫຼາຍທ່ານ.
ຍສໝ - ຫ້ອງການການຄ້າຫວຽດນາມ ປະຈຳຝະຣັ່ງ ໃຫ້ຮູ້ວ່າ ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ 20 ໂຕນ ໄດ້ຈັດຂຶ້ນຢູ່ຊັ້ນວາງເຄື່ອງຂອງລະບົບສັບພະສິນຄ້າຢູ່ຝະລັ່ງ ເປັນຄັ້ງທຳອິດ.
ຍສໝ - ວັນທີ 5 ທັນວາ, ຢູ່ສຸກສາລາ ແດນສະຫວັນ (ເມືອງເຊໂປນ, ແຂວງ ສະຫວັນນາເຂດ, ລາວ) ບັນດາໜ່ວຍງານ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງການປິ່ນປົວພະຍາດ ແລະ ສະໜອງຢາໃຫ້ແກ່ປະຊາຊົນໃນບໍລິເວນໂດຍບໍ່ເສຍຄ່າ. ນີ້ແມ່ນການເຄື່ອນໄຫວນອນໃນລະບົບການເຄື່ອນໄຫວຂອງໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 1 ປີ 2021.
ວັນທີ 4 ທັນວາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກົມພັດທະນາຕະຫຼາດ ແລະວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ ແລະ ຫ້ອງການໂຄງການ 844 (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສໍາມະນາ “ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ” ແລະເປີດຕົວ “ເຄືອຂ່າຍສະມາຄົມປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ”.
ໃນຈົດໝາຍໄດ້ເນັ້ນໜັກວ່າ, ພາຍຫຼັງເກີດໂລກລະບາດໂຄວິດ - 19 ມາໄດ້ 2 ປີ, ຜູ້ມີຍົດຖາບັນດາສັກ, ນັກບວດ, ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ໂດຍບໍ່ຫົວຊາຕໍ່ອັນຕະລາຍ, ໄດ້ພ້ອມກັບພະນັກງານ, ນັກຮົບເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 28 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ຂອງອົງການອະນາໄມໂລກ (WHO) ຢູ່ນະຄອນ ເຊີແນວ ແລະ ໄດ້ມີການພົບປະກັບທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ພະນັກງານທຸກຄົນເຝີກຝົນວິຊາສະເພາະ ແລະ ທັກສະຢ່າງເປັນປະຈຳ, ແບ່ງປັນບົດຮຽນເພື່ອເພີ່ມທະວີຈຳນວນນັກຊ່ຽວຊານເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນການເຮັດວຽກຂອງບັນດາອົງການຈັດຕັ້ງ ແລະ ສະແດງບົດບາດ.
ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.
ຍສໝ - ຕອນເຊົ້າວັນທີ 25 ພະຈິກ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ IV ປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເສີມຂະຫຍາຍປັນຍາຊົນໜຸ່ມ ຫວຽດນາມ ໃນວິກິດການຫັນເປັນດີຈີຕອນແຫ່ງຊາດ”.
ວັນທີ 24 ພະຈິກ, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ ປະກາດການແຂ່ງຂັນບານເຕະ U.23 ອາຊີຕາເວັນອອກສ່ຽງໃຕ້ 2022 ຈະຈັດຂຶ້ນໃນລະຫວ່າງວັນທີ 14-26 ກຸມພາ 2022 ຢູ່ກຳປູເຈຍ.
ຫວ່າງແລ້ວນີ້, ໃນການຢ້ຽມຢາມ ຍີ່ປຸ່ນ ຢ່່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕ່າງໜ້າປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ ຍີ່ປຸ່ນ.
ສະມາຊິກ 5 ຄົນຂອງທີມຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ສາກົນ ດາລາສາດ ແລະຟິຊິກດາລາສາດ (IOAA) 2021 ລ້ວນແຕ່ຄວ້າໄດ້ຫຼຽນ, ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາໃນຊຸມປີກ່ອນ.
ຫວ່າງແລ້ວນີ້, ໃນຂອບເຂດການໄປປະຕິບັດງານຢູ່ລັດ Victoria, ທ່ານ ຫງວຽນເຕິດແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ໄດ້ເຂົ້າຮ່ວມ ແລະຕັດແຖບຜ້າເປີດນໍາໃຊ້ສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມ ຢູ່ອົດສະຕາລີ ທີ່ມີສໍານັກງານຕັ້ງຢູ່ນະຄອນ Melbourne.
ຍອດຈຳນວນເງິນ 1 ຕື້ດົ່ງທີ່ມອບໃຫ້ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນລາວ ໃນໂອກາດນີ້ ໂດຍນະຄອນໂຮ່ຈີມິນ ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງບຸຍທິມິງຮ່ວາຍຫົວໜ້າຄະນະຂົນຂວາຍປະຊາຊົນຂັ້ນສູງກາງໄດ້ໃຫ້ການຕ້ອນຮັບແລະເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ.
ຍສໝ - ວັນທີ 17 ພະຈິກ ຢູ່ ຮ່າໂນ້ຍ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ເຮັດວຽກກັບກົມການສຶກສານອກໂຮງຮຽນ (ກະຊວງສຶກສາ ແລະ ບຳລຸງສ້າງ) ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ເນື່ອງໃນໂອກາດງານຕະຫຼາດນັດປຶ້ມສາກົນ ເວເນຊູເອລາ ຄັ້ງທີ 17 (FILVEN 2021), ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບວັດທະນະທຳຫວຽດນາມ ດ້ວຍຫົວຂໍ້ “ຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່” - ດ້ວຍຮູບແບບອອນໄລ ແລະ ໂດຍກົງ.
ຍສໝ - ການແຂ່ງຂັນ Nova Cup London 2021 ມີການເຂົ້າຮ່ວມຂອງ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳອັງກິດ ແລະ ອຽກລັງ ຫງວຽນຮ່ວາງລອງ, ຜູ້ຕາງໜ້າສະໂມສອນ ຮ່ວາງຊາ - ເຈື່ອງຊາ ຢູ່ໂປໂລຍ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ເຂົ້າຮ່ວມ.
ຍສໝ - ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ 76 ມີກຳນົດຈະດຳເນີນການເລືອກຕັ້ງເອົາສະມາຊິກ 34 ທ່ານຂອງຄະນະກຳມະການກົດໝາຍສາກົນ (ILC) ໃນໄລຍະສະໄໝປີ 2023-2027 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນວັນທີ 12 ພະຈິກ 2021 ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ, ຕົວແທນຄົນຫວຽດນາມຜູ້ທຳອິດທີ່ເປັນເປັນສະມາຊິກ ILC, ອົງການທາງກົດໝາຍທີ່ສຳຄັນຂອງສະຫະປະຊາຊາດ ສະໄໝ 2017-2022 ຈະຖືກເລືອກຕັ້ງຄືນໃນສະໄໝຕໍ່ໄປ.
ຍສໝ - ນັກສໍາມະນາກອນ 150 ຄົນທີ່ມາຈາກ 10 ປະເທດ ແລະເຂດແຄວ້ນໄດ້ສຳເລັດເນື້ອໃນການຝຶກອົບຮົມທີ່ດີເດັ່ນ.
ຍສໝ - ການແຂ່ງຂັນປີນີ້ມີການເຂົ້າຮ່ວມຂອງ 80 ທີມທີ່ໄດ້ຄັດເລືອກຈາກ 102 ທີມທີ່ໄດ້ລົງທະບຽນເຂົ້າຮ່ວມ.
ຊຸດຝຶກອົບຮົມແນໃສ່ນຳເອົາຄວາມຮູ້, ວິຊາການສິດສອນພາສາຫວຽດນາມ ທີ່ມີປະໂຫຍດ ແລະມີລັກສະນະນໍາໃຊ້ສູງມາໃຫ້ນັກສໍາມະນາກອນ...
ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ເມື່ອວັນທີ 30 ທັນວາ 1955, 5 ປີຕໍ່ມາ, ວັນທີ 17 ພຶດສະພາ 1960, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍໄດ້ຮັບການສ້າງຕັ້ງຂຶ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງປະທານ ໂຮ່ຈີມິນ ແລະ ລັດຖະບານ ຫວຽດນາມ ໃນການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ພ້ອມດຽວກັນນັ້ນ ກໍແມ່ນການຕີລາຄາສູງບົດບາດຂອງ “ການທູດປະຊາຊົນ”.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກວ່າ ນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນການຕີລາຄາສູງຂອງ ຫວຽດນາມ ທີ່ມີຕໍ່ບັນດາການປະກອບສ່ວນຂອງທ່ານ Philipp Rosler.