ແກ້ໄຂຄວາມຕ້ອງການກັບຄືນປະເທດຂອງປະຊາຊົນໂດຍໄວ ແລະ ສະດວກທີ່ສຸດ

06:27 | 14/12/2021

ຍສໝ - ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ຂະແໜງການເດີນອາກາດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ລາຍ​ງານ​ຕໍ່​ບັນດາການ​ນຳ, ຊຸກຍູ້​ການ​ກະກຽມ​ເປີດ​ເສັ້ນທາງ​ການ​ຄ້າ​ສາກົນ​ຄືນ​ໃໝ່, ມີ​ຂັ້ນຕອນເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບຄືນ​ເມືອ​ປະເທດ, ​ແກ້​ໄຂ​ຄວາມ​ຕ້ອງການກັບຄືນ​ເມືອ​ປະເທດຂອງ​ປະຊາຊົນ ​ໂດຍ​ໄວ ແລະ ສະດວກທີ່ສຸດ.

ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ
ຫວຽດນາມ ໄດ້ພາພົນລະເມືອງ 136.000 ຄົນກັບຄືນປະເທດ ຫວຽດນາມ ໄດ້ພາພົນລະເມືອງ 136.000 ຄົນກັບຄືນປະເທດ

ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງ ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ທີ່​ການ​ພົບ​ປະ​ກັບ​ກະຊວງ​ສາທາລະນະ​ສຸກ ​ແລະ ບັນດາ​ກະຊວງ, ອົງການ​ທີ່​ກ່ຽວຂ້ອງ ​ກ່ຽວ​ກັບ​ບັນຫາ​ຊາວ​ຫວຽດນາມ ອາໄສຢູ່ຕ່າງປະ​ເທດ, ຄົນຕ່າງປະ​ເທດ ​ເຂົ້າເມືອງ​ຫວຽດນາມ​ ທີ່ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 8 ທັນວາ.

ແກ້ໄຂຄວາມຕ້ອງການກັບຄືນປະເທດຂອງປະຊາຊົນໂດຍໄວ ແລະ ສະດວກທີ່ສຸດ
ແກ້ໄຂຄວາມຕ້ອງການກັບຄືນປະເທດຂອງປະຊາຊົນໂດຍໄວ ແລະ ສະດວກທີ່ສຸດ. (ພາບ: vietnamplus)

ຜ່ານ​ຄຳ​ເຫັນ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ນອກຈາກ​ຄວາມ​ຕ້ອງການ​ຕ້ອນຮັບ​ນັກ​ຊ່ຽວຊານ, ວິສະວະກອນ, ແຮງງານດ້ານ​ເຕັກ​ໂນ​ໂລ​ຊີ​ສູງ, ນັກ​ທ່ອງ​ທ່ຽວ​ສາກົນ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມແລ້ວ, ບັນດາ​ກະຊວງ, ຂະ​ແໜງ​ການ ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງຄວາມ​ຕ້ອງການ​ກັບ​ຄືນ​ເມືອປະເທດ​ຂອງ​ພົນລະ​ເມືອງ ຫວຽດນາມ ​ທີ່ໄປ​ເຮັດ​ວຽກ, ຮ່ຳຮຽນ, ​ໄປ​ຢາມ​ຍາດຕິ​ພີ່ນ້ອງ ທີ່​ຕິດ​ຄ້າງ​ຢູ່​ຕ່າງປະ​ເທດ​ຍ້ອນ​ພະຍາດ​ລະບາດ, ກໍ່​ຄື​ຍາດຕິ​ພີ່ນ້ອງ​ຊາວ​ຫວຽດນາມ ທີ່​​ອາ​ໄສ​ຢູ່​ຕ່າງປະ​ເທດ ​ພ້ອມ​ກັບ​ຍາດຕິ​ພີ່ນ້ອງ​ ໄດ້ຮັບນະໂຍບາຍຕ່າງໆຄືກັບ​ຊາວຫວຽດນາມ ຕາມ​ລະບຽບ​ການ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສະ​ເໜີ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ປະກາດການ​ແນະ​ນຳ​ໃໝ່​ກ່ຽວ​ກັບ​ການແຍກປ່ຽວ ແລະ ຕິດ​ຕາມ​ກວດ​ກາ​ສຸ​ຂະ​ພາບ​ສຳ​ລັບ​ຄົນ​ເຂົ້າເມືອງ​ຫວຽດ​ນາມ ກ່ອນ​ວັນ​ທີ 15 ທັນວາ, ບົນ​ຈິດ​ໃຈ​ ຄືກັນ​ກັບ​ປະ​ຊາ​ຊົນ​ຈາກ​ເຂດ​ແຜ່​ລະ​ບາດ​ໄປ​ຍັງ​ເຂດ​ອື່ນພາຍ​ໃນ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.