ເປີດນໍາໃຊ້ສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມ ຢູ່ອົດສະຕາລີ

16:07 | 22/11/2021

ຫວ່າງແລ້ວນີ້, ໃນຂອບເຂດການໄປປະຕິບັດງານຢູ່ລັດ Victoria, ທ່ານ ຫງວຽນເຕິດແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ໄດ້ເຂົ້າຮ່ວມ ແລະຕັດແຖບຜ້າເປີດນໍາໃຊ້ສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມ ຢູ່ອົດສະຕາລີ ທີ່ມີສໍານັກງານຕັ້ງຢູ່ນະຄອນ Melbourne.

IHS Markit ແງ່ດີດ້ານຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ IHS Markit ແງ່ດີດ້ານຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ
ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022 ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022
ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ສູນສົ່ງເສີມການລົງທຶນ ແລະການຄ້າຫວຽດນາມ -ອົດສະຕາລີ.  ພາບ: ສໍານັກຂ່າວສານຫວຽດນາມ.
ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ສູນສົ່ງເສີມການລົງທຶນ ແລະການຄ້າຫວຽດນາມ -ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນບ໊າຟຸກ ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈໍາອົດສະຕາລີ ໃຫ້ຮູ້ວ່າ, ການສ້າງສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມແມ່ນເພື່ອໃຫ້ມີສະຖານທີ່ແນະນໍາສິນຄ້າຫວຽດນາມ ເຂົ້າສູ່ຕະຫຼາດອົດສະຕາລີ ພ້ອມທັງຊຸກຍູ້ການສົ່ງອອກສິນຄ້າຫວຽດນາມ ໄປຍັງອົດສະຕາລີ…

ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ຕີລາຄາສູງບົດບາດຂອງຊາວຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ປະຈໍາອົດສະຕາລີ ໃນການປັບປຸງ, ພັດທະນາປະຊາຄົມ ແລະຈັດຕັ້ງການເຄື່ອນໄຫວມຸ່ງໄປເຖິງບ້ານເກີດເມືອງນອນ ແລະປະເທດຊາດ.

ທ່ານ ຫງວຽນເຕິດແທ່ງ ຫວັງວ່າ ສະມາຄົມນັກທຸລະກິດຫວຽດນາມ-ອົດສະຕາລີ ກໍຄືພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຈະສະໜັບ ສະໜູນ ແລະບໍລິໂພກໃຫ້ຫຼາຍກວ່າເພື່ອໃຫ້ສິນຄ້າຫວຽດນາມ ນັບມື້ນັບໄດ້ຮູ້ຈັກຢ່າງກວ້າງຂວາງຢູ່ອົດສະຕາລີ, ຜ່ານນັ້ນ, ຫວຽດນາມ ນັບມື້ນັບກາຍເປັນຄູ່ຄ້າທີ່ໄວ້ເນື້ອເຊື່ອໃຈຂອງອົດສະຕາລີ.

la.qdnd.vn

ເຫດການ
302 Found

Found

The document has moved here.