ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ ມີຢູ່ສັບພະສິນຄ້າຂອງຝຣັ່ງເປັນເທື່ອທຳອິດ

06:48 | 10/12/2021

ຍສໝ - ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ​ຝະຣັ່ງ ​ໃຫ້​ຮູ້​ວ່າ ໝາກ​ລິ້ນ​ຈີ່​ກະປ໋ອງ​ຂອງ​ຫວຽດນາມ 20 ​ໂຕນ ​ໄດ້ຈັດ​ຂຶ້ນ​ຢູ່​ຊັ້ນວາງເຄື່ອງ​ຂອງ​ລະບົບ​ສັບພະ​ສິນຄ້າ​ຢູ່​ຝະລັ່ງ ​ເປັນ​ຄັ້ງ​ທຳ​ອິດ.

ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5% ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5%
ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ
ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ ມີຢູ່ສັບພະສິນຄ້າຂອງຝຣັ່ງເປັນເທື່ອທຳອິດ
ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ ມີຢູ່ສັບພະສິນຄ້າຂອງຝຣັ່ງເປັນເທື່ອທຳອິດ. ພາບ: TTXVN

ນີ້​ແມ່ນ​ລິ້ນ​ຈີ່​ກະປ໋ອງ​ທຳ​ອິດ​ທີ່​ນຳ​ເຂົ້າ​ໂດຍ​ກົງ​ໂດຍ Tang Frères - ລະບົບ​ຈຳໜ່າຍ​ຍ່ອຍ, ຜູ້​ນຳ​ເຂົ້າ, ​ຜູ້​ຈັດ​ຈຳໜ່າຍ​ຂາຍ​ສົ່ງ​ອາ​ຫານ​ອາຊີ​ໃນ​ປະ​ເທດ​ຝຣັ່ງ. ນີ້​ກໍແມ່ນ​​ຄັ້ງ​ທຳ​ອິດທີ່​ໝາກໄມ້​ກະ​ປ໋ອງ​ຂອງ​ຫວຽດ​ນາມ ຖືກ​ນຳ​ໄປ​ວາງຂາຍ​ຢູ່​ຊັ້ນ​ວາງ​ເຄື່ອງຂອງ​ຮ້ານ​ຂາຍ​ຍ່ອຍ​ຢູ່​ຝ​ລັ່ງ.

ທ່ານ​ ດິງຕວ່ານຖັງ, ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳຝລັ່ງ ໄດ້ແບ່ງປັນ: “​ເຖິງ​ວ່າ​ພວກ​ເຮົາ​ມີບັນດາ​ວິສາຫະ​ກິດ​ມີທ່າ​ແຮງ​ໃນດ້ານ​ໝາກໄມ້​ກະປ໋ອງ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາຜະລິດ​ຕະພັນ​ເຫຼົ່າ​ນີ້​ໄດ້​ນຳ​ເຂົ້າ​ປະ​ເທດ​ຝຣັ່ງ​ໃນ​ປະລິມານທີ່​ໜ້ອຍ​ເທົ່າ​ນັ້ນ, ຜ່ານ​ສູນຕິດຕໍ່​ນຳ​ເຂົ້າ​ຂະໜາດ​ນ້ອຍ. ສະນັ້ນ, ສຳລັບຕະຫຼາດໝາກໄມ້ນີ້, ພວກເຮົາຍັງມີຫຼາຍພື້ນທີ່”.

ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ ​ເນັ້ນ​ໜັກ​ວ່າ ບັນດາ​ວິ​ສາ​ຫະກິດ​ຕ້ອງຍາດແຍ່ງເອົາໂອກາດ​ໃຫ້​ຫຼາຍທີ່​ສຸດ, ຫຼຸດຜ່ອນ​ຄວາມກົດ​ດັນ​ຢ່າງ​ໃຫຍ່​ຫຼວງ​ກ່ຽວກັບສົ້ນອອກ​ທຸກ​ລະດູ​ການ​ເກັບ​ກ່ຽວ, ພ້ອມ​ທັງ​ຢືນຢັນກຳລັງ​ຄວາມ​ສາມາດ​ໃນການສະໜອງໝາກໄມ້ທີ່ເປັນປົກກະຕິ​ຂອງ​ບັນດາວິ​ສາ​ຫະກິດ ຫວຽດນາມ ຕໍ່​ບັນດາ​ຄູ່​ຮ່ວມ​ມື​ສາກົນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຍັງ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ມີ​​ແຜນການ​ພັດທະນາລະອຽດໃນ​ໄລຍະ​ຍາວ​ ພຽງພໍທີ່ຈະ​ສາມາດ​ເຂົ້າເຖິງ​​ຕະຫຼາດ​ເອີ​ລົບ​ທີ່​ເຄັ່ງຄັດ, ຜ່ານ​ນັ້ນ​ ກໍສ້າງ​ຮູບພາບລວມ​ຂອງ​ຍີ່​ຫໍ້​ຫວຽດນາມ (Vietnam Value).

ກາຍເຄື່ອນໄຫວສົ່ງເສີມໝາກໄມ້ກະປ໋ອງ ແມ່ນການສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມການຄ້າຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສ້າງຄວາມຕ້ອງການຂອງຕະຫຼາດ ແລະ ເປີດກວ້າງຜົນຜະລິດໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ ຢູ່ ຝະລັ່ງ. ນີ້​ກໍ່​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ພາຍ​ໃຕ້​ແຜນຮ່າງ “ຊຸກຍູ້​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ໂດຍກົງ​ບັນດາ​ເຄືອ​ຂ່າຍ​ຈຳໜ່າຍ​ຕ່າງປະ​ເທດ”.

ໄຊພອນ

ເຫດການ
302 Found

Found

The document has moved here.