ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

06:30 | 20/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງບຸຍ​ທິ​ມິງ​ຮ່​ວາຍຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂັ້ນ​ສູງ​ກາງໄດ້​ໃຫ້​ການ​ຕ້ອນ​ຮັບແລະເຮັດ​ວຽກ​ກັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າຫວຽດ​ນາມປະ​ຈຳຕ່າງ​ປະ​ເທດ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ
ຫວຽດ​ນາມ ນອນ​ໃນ​ກຸ່ມ​​ປະ​ເທດ​ແຖວ​ໜ້າ​ຂອງ ອາ​ຊີ ກ່ຽ​ວກັບ​ການ​ຮັ​ບ​ປະ​ກັນ​ສິ​ດ​ທິ​ເດັກ​ຍິງ ຫວຽດ​ນາມ ນອນ​ໃນ​ກຸ່ມ​​ປະ​ເທດ​ແຖວ​ໜ້າ​ຂອງ ອາ​ຊີ ກ່ຽ​ວກັບ​ການ​ຮັ​ບ​ປະ​ກັນ​ສິ​ດ​ທິ​ເດັກ​ຍິງ
ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ທ່ານ​ນາງຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ບ​ຸຍ​ທິ​ມິງ​ຮ່​ວາຍ (ພາບ: Baoquocte.vn)

ໂດຍ​ຢັ້ງ​ຢືນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕາງ​ປະ​ເທດ ແມ່ນ​ພາກ​ສ່ວນ​ສຳ​ຄັນ, ເຊິ່ງບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຊາວ​ຫວຽດ​ນາມ, ທ່ານ​ນາງຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ບ​ຸຍ​ທິ​ມິງ​ຮ່​ວາຍ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະຈຳ​ຢູ່​ຕ່າງ​ປະ​ເທດ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແກ່ນ​ສານ, ເປັນຂົວ​ເຊື່ອມ​ຕໍ່​ໃນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງພັກ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ, ຍູ້​ແຮງ, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ, ພູມ​ປັນ​ຍາ​ຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຂົນ​ຂວາຍ​ປະ​ຊາ​ຄົມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ.

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ສືບ​ຕໍ່​ຮັບ​ຟັງຄຳ​ເຫັນ, ຄວາມ​ຫວັງ, ຂໍ້​ສະ​ເໜີ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົນ​ໃຈ​ຢ່າງ​ທັນ​ການ, ປະ​ຕິ​ບັດ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເຮືອນ​ໃຫ້​ເປັນ​ຢ່າງ​ດີ… ຫັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕາງ​ປະ​ເທດ​ໃນ​ກາ​ນ​ຮ​ັກ​ສາ​ພາ​ສາ​ຫວຽດ​, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ມູນ​ເຊື້ອທີ່​ດີ​ງາມ​ຂອງຊາດ​ເປັນຫຼາຍ​ຮູບ​ແບບ.

ທ່ານ​ນາງ​ ບ​ຸຍ​ທິ​ມິງ​ຮ່​ວາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂັ້ນ​ສູນ​ກາງ ໄດ້​ເນັ້ນ​ໜັກ​ເຖິງໜ້າ​ທີ່​ລະ​ດົມ​ແຫຼ່ງ​ກຳ​ລັງໃນ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດເຂົ້າ​ໃນ​ການ​ສ້າງ​ສາ​ປະ​ເທ​ດ​ຊາດ ກໍ່​ຄືສາ​ມັກ​ຄີ​ກັນ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ, ປ່ຽນ​ແປງ​ໃໝ່​ການ​ປະ​ຕິ​ບັດ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ, ​ປະ​ຕິ​ເສດບັນ​ດາ​ຖ້ອຍ​ທຳ​ນອງ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂອງພວກ​ປໍ​ລະ​ປັກ, ບໍ່​ຖືກ​ກັບ​ຄວາມ​ຈິງກ່ຽວ​ກັບ​ສະ​ພາບ​ການ​ປະ​ເທດ​ຊາດ​ຢ່າງ​ທັນ​ການ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.