ປິດຊຸດຝຶກອົບຮົມຄູສອນພາສາຫວຽດນາມ ຢູ່ ອາຊີ - ອົດສະຕາລີ

11:30 | 11/11/2021

ຍສໝ - ນັກ​ສໍາມະນາກອນ 150 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ​ແລະ​ເຂດແຄວ້ນ​ໄດ້​ສຳ​ເລັດ​ເນື້ອ​ໃນ​ການ​ຝຶກ​ອົບ​ຮົມທີ່ດີເດັ່ນ.

ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021 ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021
ຊຸກຍູ້ຈິດໃຈລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ ອົດສະຕາລີ ຊຸກຍູ້ຈິດໃຈລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ ອົດສະຕາລີ
ພາບປະກອບ
ພາບປະກອບ

ພາຍຫຼັງເວລາ​ເກືອບ 1 ເດືອນ​ທີ່ເຮັດວຽກ​ຢ່າງ​ຕັ້ງໜ້າ, ຊຸດ​ຝຶກ​ອົບ​ຮົມການສິດ ສອນ ພາສາ​ຫວຽດນາມ ​ໃຫ້​ຄູ​ສອນຊາວຫວຽດນາມ​ອາໄສຢູ່​ອາຊີ - ອົດ​ສະ​ຕາ​ລີ ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 7 ພະຈິກ. ຊຸດຝຶກ​ອົບຮົມ​ນີ້​ແມ່ນ​ຢູ່​ໃນ​ຂອບ​ເຂດ​ຊຸດ​ຝຶກ​ອົບຮົມ​ການ​ສິດສອນ​ພາສາ​ຫວຽດນາມ​ໃຫ້​ແກ່​ຄູ​ສອນ​ຊາວຫວຽດນາມ​ຢູ່ ອາໄສ​ຕ່າງປະ​ເທດ ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ກໍ່ງສ້າງ ຈັດ​ຕັ້ງ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ປິດ, ທ່ານ ດິງຮວ່າງ​ລິງ, ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ ​ແລະ ວັດທະນະທຳ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ໃນຊຸດຝຶກອົບຮົມ, ​ສໍາມະນາກອນ 150 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ​ແລະ​ເຂດ​ແຄວ້ນ ​ໄດ້​ສຳ​ເລັດ​ເນື້ອ​ໃນ​​ຝຶກ​ອົບຮົມການສິດສອນ​ພາສາ​ຫວຽດນາມ ​ໃຫ້​ຄູ​ສອນຊາວຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ໃນ​ປີ 2021. ນັກ​ສໍາມະນາກອນ​ໄດ້ປະກອບທັກສະ​, ວິທີ​ສອນ​ພາສາ​ຫວຽດນາມ ຕາມຫຼັກສູດ ​ແລະວິຊາ​ສະ​ເພາະ. ຜ່ານ​ບັນ​ດາ​ບົດ​ບັນ​ຍາຍ, ນັກ​ສໍາມະນາກອນ​ກໍ່ໄດ້ຊອກຮູ້ຄວາມຮູ້​ທີ່​ມີ່​ປະ​ໂຫຍດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະປະ​ຫວັດ​ສາດ​ຫວຽດ​ນາມ ພ້ອມ​ທັງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມອຸດົມສົມບູນສວຍ​ງາມ​ຂອງ​ພາ​ສາ​ຊາດ​ຕື່ມ​ອີກ.

ທ່ານ​ນາງ ຫວູຕູ​ແອງ, ຮອງ​ຫົວໜ້າ​ກົມ​​ສຶກສາ, ກະຊວງ​ສຶກສາ ​ແລະກໍ່​ສ້າງ ​ໄດ້​ຂອບ​ໃຈ​ບັນດາ​ຄູ​ອາຈານຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ຊຸດຝຶກ​ອົບຮົມ. ​ເຂົາ​ເຈົ້າ​ແມ່ນ​ຜູ້​ທີ່ສືບທອດພາລະກິດ​​ສຶກສາ ​ແລະກໍ່ສ້າງ​ຂອງ ຫວຽດນາມ ​ໄປ​ຍັງ​ທຸກ​ແຖບຖິ່ນໃນໂລກ, ​ເພື່ອ​ນຳ​ພາ​ສາ ​ແລະວັດທະນະທຳ ຫວຽດນາມ ​ໃຫ້​ກາຍ​ເປັນ​ແຫຼ່ງກຳລັງ​ໜູນ​ບໍ່​ພຽງ​ແຕ່​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປະ​ເທດ​ເພື່ອນ​ມິດ​ສາກົນ​ທີ່ຮັກ​ຫອມ ຫວຽດນາມ.

ຊຸດຝຶກອົບຮົມປີນີ້ເປັນຊຸດທີ 7 ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ກໍ່ງສ້າງ ຈັດ​ຕັ້ງ ແລະ ກໍ່ເປັນຊຸດຝຶກອົບຮົມທຳອິດທີ່ຈັດຂື້ນ ໃນຮູບແບບທາງອອນລາຍ, ດ້ວຍການເຂົ້າຮ່ວມຫຼາຍທີ່ສຸດເທົ່າທີ່ເຄີຍມີມາ. ຫຼັງຈາກທີ່ຊຸດ​ທີ 1 ໄດ້ອັດລົງ, ໃນ​ວັນ​ທີ 6 ພະຈິກ​ນີ້, ຊຸດຝຶກອົບຮົມທີ່ 2 ໄດ້​ໄຂຂຶ້ນໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ 129 ຄົນທີ່ມາຈາກ 19 ປະ​ເທດ​ໃນເອີຣົບ ແລະອາ​ເມ​ລິ​ກາ​ເໜືອ.

ໄຊພອນ

ເຫດການ
302 Found

Found

The document has moved here.