ໄຂ​ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ​ຄັ້ງ​ທີ IV

15:04 | 27/11/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 25 ພະ​ຈິກ, ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ​ຄັ້ງ​ທີ IV ປີ 2021 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ຫົວ​ຂໍ້ “ເສີມ​ຂະ​ຫຍາຍ​ປັນ​ຍາ​ຊົນໜຸ່ມ ຫວຽດ​ນາມ ໃນ​ວິ​ກິດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ”.

ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ
ເວ​ທີ​ປາ​ໄສ​ Startup ສາ​ກົນ: ວ​ິ​ສາ​ຫະ​ກິດໜຸ່ມ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ເວ​ທີ​ປາ​ໄສ​ Startup ສາ​ກົນ: ວ​ິ​ສາ​ຫະ​ກິດໜຸ່ມ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ໄຂ​ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ​ຄັ້ງ​ທີ IV
ໄຂ​ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ​ຄັ້ງ​ທີ IV (ພ​າບ: vietnamplus.vn)

ທີ່​ເວ​ທີ​ປ​າ​ໄສ​, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ສຸມ​ໃສ່ 4 ກຸ່ມ​ເນື້ອ​ໃນຫຼັກ: ເລີ່ມ​ຕົ້ນ​ການ​ປະ​ດິດ​ຄິດ​ສ້າງ, ໝູນ​ໃຊ້ ແລະ ຖ່າຍ​ທອດ, ເຊື່ອມ​ຕໍ່​ປັນ​ຍາ​ຊົນ​ໜຸ່ມ ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ ດີ​ຈີ​ຕອນ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ​ແຫ່ງ​ຊາດ, ພັດ​ທະ​ນາ ແລະ ຫັນ​ບັນ​ດາ​ມາດ​ຕ​ະ​ການ​ດີ​ຈີ​ຕອນ​ເປັນ​ການ​ຄ້າ.

ຕາມ​ທ່ານ​ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ຫງວຽນ​ງອກ​ເລືອງ ​ແລ້ວ, ນີ້​ແມ່ນ​ບັນ​ດາ​ກຸ່ມ​ຫົວ​ຂໍ້​ທີ່​ມີ​ລັກ​ສະ​ນະ​ສະ​ຖາ​ນະ​ການ, ຮີບ​ດ່ວນ​ໃນ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ສະ​ພາບ​ການ​ຊຸກ​ຍູ້​ພາ​ລະ​ກິດ​ແຫ່ງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຂອງ​ປະ​ເທດ​ເຮົາ, ຮຽກ​ຮ້ອງ​ຕ້ອງ​ການ​ມີ​ການ​ສະ​ໜິດ​ຕິດ​ພັນຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ ການ​ພັດ​ທະ​ນາ​ຢ່າງ​ວ່ອງໄວ ແລະ ຍືນ​ຍົງ​.

ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ແລະ ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຫວັງ​ວ່າ ຈະ​ໄດ້​ຮັບ​ຄຳ​ເຫັນ​ສຸດ​ຈິດ​ສຸດ​ໃຈຫຼາຍ​ຢ່າງ​ຈາກ​ບັນ​ດາ​ຜູ້​ແທນ​ກ່ຽວ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ, ວິ​ທີ​ການ​ແກ້​ໄຂ​ເພື່ອ​ແນ​ໃສ່​ກຳ​ນົດ​ທິດ​ການ​ປ່ຽນ​ແປງ​ພາ​ລະ​ກິດ​ຖ່າຍ​ທອດ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ​ຂອງຖັນ​ແຖວ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ໃນ​ທົ່ວ​ໂລກ ຕາມ​ບັນ​ດາ​ເປົ້າ​ໝາຍ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ທີ​ພິ​ທີ, ທ່ານ ໂດ​ວັນ​ຈຽນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ມະ​ຕິ​ກອ​ງະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ໄດ້​ກຳ​ນົດ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ອາ​ຍຸ​ການ​ແມ່ນ​ຍູ້​ແຮງ​ການ​ຄົ້ນ​ຄ້​ວາ, ການ​ຖ່າຍ​ທອດ, ຮັບ​ໃຊ້​ຄວາມ​ກ້າວ​ໜ້າ​ຂອງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜົນ​ງານ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4, ປະ​ຕິ​ບັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ, ພັດ​ທະ​ນາ​ເສດ​ຖະ​ກິດດີ​ຈີ​ຕອນ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ພັກ, ລັດ, ລັດ​ຖະ​ບານ​ຍາມ​ໃດ​ກໍ່​ຕ້ອງ​ການ ການ​ປະ​ກອບ​ສ່ວນ​ຂອງ​ພູມປັນ​ຍາ​​ຂອງທຸກ​ຊັ້ນ​ຄົນ, ໃນ​ນັ້ນ​ມີ​ບົດ​ບາດ​ໃຫຍ່​ທີ່​ສຸດ​ແມ່ນ​ຂອງ​ຖັນ​ແຖວ​ປັນ​ຍາ​ຊົນ​ໜ​ຸ່ມ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສະ​ເໜີ​ໃຫ້​ບັນດາປັນ​ຍາ​ຊົນໜຸ່ມ​ເສີມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ, ພູມ​ປັນ​ຍາ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ, ຍົກ​ອອກ​ຄວາມ​ຄິດ​ເຫັນ, ຂໍ້​ສະ​ເໜີ​ກ່ຽວ​ກັບ​ກ​ົນ​ໄກ, ນະ​ໂຍ​ບາຍ, ແຫຼ່ງ​ກຳ​ລັງ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ປະ​ເທດຊາດ​ພັດ​ທະ​ນາ​ຮຸ່ງເຮືອງ, ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ, ພ້ອມ​ທັງ ຢັ້ງ​ຢືນ​ພັກ, ລັດ ຍາມ​ໃດ​ກໍ່ເຄົາລົບບັນ​ດາ​ຄວາມ​ຄິດ​ເຫັນ, ມາດ​ຕະ​ການ, ຂໍ້​ສະ​ເໜີ​ຂອງບັນ​ດາ​ປັນ​ຍາ​ຊົນໜຸ່ມ ແລະ ຈະ​ຄົ້ນ​ຄ້​ວາ, ​ຮັບເອົາ, ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການທີ່​ເໝາະ​ສົມກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ຂ​ອງ​ປະ​ເທດ​ຊາດ.

ຄາດ​ວ່າ​ພາຍຫຼັງ​ສິ້ນ​ສຸດ​ເວ​ທີ​ປາ​ໄສ, ​ບັນ​ດາ​ຜູ້​ແທນ​ຈະ​ຜ່ານບົດ​ລາຍ​ງານ​ສະ​ເໜີ​ຂອງເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ​ຄັ້ງ​ທີ IV, ສ້າງ​ບັນ​ດາ​ກຸ່ມ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຂຶ້ນ​ກັບ​ເຄືອ​ຂ່າຍ​ປັນ​ຍາ​ຊົນ ຫວຽດ​ນາມ ທົ່ວ​ໂລກ, ປະ​ກາດ​ບັນ​ດາ​ຫົວ​ຂໍ້, ໂຄງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດຂອງ​ບັນ​ດາ​ກຸ່ມ​ຄົ້ນ​ຄ້​ວາ ເຊິ່ງໄດ້​ສັ່ງ​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ວິ​ສາ​ຫະ​ກິດ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.