ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ

15:32 | 15/11/2021

ຍສໝ - ເນື່ອງ​ໃນ​ໂອກາດ​ງານ​ຕະຫຼາດນັດ​ປຶ້ມ​ສາກົນ ເວເນຊູເອລາ ຄັ້ງ​ທີ 17 (FILVEN 2021), ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ​ໄດ້​ຈັດ​ຕັ້ງການໂອ້ລົມສົນທະນາ​ ກ່ຽວ​ກັບ​ວັດທະນະທຳຫວຽດນາມ ດ້ວຍ​ຫົວ​ຂໍ້ “ຮີດຄອງ​ປະ​ເພນີ​ບູຊາ​ບັນພະບຸລຸດ ​ແລະ ບຸນປີໃໝ່” - ດ້ວຍ​ຮູບ​ແບບ​ອອນ​ໄລ​ ແລະ ໂດຍກົງ.

ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ
ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ

ເຂົ້າ​ຮ່ວມ​ພິທີ ​ມີ ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ເວ​ເນ​ຊູ​ເອລາ Mary Pemjean; ທ່ານເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ Tatiana Moreno Pugh; ອະ​ດີດ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານຫວຽດ​ນາມ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ເວ​ເນ​ຊູ​ເອ​ລາ, ນັກ​ຂ່າວ ເລຍຸຍຈວຽນ; ປະທານສະມາຄົມມິດຕະພາບ ເວເນຊູເອລາ-ຫວຽດນາມ (CAVV) Carolus Wimmer; ຫົວໜ້າຫ້ອງການການຄ້າເວເນຊູເອລາ-ຫວຽດນາມ (CAVENVIET) Alberto Burguer ແລະ ແຂກຮັບເຊີນ ເຊິ່ງແມ່ນບັນດານັກຂ່າວ ແລະ ເພື່ອນມິດທ້ອງຖິ່ນ.

ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ
ພາບປະກອບ

ໂດຍ​ສະ​ເໜີ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ວັດທະນະທຳ​ຫວຽດນາມ ໂດຍສັງເຂບ, ທ່ານ ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ເວ​ເນ​ຊູ​ເອ​ລາ ​ເລຍຸຍຈວຽນ ໃຫ້​ຮູ້​ກ່ຽວກັບຮີດຄອງ​ປະ​ເພນີ​ບູຊາ​ບັນພະບຸລຸດ​ຊາວ​ຫວຽດນາມ, ​ເນັ້ນ​ໜັກ​ວ່າຮູບ​ແບບ​ການ​ໄຫວ້​ບູຊາ​ບໍ່​ແມ່ນ​ສາສະໜາ, ​ແຕ່​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້ສຶກ​ລະນຶກ​ເຖິງ​ບັນດາ​ກົກເຄົ້າເຫງົ້າກໍ ​ແລະ ​ຄວາມ​ຮູ້ບຸນຄຸນຕໍ່​ບັນ​ພະ​ບຸ​ລຸດ​ຜູ້​ທີ່​ໃຫ້​ກຳເນີດ​, ​ລ້ຽງ​ດູ​ ແລະ​ ສອນໃຫ້ເປັນຄົນດີ​.

ຊາວ​ຫວຽດນາມ ​ມີ​ຮີດຄອງ​ປະ​ເພນີບູຊາ​ເທວະດາຟ້າແຖນ, ບັນດາວິລະ​ຊົນ​ຂອງ​ຊາດ ​ແລະ ບັນດາ​ຜູ້​ທີ່​ມູຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ໃນພາລະກິດ​ການ​ກໍ່ສ້າງ ​ແລະ ປົກປັກຮັກສາ​ປະ​ເທດ​ຊາດ ​ຄື: ບັນດາ​ສະ​ໄໝ​ຂອງເຈົ້າຊີວິດຮຸ່ງ, ແມ່ທັບຜູ້ປີຊາສາມາດ ​ເຈີ່ນ​ຮຶງດ້າວ, ປະທານ ​ໂຮ່ຈີ​ມິນ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.