ທ່ານເອກອັກຄະ​ລັດຖະທູດ ຫງວຽນຮົງທ່າວ ຖືກເລືອກຄືນເປັນຄະນະກຳມະການກົດໝາຍສາກົນອີກ ໃນສ​ະ​ໄໝ 2023-2027

14:25 | 13/11/2021

ຍສໝ - ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະ​ໄໝ 76 ມີກຳນົດຈະດຳ​ເນີນ​ການເລືອກຕັ້ງເອົາສະມາຊິກ 34 ທ່ານ​ຂອງຄະນະກຳມະການກົດໝາຍສາກົນ (ILC) ໃນໄລຍະສະ​ໄໝປີ 2023-2027 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນວັນທີ 12 ພະຈິກ 2021 ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ, ຕົວ​ແທນຄົນຫວຽດນາມຜູ້ທຳອິດທີ່ເປັນເປັນສະມາຊິກ ILC, ອົງການທາງກົດໝາຍທີ່ສຳຄັນຂອງສະຫະປະຊາຊາດ ສະ​ໄໝ 2017-2022 ຈະຖືກເລືອກຕັ້ງຄືນໃນສະ​ໄໝ​ຕໍ່​ໄປ.

ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65 ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ
ທ່ານເອກອັກຄະ​ລັດຖະທູດ ຫງວຽນຮົງທ່າວ ຖືກເລືອກຄືນເປັນຄະນະກຳມະການກົດໝາຍສາກົນອີກ ໃນສ​ະ​ໄໝ 2023-2027
ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ. ພາບ: baophapluat.vn

ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ ແມ່ນໜື່ງໃນຈຳນວນ 11 ຜູ້​ລົງ​ຮັບສະໝັກເລືອກຕັ້ງທີ່​ຈະ​ແຂ່ງ​ຂັນ​ເພື່ອ​ເລືອກ​ເອົາ 8 ຄົນເປັນຕົວແທນໃຫ້​ແກ່ພາກພື້ນອາຊີ-ປາຊີຟີກ ຢູ່ ILC ໃນສະໄໝໃໝ່. ນອກຈາກ ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ ແລ້ວ ຍັງມີຜູ້ລົງສະໝັກຮັບເລືອກຕັ້ງອີກ 10 ຄົນທີ່ມາຈາກ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ໄທ, ໄຊປຣັສ, ອິນເດຍ, ສີລັງກາ, ຟີລິິບປິນ, ມົງໂກລີ ແລະ ລີ​ເບຍ.

ຫວຽດນາມໄດ້ປະກາດຢ່າງ​ເປັນ​ທາງ​ການເລືອກເອົາ ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ ຄືນ​ອີກ​ເຂົ້າ​ໃນ ILC ນັບ​ແຕ່ວັນທີ 25 ກຸມພາ 2021. ທ່ານເອກອັກຄະລັດຖະທູດ ຫວຽນຮົງທ່າວ ເປັນນັກການທູດອາ​ວຸ​ໂສຂອງ​ຫວຽດ​ນາມ ພ້ອມ​ທັງເປັນຜູ້ຊ່ຽວຊານໃນ​ຂົງ​ເຂດກົດໝາຍສາກົນ. ທ່ານຈົບປະລິນຍາເອກກົດໝາຍຈາກໂຮງຮຽນ Paris I, ມະຫາວິທະຍາໄລ Sorbonne (ຝຣັ່ງ) ແລະ ໄດ້​ຮັບຕໍາແໜ່ງສໍາຄັນຜ່ານ​ມາຄື: ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ, ຫົວໜ້າຄະນະເຈລະຈາສົນ​ທິສັນຍາຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.