ຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19

06:30 | 21/11/2021

ຍອດຈຳນວນເງິນ 1 ຕື້ດົ່ງທີ່ມອບໃຫ້ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນລາວ ໃນໂອກາດນີ້ ໂດຍນະຄອນໂຮ່ຈີມິນ ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນ.

ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19 ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ຮັບປະກັນໃຫ້ຊາວ ນະຄອນໂຮ່ຈີມິນ ມີຊີວິດການເປັນຢູ່ເປັນປົກກະຕິ, ມີຄວາມໝັ້ນໃຈເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19 ຮັບປະກັນໃຫ້ຊາວ ນະຄອນໂຮ່ຈີມິນ ມີຊີວິດການເປັນຢູ່ເປັນປົກກະຕິ, ມີຄວາມໝັ້ນໃຈເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19
ບັນຍາກາດທີ່ພິທີມອບ-ຮັບ. ພາບ: sggp.org.vn

ຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19. ພາບ: sggp.org.vn

ໃນຕອນບ່າຍຂອງວັນທີ 19 ພະຈິກ 2021, ຢູ່ດ່ານສາກົນລາໄລ, ບ້ານລາໄລ, ຕາແສງອາງໍ, ເມືອງດັກຣົງ, ແຂວງກວ໋າງຈິ້, ສສ.ຫວຽດນາມ, ຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ຊາວຫວຽດນາມ ອາໄສ ຢູ່ ລາວ ແລະປະຊາຊົນປະສົບກັບຄວາມຫຍຸ້ງຍາກ ຢູ່ ສປປ ລາວ.

ການມອບຂອງເຂວັນຈະປະຕິບັດຜ່ານສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ປາກເຊ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ແລະສະມາຄົມຊາວຫວຽດນາມ ຢູ່ແຂວງຈຳປາສັກ, ອັດຕະປື ແລະ ແຂວງສະຫວັນນະເຂດ.

ຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນ 500 ພູດ (ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ) ໃຫ້ຊາວຫວຽດນາມ 500 ຄົນທີ່ ອາໄສຢູ່ 3 ແຂວງຂອງລາວ ຄື: ແຂວງຈຳປາສັກ, ອັດຕະປື ແລະສະຫວັນນະເຂດ. ຂອງຂວັນລວມມີ ເງິນສົດ 1 ຕື້ດົ່ງ ແລະຜ້າອັດປາກອັດດັງ 15.000 ອັນ ໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດບໍລິຈາກ. ຍອດຈຳນວນເງິນ 1 ຕື້ດົ່ງທີ່ມອບໃຫ້ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະປະຊາຊົນລາວ ໃນໂອກາດນີ້ ໂດຍນະຄອນໂຮ່ຈີມິນ ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນ.

ກິດຈະກໍາດັ່ງກ່າວສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່ຢ່າງທັນການຂອງບັນດາການນຳ, ປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ລາວ ເພື່ອຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ລາວ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19, ສືບຕໍ່ຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ຈາກນັ້ນ ປະກອບສ່ວນປັບປຸງຄວາມເຊື່ອໝັ້ນ, ລະດົມກໍາລັງໃຈຊາວຫວຽດນາມ ອາໄສຢູ່ລາວ ໃຫ້ນັບມື້ນັບໃກ້ຊິດຕິດພັນ, ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ. ກິດຈະກໍານີ້ຍັງປະກອບສ່ວນເສີມຂະຫຍາຍຈິດໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ໃນວິວັດການເຊື່ອມໂຍງ ແລະພັດທະນາເສດຖະກິດ.

ໃນວັນດຽວກັນ, ຢູ່ດ່ານສາກົນລາໄລ, ກວ໋າງຈິ້, ສສ.ຫວຽດນາມ, ອົງການໄອຍະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ມອບຂອງຂວັນໜູນຊ່ວຍປະຊາຊົນທຸກຍາກ ກໍ່ຄືພະນັກງານອົງການໄອຍະການປະຊາຊົນແຂວງ ສາລະວັນ, ເຊກອງ, ສປປ. ລາວ.

ຄະນະຜູ້ແທນນໍາໂດຍທ່ານ ຫງວຽນແທ່ງຫາຍ ຫົວໜ້າອົງການໄອຍະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ມອບຂອງຂວັນ 300 ພູດ ໃນນັ້ນມີເຂົ້າສານ 4,6 ໂຕນ, ໝີ່ສໍາເລັດຮູບ, ເຄື່ອງປຸງແຕ່ງ, ປາແຫ້ງ, ນ້ຳປາໃຫ້ແຂວງສາລະວັນ ແລະ ເຊກອງ.

ເຊກອງ ແລະສາລະວັນ ເປັນສອງແຂວງຂອງລາວ ຕິດກັບແຂວງເທື່ອທຽນ-ເຫວ້. ໃນໄລຍະທີ່ຜ່ານມາ, ແຂວງເທື່ອທຽນ-ເຫວ້ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນກໍ່ຄືອຳນາດການປົກຄອງສອງແຂວງດັ່ງກ່າວຫຼາຍຢ່າງດ້ວຍຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານພະຍາດ. ໃນນັ້ນ, ໃນເດືອນມິຖຸນາ, ແຂວງເທື່ອທຽນ-ເຫວ້ ໄດ້ມອບອຸປະກອນການແພດໃຫ້ແຂວງສາລະວັນ ແລະ ເຊກອງ, ຄື: ຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນ 500 ຊຸດ, ນ້ຳຢາຂ້າເຊື້ອແຫ້ງ 500 ມິລິລິດ 300 ຂວດ ດ້ວຍຍອດມູນຄ່າກວ່າ 105 ລ້ານດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.