ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ

19:13 | 13/12/2021

ຍສໝ - ວັນ​ທີ 2 ທັນວາ, ຢູ່ມົດ​ສະ​ກູ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ຈິງ​ໃຈ ​ແລະ​ອົບ​ອຸ່ນ​ລະຫວ່າງ​​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່ ລັດ​ເຊຍ.

ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ

ທີ່​ການ​ພົບ​ປະ, ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​​ປະທານ​ປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ, ການ​ນຳ​ສະຖານທູດຫວຽດນາມ ປະຈຳ ລັດ​ເຊຍ, ສະມາຄົມ​ຊາວຫວຽດນາມ ປະຈຳ ລັດ​ເຊຍ ​ໄດ້​ຈັດ​ຕັ້ງ​ພິທີ​ມອບລົດໂອໂຕ UAZ ລຸ້ນ Hunter Expedition ​ 3 ຄັນ ​ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະເທດ ເພື່ອປະຕິບັດ​ໜ້າ​ທີ່​ກູ້​ໄພ​ກູ້​ຊີບ.

ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ
ບັນຍາດກາດທີ່ການພົບປະ. ພາບ: qdnd.vn

ຕາງໜ້າ​ໃຫ້​ຊາວ​ຫວຽດນາມ ອາໄສ​ຢູ່​ລັດ​ເຊຍ, ຫລານ​ນ້ອຍ ເຕ້ວມີງ - ຜູ້​ຕາງ​ໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ລັດ​ເຊຍ ລຸ້ນທີ 2 ​ໄດ້​ມອບ​ກະແຈ​ລົດ​ໃຫ້​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພັນ​ເອກພິເສດ ​ເຈີ່ນ​ຕ໊ຽນເຟືອງ, ​ທີ່ປຶກສາ​ປ້ອງ​ກັນ​ຊາດຫວຽດນາມ ປະຈຳ​ລັດ​ເຊຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ ​ແລະ ການ​ປະກອບສ່ວນ​ຂອງ​ພໍ່ແມ່ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຖື​ວ່າ ນີ້​ແມ່ນ​ການກະທຳອວ່າຍໜ້າກັບ​ເມືອປະ​ເທດ​ຊາດທີ່ມີຄວາມໝາຍ, ພິ​ເສດ​ແມ່ນ​ໃນ​ໄລຍະ​ທີ່​ໂລກ​ລະບາດ​ໂຄ​ວິດ-19 ພວມຜັນແປຢ່າງ​ສັບສົນ​ຄື​ປະຈຸ​ບັນ. ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ສົນ​ໃຈ ​ແລະ ການ​ປະກອບສ່ວນ​ຂອງ​ສະມາຄົມຊາວຫວຽດນາມ ຢູ່ ລັດ​ເຊຍ, ກອງ​ທຶນ “ມູນເຊື້ອ ​ແລະ ມິດຕະພາບ” ໄດ້​ແບ່ງປັນ​ຄວາມ​ຫຍຸ້ງຍາກ, ລະດົມ​ກຳລັງ​ໃຈ​ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ ທີ່ປະຕິບັດວຽກ​ງານ​ກູ້​ໄພ, ກູ້​ໄພ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດໂດຍກົງ ແລະ ຫັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິດ້ວຍວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດນີ້.

ທ່ານ ​ໂດ້​ຊວນ​ຮວ່າງ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ປະຈໍາ​ສະຫະພັນ​ລັດ​ເຊຍ, ປະທານສະພາກອງທຶນ “​ມູນເຊື້ອ ​ແລະ ມິດຕະພາບ” ​ແບ່ງປັນ​ວ່າ: “ລົດ​ໂອໂຕ 3 ຄັນທີ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່ ລັດ​ເຊຍ ມອບ​ໃຫ້​ກົມ​ກູ້​ຊີບ ​-ກູ້​ໄພ (ກົມໃຫຍ່ພະລາທິການ), ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ເປັນ​ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ອາລົມຈິດຂອງ​ລູກ​ຫລານ 3 ພາກ​​ຂອງ​ປະ​ເທດ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ຫວຽດ​ນາມ ທີ່​ຮັກ​ແພງ.

ບູນມີ

ເຫດການ
302 Found

Found

The document has moved here.