21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ Nova Cup London 2021

06:30 | 14/11/2021

ຍ​ສ​ໝ - ການ​ແຂ່ງ​ຂັນ Nova Cup London 2021 ມີ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະຈຳອັງກິດ ແລະ ອຽກ​ລັງ ຫງວຽນ​ຮ່​ວາງ​ລອງ, ຜູ້​ຕາງ​ໜ້າ​ສະ​ໂມ​ສອນ ຮ່​ວາງ​ຊາ - ເຈື່ອງ​ຊາ ຢູ່​ໂປ​ໂລຍ ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ເຂົ້າ​ຮ່ວມ.

​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC ​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC
ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ  Nova Cup London 2021
ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະຈຳອັງກິດ ແລະ ອຽກ​ລັງ ຫງວຽນ​ຮ່​ວາງ​ລອງ

ການ​ແຂ່ງ​ຂັນ ບາ​ນ​ເຕະ Nova Cup London 2021 ມີ​ການ​ເຂົ້າ​ຮ່ວມ​ຂອງ 21 ທິມ ໂດຍ​ແມ່ນ​ປີ​ທີ່​ມີຫຼາຍ​ທິມ​ເຂົ້າ​ຮ່ວມ​ທີ່​ສຸດ​ນັບແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽ​ນ​ຮ່​ວາງ​ລອງ ໄດ້​ຕີ​ລາ​ຄາ​ສູງແຕ່​ຂັ້ນ​ຕອນ​ຈັດ​ຕັ້ງ​ຕະຫຼອດຮອດຄຸນ​ນະ​ພາບ​ຂອງ​ການ​ແຂ່ງ​ຂັນ​ບານ​ເຕະ Nova Cup London 2021. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຳ​ລັງ​ແຮງ​ຂອງ​ພໍ່​ແມ່​ປ​ະ​ຊາ​ຊົນ​ຊາວ​ຫວຽດ​ນາມ ກ​ໍ່​ຄື​ຄວາມ​ເມົາ​ມົວດ້ານ​ກິ​ລາ, ບັນ​ດາ​ຂະ​ບວນ​ການ​ກິ​ລາ, ຄວາມ​ສາ​ມັກ​ຄີ, ພ້ອມ​ກັບ​ເຈດ​ຈຳ​ນົງ​ບືນ​ຕົວ​ຂຶ້ນໃນຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ອັງ​ກິດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ມີ​ຄວາມ​ປາດ​ຖະ​ໜາວ່າ ​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ ຈະ​ສືບ​ຕໍ່ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງຫຼາຍ​ຢ່າງກ່​ວາ​ອີກ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ສູງ​ສົ່ງຂອງ​ຊາວ​ຫວຽດ​ນາມ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ຂອງປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອັງ​ກິດ​ຕໍ່ກັບ​ປະ​ເທດ​ປະ​ຈຳ​ຖິ່ນ.

ໂດຍຜ່ານ​​ບັນ​ດາ​ການ​ແຂ່ງ​ຂັນ​ທີ່​ດຸເດືອດ, ສຸດ​ທ້າຍທິມ Gym Birmingham ຄວ້າ​ໄດ້​ລາງວັນ​ທີ 1 ແລະ ທິມ​ເກືອ​ລໍ່​ ຄວ້າ​ໄດ້​ລາງວັນ​ທີ 2. ນອກ​ຈາກ​ນັ້ນ, ຄະ​ນະ​ຈັດ​ຕັ້ງ​ຍັງ​ມອບ​ລາງວັນ​​ຊະ​ນະ​ເລີດ C2 ​ໃຫ້​ແກ່​ທິມ VNB ແລະ ລາງວັນຊະ​ນະ​ເລີດ C3 ໃຫ້​ແກ່​ທິ​ມ Bradford FC.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.