ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ

06:02 | 29/11/2021

ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.

ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເລີ່ມ​ດຳ​ເນີນລາຍ​ການ​ຢ້ຽມ​ຢາມ ສະ​ວິດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ຖ່າຍຮູບກັບຜູ້ຕາງໜ້າຄະນະ, ສະມາຄົມ ຊາວ ຫວຽດນາມ ອາໄສ ຢູ່ ສະວິດ (ພາບ: TTXVN)
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ຖ່າຍຮູບກັບຜູ້ຕາງໜ້າຄະນະ, ສະມາຄົມ ຊາວ ຫວຽດນາມ ອາໄສ ຢູ່ ສະວິດ (ພາບ: TTXVN)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ”, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບສ່ວນກັບປະຊາຊົນຢູ່ພາຍໃນປະເທດ ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂດຍໄວ. ພ້ອມດຽວກັນນັ້ນ ແມ່ນເພີ່ມທະວີຄວາມສາມັກຄີ, ຮັກສາການສຶກສາມູນເຊື້ອ ແລະ ວັດທະນະນຳທີ່ເປັນກົກເຄົ້າເຫງົ້າກໍ່ໃຫ້ຄົນລຸ້ນໜຸ່ມ, ໂດຍສະເພາະແມ່ນການຮຽນພາສາ ຫວຽດ. ທ່ານປະທານປະເທດກໍສະເໜີໃຫ້ພະນັກງານສະຖານທູດ ຫວຽດນາມ ປະຈຳ ສະວິດ ປະຕິບັດວຽກງານປົກປ້ອງພົນລະເມືອງ, ດູແລ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມອາໄສຢູ່ປະເທດປະຈຳຖິ່ນໃຫ້ຫຼາຍກວ່າອີກ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊມິດຕິພາບໃຫ້ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ຍ້ອນມີການປະກອບສ່ວນທີ່ດີເດັ່ນໃນການເພີ່ມພູນຄູນໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນສອງປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.