ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ

06:38 | 06/12/2021

ວັນທີ 4 ທັນວາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກົມພັດທະນາຕະຫຼາດ ແລະວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ ແລະ ຫ້ອງການໂຄງການ 844 (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສໍາມະນາ “ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ” ແລະເປີດຕົວ “ເຄືອຂ່າຍສະມາຄົມປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ”.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ
ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ” ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ”
ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: nhandan.vn

ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢືນຢັນວ່າ: ດ້ວຍບັນດາພາລະ, ໜ້າທີ່ຂອງຕົນ, ຄະນະກໍາມະການຈະເສີມຂະຫຍາຍບົດບາດເຊື່ອມຕໍ່ບັນດານັກຊ່ຽວຊານປັນຍາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາການເຄື່ອນໄຫວວິທະຍາສາດ ແລະເຕັກໂນໂລຢີຢູ່ພາຍໃນປະເທດ ແລະລະບົບນິເວດປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ ຜ່ານການສ້າງຕັ້ງ “ເຄືອຂ່າຍສະມາຄົມປັນຍາຊົນຊາວ ຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ” ຢ່າງເລິກເຊິ່ງກວ່າອີກ. ນີ້ແມ່ນເຄືອຂ່າຍໂດຍກະຊວງວິທະຍາສາດ ແລະເຕັກໂນໂລຢີ ແລະກະຊວງການຕ່າງປະເທດອຸປະຖໍາ. ຜ່ານເຄືອຂ່າຍນີ້, ບັນດາອົງການຄຸ້ມຄອງລັດສາມາດເສີມຂະຫຍາຍບັນດາແຫຼ່ງກຳລັງ, ກໍ່ຄືຮັບຟັງຄຳເຫັນປະກອບຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບບັນດາຂໍ້ຕິດຂັດ ເມື່ອເຂົ້າຮ່ວມລະບົບນິເວດເລີ່ມທຸລະກິດປ່ຽນແປງໃໝ່ປະດິດສ້າງຢູ່ຫວຽດນາມ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບລະບົບນິເວດເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຢູ່ຫວຽດນາມ, ກໍ່ຄືຄວາມສາມາດບົ່ມຊ້ອນ ແລະບົດບາດຂອງສະມາຄົມປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການໜູນຊ່ວຍ ແລະເຊື່ອມຕໍ່ການປ່ຽນແປງໃໝ່ປະດິດສ້າງ ແລະຖ່າຍທອດເຕັກໂນໂລຢີ.

la.qdnd.vn

ເຫດການ
302 Found

Found

The document has moved here.