ໂຄສະນາອາຫານການກິນ ແລະວັດທະນະທຳຫວຽດນາມ ໃຫ້ຊາວຍີ່ປຸ່ນ

06:58 | 13/12/2021

ວັນທີ 11 ທັນວາ, ງານບຸນຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສວນສາທາລະນະ Ueno, ນະຄອນຫຼວງ ໂຕກຽວ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແລະສະພາແຫ່ງຊາດຍີ່ປຸ່ນ ຫຼາຍທ່ານ.

ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ
ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ
ພິທີຕັດແຖບຜ້າໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ
ພິທີຕັດແຖບຜ້າໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລິມທິແທງເຟືອງ, ອຸປະທູດຊົ່ວຄາວຫວຽດນາມ ປະຈຳ ຍີ່ປຸ່ນ, ທັງເປັນຫົວໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ: ງານບຸນຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ກວ່າໝູ່ຢູ່ນະຄອນຫຼວງໂຕກຽວ. ງານບຸນຊ່ວຍໂຄສະນາຈຸດສະເພາະພິເສດຂອງອາຫານການກິນ ແລະວັດທະນະທຳຫວຽດນາມ ໃຫ້ແກ່ຊາວຍີ່ປຸ່ນ.

ທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ Shingo Miyake ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນຫວຽດນາມ - ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ, ເລື່ອງການນຳຕ່າງປະເທດຄົນທຳອິດທີ່ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ໄດ້ຕ້ອນຮັບພາຍຫຼັງດຳລົງຕຳແໜ່ງແມ່ນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິ໊ງ ນັ້ນແມ່ນພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ.

ຕາມທ່ານຮອງລັດຖະມົນຕີ Miyake ແລ້ວ, ກ່ອນທີ່ຈະເກີດໂລກລະບາດ, ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດໄດ້ດຳເນີນໄປຢ່າງຟົດຟື້ນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໂລກລະບາດໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ກິດຈະກໍາເຫຼົ່ານີ້. ສະນັ້ນ, ງານບຸນແມ່ນເຫດການເພື່ອໃຫ້ຊາວຍີ່ປຸ່ນ ໄດ້ຮັບປະທານອາຫານຫວຽດນາມ ເຖິງວ່າຈະຢູ່ ໂຕກຽວ ກໍ່ຕາມ.

la.qdnd.vn

ເຫດການ
302 Found

Found

The document has moved here.