ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຜູ້​ທີ່​ຖື​ສາ​ສະ​ໜາຕ່າງໆ ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈໜ​ູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ບະ​ຍາດ​ໂຄວິດ - 19

14:18 | 04/12/2021

ໃນຈົດໝາຍໄດ້ເນັ້ນໜັກວ່າ, ພາຍຫຼັງເກີດໂລກລະບາດໂຄວິດ - 19 ມາໄດ້ 2 ປີ, ຜູ້ມີຍົດຖາບັນດາສັກ, ນັກບວດ, ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ໂດຍບໍ່ຫົວຊາຕໍ່ອັນຕະລາຍ, ໄດ້ພ້ອມກັບພະນັກງານ, ນັກຮົບເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19. ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.
ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ
ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)
ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)

ວັນທີ 3 ທັນວາ, ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍຂອບໃຈ ອົງການຈັດຕັ້ງ, ຜູ້ມີຍົດຖາບັນດາສັກ, ນັກບວດ ແລະ ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການປ້ອງກັນ, ຕ້ານພະຍາດໂຄວິດ - 19. ໃນຈົດໝາຍໄດ້ເນັ້ນໜັກວ່າ, ພາຍຫຼັງເກີດໂລກລະບາດໂຄວິດ - 19 ມາໄດ້ 2 ປີ, ຜູ້ມີຍົດຖາບັນດາສັກ, ນັກບວດ, ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ໂດຍບໍ່ຫົວຊາຕໍ່ອັນຕະລາຍ, ໄດ້ພ້ອມກັບພະນັກງານ, ນັກຮົບເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ນັບທັງດ້ານວັດຖຸ ແລະ ຊັບພະຍາກອນມະນຸດເພື່ອຮ່ວມແຮງຮ່ວມໃຈກັບ ວົງຄະນະຍາດຜ່ານຜ່າໂລກລະບາດໂຄວິດ - 19. ນີ້ແມ່ນພະຍານຫຼັກຖານລະອຽດ, ມີຊີວິດຊີວາ ກ່ຽວກັບມູນເຊື້ອຮັກຊາດ, ສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບຊົນຊາດ, “ຢູ່ໃນສິນກິນໃນທຳ” ຂອງສາສະໜາຕ່າງໆໃນທຸກພາກຂອງປະເທດຊາດ. ທ່ານປະທານ ໂດວັນຈຽນ ຊີ້ແຈ້ງວ່າ ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ອັນຕະລາຍ ແລະ ຫວັງວ່າ ໃນໄລຍະຈະມາເຖິງ, ອົງການຈັດຕັ້ງ, ຜູ້ມີຍົດຖາບັນດາສັກ, ນັກບວດ ແລະ ພໍ່ແມ່ປະຊາຊົນທີ່ຖືສາສະໜາຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດຈະສືບຕໍ່ສາມັກຄີຢ່າງແໜ້ນແຟ້ນກ່ວາອີກ, ເສີມຂະຫຍາຍແຫຼ່ງກຳລັງຂອງຕົນເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.