ປະທານສະພາແຫ່ງຊາດ ຕ້ອນຮັບປະທານສານປະຊາຊົນສູງສຸດຂອງລາວ

ປະທານສະພາແຫ່ງຊາດ ຕ້ອນຮັບປະທານສານປະຊາຊົນສູງສຸດຂອງລາວ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 12/5, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ ສຈ. ປອ. ນາງ ວຽງ​ທອງ ສີ​ພັນ​ດອນ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ

ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ

ໃນ fanpage ທາງການຂອງສະຫະພັນບານເຕະລາວ ກໍ່ໄດ້ລົງພາບຖ່າຍ ແຟນບານ ຫວຽດນາມ, ພ້ອມກັບບັນດາຄຳຂໍຂອບໃຈກ່ຽວກັບການລະດົມກຳລັງໃຈຂອງ ແຟນບານ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາ ລາວ.

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ທີ່ຫ້ອງປະຊຸມຄະນະກໍາມະການປະຊາຊົນແຂວງ, ທ່ານ ດວ່ານເຕິ໊ນບືວ ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ມາຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບ.

ບັນ​ດາເນື້ອ​ໃນ​ທີ່​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​​ສຸດຍອດ​ພິ​ເສດ ​ອາ​ເມ​ລິ​ກາ-ອາ​ຊຽນ

ບັນ​ດາເນື້ອ​ໃນ​ທີ່​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​​ສຸດຍອດ​ພິ​ເສດ ​ອາ​ເມ​ລິ​ກາ-ອາ​ຊຽນ

ກອງປະຊຸມສຸດຍອດພິເສດ ອາເມລິກາ-ອາຊຽນ ແມ່ນໂອກາດເພື່ອໃຫ້ ອາເມລິກາ ປັບປຸງການພົວພັນຄູ່ຮ່ວມມືກັບບັນດາປະເທດໃນພາກພື້ນ. ບັນດາຫົວຂໍ້ທີ່ຈະປຶກສາຫາລືໃນກອງປະຊຸມປະກອບມີ: ການແຜ່ລະບາດຂອງ COVID-19, ຄວາມປອດໄພດ້ານສຸຂະພາບຂອງໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ

ຄາດຄະເນວ່າ, ໃນການປະຕິບັດງານຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ; ຈະພົບປະສອງຝ່າຍກັບການນຳອາເມລິກາ, ບາງປະເທດອາຊຽນ; ພົບປະ, ເຮັດວຽກກັບການນຳສປຊ…

ສະຫະພັນໃຫຍ່ແຮງງານຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະພັນແຮງງານໂລກ

ສະຫະພັນໃຫຍ່ແຮງງານຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະພັນແຮງງານໂລກ

ຍສໝ - ນັບແຕ່ວັນທີ 06 – 08 ພຶດສະພາ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງ ປະຊຸມໃຫຍ່ສະຫະພັນແຮງງານໂລກ (WFTU) ຄັ້ງທີ 18 ເຊິ່ງຈັດຂຶ້ນຢູ່ ໂຣມ, ອີຕາລີ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 430 ທ່ານທີ່ມາຈາກ 106 ປະເທດໃນໂລກ.

ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈໃຫ້ U.23 ລາວ

ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈໃຫ້ U.23 ລາວ

ຕອນບ່າຍວັນທີ 7 ພຶດສະພາ, ທີ່ສະໜາມກິລາ ທຽນເຈື່ອງ (ແຂວງນາມດິ້ງ) ໄດ້ຕ້ອນຮັບແຟນກິລາຫວຽດນາມ ຫຼາຍພັນຄົນມາລະດົມກໍາລັງໃຈໃຫ້ U.23 ລາວ ໃນການແຂ່ງຂັນກັບ U.23 ສິງກະໂປ ໃນກຸ່ມ B ບານເຕະຊາຍ ຊີເກມ 31.

ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ

ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ

ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະມາຄົມພາສາສາກົນ Esperanto ຫວຽດນາມ (1957 - 2022) ແລະ ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນ Esperanto ອາຍຸການທີ່ VII (2022 - 2024).

ການ​ພົວ​ພັນ​ລະ​ຫວ່າງ ແດນ​ມາກ - ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ການ​ພົວ​ພັນ​ລະ​ຫວ່າງ ແດນ​ມາກ - ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

“ການພົວພັນລະຫວ່າງ ແດນມາກ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່”. ນີ້ແມ່ນຄຳຢັ້ງຢືນຂອງ ພະລາຊິນີ Margrethe II ທີ່ການຕ້ອນຮັບທ່ານ ເລືອງແທງງິ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາຊະອານາຈັກ ແດນມາກ, ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໃນວັນທີ 06 ພຶດສະພາ.

ສື່ມວນຊົນ ເຢຍລະມັນ ຕີລາຄາເສດຖະກິດ ຫວຽດນາມ ເຕີບໂຕດີຂຶ້ນ ພາຍຫຼັງໂລກລະບາດ ໂຄວິດ - 19

ສື່ມວນຊົນ ເຢຍລະມັນ ຕີລາຄາເສດຖະກິດ ຫວຽດນາມ ເຕີບໂຕດີຂຶ້ນ ພາຍຫຼັງໂລກລະບາດ ໂຄວິດ - 19

ຍສໝ - ໜັງສືພິມ Finanzmarktwelt ຂອງ ເຢຍລະມັນ ຫາກໍລົງບົດຂຽນ ໂດຍເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູຢ່າງຮອບດ້ານພາຍຫຼັງໂລກລະບາດໂຄວິດ -19, ທຸກຂະແໜງການລ້ວນແຕ່ມີສັນຍານດີຂຶ້ນ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ

ຍສໝ - ໃນສະພາບການໄລຍະຫຼັງໂຄວິດ-19, ການຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ ລະຫວ່າງ ຫວຽດນາມ ກັບ ປະເທດ ໂມນາໂກ ແລະ ນະຄອນ Nice, ເຂດ Cote d’Azur ແມ່ນບູລິມະສິດ ທີ່ທັງສອງຝ່າຍມຸ່ງໄປເຖິງ.

ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ

ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ

ຍສໝ - ດ້ວຍລະດັບ​ເງິນ​ເດືອນ ​ແລະ ​ເງິນ​ໂບນັດ​ທີ່​ມີການ​ແກ້ງແຍ້ງກັນ​ຫຼາຍ, ຄົນ​ງານ​ຕ່າງປະ​ເທດ​ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​​ໂອກາດ​ເຮັດ​ວຽກ​ຢູ່​ຫວຽດນາມ. ບາງຂະແໜງການກໍເພີ່ມຄວາມຕ້ອງການແຮງງານຕ່າງປະເທດຍ້ອນຂາດຜູ້ສະໝັກ.

ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco

ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco

ສອງອາທິດຕົ້ນເດືອນ ເມສາ ປີ 2022 ຢູ່ ປາຣີ ປະເທດ ຝລັ່ງ ໄດ້ດຳເນີນຄົບຄະນະ ຂອງສະພາບໍລິຫານງານ ຄັ້ງທີ 214 ຂອງ Unesco ເຊິ່ງມີການເຂົ້າຮ່ວມຂອງ 58 ປະເທດພາຄີ. ນີ້ແມ່ນກອງປະຊຸມ ຄັ້ງທຳອິດຂອງສະພາບໍລິຫານງານ ອາຍຸການ 2021 – 2025 ເຊິ່ງ ຫວຽດນາມ ແມ່ນປະເທດສະມາຊິກ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສຳຄັນ ມີລັກສະນະກຳນົດທິດຂອງ Unesco ໃນໄລຍະທີ່ຈະມາເຖິງ.

ຫວຽດນາມ ຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ

ຫວຽດນາມ ຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ

ຄາດຄະເນວ່າ, ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ ຈະຈັດຕັ້ງໃນເດືອນພຶດສະພານີ້ ດ້ວຍການເຂົ້າຮ່ວມຂອງ 58 ປະເທດ ແລະ 12 ສະຖານທູດປະເທດຕ່າງໆ ປະຈໍາ ຫວຽດນາມ.

ຫວຽດ​ນາມ ສືບ​ຕໍ່​ພາ​ລະ​ກຳ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນຕິ​ພາບ ສ​ະ​ຫະ​ປະ​ຊາ​ຊາດ

ຫວຽດ​ນາມ ສືບ​ຕໍ່​ພາ​ລະ​ກຳ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນຕິ​ພາບ ສ​ະ​ຫະ​ປະ​ຊາ​ຊາດ

ວັນທີ 27 ເມສາ, ເປັນຄັ້ງທຳອິດທີ່ ຫວຽດນາມ ແຕ່ງຕັ້ງກອງທະຫານຊ່າງແສງໄປປະຕິບັດໜ້າທີ່ຢູ່ ຄະນະປ້ອງກັນຄວາມສະຫງົບຊົ່ວຄາວ ຂອງ ສປຊ ປະຈຳ Abyei - ເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ເຊິ່ງເອີ້ນຫຍໍ້ວ່າ ຄະນະ UNISFA). ເຫດການດັ່ງກ່າວໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ ແລະ ສຳຄັນຂອງ ຫວຽດນາມ ໃນຂົງເຂດເຂົ້າຮ່ວມຮັກສາສັນຕິພາບ ສປຊ.

ຫວຽດນາມ - ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີເລ ໃນອາຊຽນ

ຫວຽດນາມ - ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີເລ ໃນອາຊຽນ

ວັນທີ 2 ພຶດສະພາ, ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີເລ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Antonia Urrejola Noguera ລັດຖະມົນຕີກະຊວງການຕ່າງປະເທດຈີເລ, ຜູ້ທີ່ຫາກໍ່ຮັບການແຕ່ງຕັ້ງຈາກທ່ານປະທານາທິບໍດີ Gabriel Boric.

ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ທີ່ມີຄວາມໝາຍ ຢູ່ຮ່າໂນ້ຍ

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ທີ່ມີຄວາມໝາຍ ຢູ່ຮ່າໂນ້ຍ

ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຄະນະກໍາມະການປະຊາຊົນເມືອງກວັກອວາຍ ໄດ້ຈັດຕັ້ງລາຍການເຄື່ອນໄຫວມິດຕະພາບ 2022 ຢູ່ທີ່ວັດໄທ່ ແລະ ເຂດທ່ອງທ່ຽວ ຕ່ວນເຈົາ, ຮ່າໂນ້ຍ.

ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad

ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad

ຍສໝ - ຕອນ​ຄ່ຳ​ວັນ​ທີ 29 ​ເມສາ​ນີ້, ຢູ່​ໂຮງແຮມ Rex ນະຄອນໂຮ່ຈີມິນ, ​ສະຖານກົງສຸນ​ໃຫຍ່​ຮົງ​ກາລີ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານປະສານດົນຕີ Jazz V4 ​ແລະ ການ​ພົບ​ປະ​ແລກປ່ຽນການກິນດື່ມ ​ລະຫວ່າງບັນດາ​ປະ​ເທດໃນກຸ່ມ V4.

ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ

ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ

ຍ​ສ​ໝ - ​ຫວ່າງແລ້ວນີ້, ຢູ່​ທີ່​ຄະນະ​ປະຈຳ​ສະພາ​ການ​ຄ້າ​ສາກົນ​ຂອງ​ສະພາ​ຕ່ຳກາ​ນາ​ດາ, ທ່ານສາດສະດາຈານ Julie ດ້າຍ​ຈາງ​ຫງວຽນ, ຜູ້ອຳນວຍການ​ສະມາຄົມ​ກາ​ນາ​ດາ - ຫວຽດນາມ (CVS) ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ຫວຽດນາມ ສຳລັບ​ວິ​ສາ​ຫະກິດ ກາ​ນາ​ດາ. ບໍ່​ພຽງ​ແຕ່​ໃນ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ແຕ່​ຍັງ​ໃນ​ທົ່ວ​ພາກ​ພື້ນມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ​ທີ່​ກວ້າງ​ໃຫຍ່ນຳອີກ.

ອິນ​ເດຍ ຊ່ວຍ​ປະ​ຊ​າ​ຊົນ​ເຮົ້າ​ຢາງ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້ເປັນຢ່າງ​ດີ​ກ່​ວາ

ອິນ​ເດຍ ຊ່ວຍ​ປະ​ຊ​າ​ຊົນ​ເຮົ້າ​ຢາງ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້ເປັນຢ່າງ​ດີ​ກ່​ວາ

ຍ​ສ​ໝ - ສອງ​ໂຄງ​ການທີ່ມີ​ຜົນ​ກະ​ທົບ​ຢ່າງ​ໄວ​ວາ ໂດຍ​ລັດ​ຖະ​ບານ ອິນ​ເດຍ ອຸ​ປະ​ຖຳ​ແຂວງ ເຮົ້າ​ຢາງ ມີ​ມູນ​ຄ່າ 100.000 ໂດ​ລາ​ສະ​ຫະ​ລັດ ຈະ​ປະຕິບັດສຳ​ເລັດ​ໃນ​ເດືອນ​ເມ​ສາ ປີ 2021 ໄດ້​ຊ່ວຍ​ໃຫ້​ປ​ະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ປັບ​ປຸງ​ຊີ​ວິດກ​ານ​ເປັນຢູ່, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໄດ້ເປັນ​ຢ່າງ​ດີ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈ​ລະ​ຈາກັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈ​ລະ​ຈາກັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio

ພາຍຫຼັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ມີການເຈລະຈາທີ່ສຳຄັນຢູ່ສຳນັກງານລັດຖະບານ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ຫວຽດນາມ, ຕອນບ່າຍວັນທີ 29 ເມສາ, ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ.ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເປັນຫົວໜ້າຄະນະ, ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຢາງ.

ໄຂ​ກອງ​ປະ​ຊຸມ​ສະມັດຊາໃຫຍ່​ສະມາຄົມໃຫຍ່​​ຄັ້ງ​ທີ 36 ຂອງ​ສາ​ສະ​ຫນາ Mennonite/ໂປເຕສະຕັງ  ​ຫວຽດ​ນາມ

ໄຂ​ກອງ​ປະ​ຊຸມ​ສະມັດຊາໃຫຍ່​ສະມາຄົມໃຫຍ່​​ຄັ້ງ​ທີ 36 ຂອງ​ສາ​ສະ​ຫນາ Mennonite/ໂປເຕສະຕັງ ​ຫວຽດ​ນາມ

ຍສໝ - ຄຸນພໍ່ ຫງວຽນຫຶວມາກ, ປະທານ​​ສາ​ສະ​ຫນາ Mennonite ​ຫວຽດ​ນາມ (ພາກ​ເໜືອ) ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທີ່ກອງ​ປະຊຸມ​ສະມັດຊາໃຫຍ່​ຈະ​ຮັບຮອງ​ເອົາ​ບົດ​ລາຍ​ງານການເຄື່ອນໄຫວໃນ​ອາຍຸ​ການ 35 (2017-2021); ປຶກສາ ຫາລືທິດທາງຂອງການພັດທະນາ​ສະມາຄົມໃນໄລຍະໃຫມ່.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດການນຳຂັ້ນສູງ ລາວ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດການນຳຂັ້ນສູງ ລາວ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນເຊື່ອໝັ້ນວ່າ ປະເທດ ລາວ ຈະຟື້ນຟູເສດຖະກິດ - ສັງຄົມໂດຍໄວ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ວາງອອກໄດ້ຢ່າງມີໄຊ.

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ

ໃນໄລຍະຢູ່ຢ້ຽມຢາມ ກຳປູເຈຍ, ຄາດວ່າ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ຈະເຂົ້າຢ້ຽມຂໍ່ຳນັບບັນດາການນຳພັກປະຊາຊົນ ກຳປູເຈຍ (CPP); ພົບປະເຈລະຈາກັບທ່ານເຈົ້າຄອງນະຄອນ Khuong Sreng.

ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ

ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ

ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.

ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສື່ມວນ​ຊົນ​ລາວ ລົງ​ຂ່າວຢ່າງ​ໜາ​ແໜ້ນ​ກ່ຽວ​ກັບ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ສື່ມວນ​ຊົນ​ລາວ ລົງ​ຂ່າວຢ່າງ​ໜາ​ແໜ້ນ​ກ່ຽວ​ກັບ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.

ຮູບພາບຕ່າງໆຈາກຂະບວນການແຫ່ງມິດຕະພາບ 2022

ຮູບພາບຕ່າງໆຈາກຂະບວນການແຫ່ງມິດຕະພາບ 2022

ຍ​ສ​ໝ - ວັນທີ 24/4 ການເດີນທາງມິດຕະພາບ 2022 ໄດ້ຈັດຂຶ້ນ. ນີ້ແມ່ນລາຍການເພື່ອຖັນແຖວເຄື່ອນໄຫວປະຈຳປີຂອງສະຫະມິດຕະພາບນະຄອນຮ່າໂນ້ຍ, ໜຶ່ງໃນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳອັນສຳຄັນ ທີ່ ໄດ້ຮ່ວມແຮງຮ່ວມໃຈໝູ່ເພື່ອທັງພາຍໃນ ແລະ ຕ່າງປະເທດ ຕັ້ງຕາລໍຄອຍ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.