ສື່ມວນຊົນ ເຢຍລະມັນ ຕີລາຄາເສດຖະກິດ ຫວຽດນາມ ເຕີບໂຕດີຂຶ້ນ ພາຍຫຼັງໂລກລະບາດ ໂຄວິດ - 19

13:05 | 08/05/2022

ຍສໝ - ໜັງສືພິມ Finanzmarktwelt ຂອງ ເຢຍລະມັນ ຫາກໍລົງບົດຂຽນ ໂດຍເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູຢ່າງຮອບດ້ານພາຍຫຼັງໂລກລະບາດໂຄວິດ -19, ທຸກຂະແໜງການລ້ວນແຕ່ມີສັນຍານດີຂຶ້ນ.

ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ” ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”
ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ
undefined
ພາບປະກອບ

ຕາມບົດຂຽນແລ້ວ, ໃນເດືອນ ມີນາ ຜ່ານມາ, ວົງເງິນສົ່ງອອກຂອງ ຫວຽດນາມ ບັນລຸລະດັບສະຖິຕິ ດ້ວຍຍອດມູນຄ່າ 67,37 ຕື້ USD, ໃນນັ້ນ ຍອດວົງເງິນສົ່ງອອກບັນລຸ 34,71 ຕື້ USD, ໄດ້ລື່ນກາຍສະຖິຕິທີ່ບັນລຸໄດ້ໃນເດືອນ ກໍລະກົດ 2021. ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ຫວຽດນາມ ປີ 2022 - ເສດຖະກິດ ຫວຽດນາມ ຈະບັນລຸລະດັບສະຖິຕິໃໝ່. ທະນາຄານພັດທະນາ ອາຊີ (ADB) ຄາດວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບປະມານ 6,5% ໃນປີ 2022.

ຕາມບົດລາຍງານແລ້ວ, ບັນດາຜະລິດຕະພັນເອເລັກໂຕນິກ, ໂດຍສະເພາະແມ່ນໂທລະສັບມືຖື, ເປັນພື້ນຖານໃຫ້ແກ່ການເຕີບໂຕຂອງຂະແໜງສົ່ງອອກຂອງ ຫວຽດນາມ. ຕາມນັກຊ່ຽວຊານເສດຖະກິດ Tim Lee Lahaphan ສັງກັດທະນາຄານ Standard Chartered ແລ້ວ, ນັບມື້ນັບມີຫຼາຍວິສາຫະກິດສາກົນມີແຜນການຍ້າຍລະບົບສະໜອງມາຍັງ ຫວຽດນາມ - ເຊິ່ງເປັນປະເທດທີ່ໄດ້ຮັບຖືວ່າ ແມ່ນສູນຜະລິດສິນຄ້າເອເລັກໂຕນິກ, ຕຳແຜ່ນຕັດຫຍິບ ແລະ ເກີບໜັງຂອງພາກພື້ນ.

ກໍຕາມບົດລາຍງານດັ່ງກ່າວ, ບໍ່ພຽງແຕ່ມີຂະແໜງຜະລິດ ແລະ ການຄ້າຕ່າງປະເທດທີ່ມີການເຕີບໂຕຢ່າງແຮງເທົ່ານັ້ນ, ການທ່ອງທ່ຽວພາຍໃນປະເທດຂອງ ຫວຽດນາມ ກໍພວມມີການເຕີບໂຕທີ່ດີຂຶ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.