ຫວຽດນາມ ຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ

16:00 | 05/05/2022

ຄາດຄະເນວ່າ, ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ ຈະຈັດຕັ້ງໃນເດືອນພຶດສະພານີ້ ດ້ວຍການເຂົ້າຮ່ວມຂອງ 58 ປະເທດ ແລະ 12 ສະຖານທູດປະເທດຕ່າງໆ ປະຈໍາ ຫວຽດນາມ.

ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco
ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022 ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022
ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ແລະທ່ານນາງ Caitlin Wiesen ຜູ້ຕາງໜ້າອົງການ UNDP ປະຈໍາ ຫວຽດນາມ. ພາບ: ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ.
ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ແລະທ່ານນາງ Caitlin Wiesen ຜູ້ຕາງໜ້າອົງການ UNDP ປະຈໍາ ຫວຽດນາມ. ພາບ: ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ.

ກອງປະຊຸມຈັດຕັ້ງແບບເຊິ່ງໜ້າ ແລະຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ລວມ “ບັນດາມາດຕະການໃຫ້ແກ່ພື້ນຖານເສດຖະກິດທະເລ ທີ່ມີຄວາມສາມາດທົນທານ”, ລວມມີ 4 ວາລະປະຊຸມຄົບຄະນະ, 1 ວາລະໂອ້ລົມສົນທະນາ, 5 ວາລະຫົວເລື່ອງສະເພາະ ແລະບັນດາເຫດການທີ່ກ່ຽວຂ້ອງ.

ພິເສດ, ນອກຈາກວາລະເປີດ-ປິດກອງປະຊຸມ, ແມ່ນບັນດາວາລະປະຊຸມຄົບຄະນະເພື່ອປຶກສາຫາລືກ່ຽວກັບຫົວຂໍ້ “ແກ້ໄຂບັນຫາມົນລະພິດ ແລະຂີ້ເຫຍື້ອພຣາດສະຕິກມະຫາສະໝຸດ: ສິ່ງທ້າທາຍໃຫຍ່ຂອງສະຕະວັດທີ 21”; “ຄວາມສ່ຽງດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງດິນຟ້າອາກາດ”.

ກອງປະຊຸມເພື່ອແນໃສ່ຊຸກຍູ້, ນໍາໃຊ້ບັນດາແຫຼ່ງຊັບພະຍາກອນທະເລແບບຍືນຍົງ ກໍ່ຄືບັນດາສິ່ງທ້າທາຍຕົ້ນຕໍຂອງວິກິດການພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ແລະມົນລະພິດສິ່ງແວດລ້ອມ, ໃນນັ້ນມີຂໍ້ຕົກລົງທົ່ວໂລກ ວ່າດ້ວຍມົນລະພິດພຣາດສະຕິກມະຫາສະໝຸດ; ກໍານົດກາລະໂອກາດຊຸກຍູ້ການກະທໍາປົກປັກຮັກສາບັນດາລະບົບຊີວະພາບທະເລດ້ວຍເປົ້າໝາຍຟື້ນຟູເສດຖະກິດທະເລ ແລະພັດທະນາເສດຖະກິດ, ຍົກສູງຄວາມສາມາດທົນທານຂອງບັນດາວົງຄະນະຍາດ ແລະບັນດາປະເທດທີ່ຖືກສ່ຽງໄພສູງ; ແບ່ງປັນບົດຮຽນ ແລະໝາກຜົນຂອງການຄົ້ນຄວ້າເພື່ອແນໃສ່ຍູ້ແຮງການແບ່ງປັນຄວາມຮູ້ກ່ຽວກັບເສດຖະກິດທະເລແບບຍືນຍົງປະສົບຜົນສໍາເລັດ, ບັນດາຍຸດທະສາດ ແລະການກະທໍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສົ່ງເສີມການສ້າງເຄືອຂ່າຍຮ່ວມມື.

la.qdnd.vn

ເຫດການ
302 Found

Found

The document has moved here.