ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ

10:16 | 08/05/2022

ຍສໝ - ໃນສະພາບການໄລຍະຫຼັງໂຄວິດ-19, ການຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ ລະຫວ່າງ ຫວຽດນາມ ກັບ ປະເທດ ໂມນາໂກ ແລະ ນະຄອນ Nice, ເຂດ Cote d’Azur ແມ່ນບູລິມະສິດ ທີ່ທັງສອງຝ່າຍມຸ່ງໄປເຖິງ.

ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ
ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ
undefined
ການໂອ້ລົມສົນທະນາດ້ານເສດຖະກິດທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 4 ພຶດສະພາ ຢູ່ປະເທດ ໂມນາໂກ. ພາບ: vov.vn

ນີ້ກໍ່ແມ່ນເປົ້າໝາຍຂອງບັນດາເຫດການໂຄສະນາການລົງທຶນ, ສົ່ງເສີມການຄ້າ ໂດຍສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ບັນດາອົງການຕາງໜ້າຂອງກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ປະຈຳຝລັ່ງ ຈັດໃນລະຫວ່າງວັນທີ 2 - 4 ພຶດສະພາ ຢູ່ Nice ແລະ ໂມນາໂກ.

ໃນການໂອ້ລົມສົນທະນາດ້ານເສດຖະກິດທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 4 ພຶດສະພາ ຢູ່ປະເທດ ໂມນາໂກ, ທ່ານ Christophe Gamon ປະທານຄະນະກຳມະການສາກົນ ຂອງຫ້ອງການການຄ້າ ແລະ ອຸດສາຫະກຳ Nice ເຂດ Cote d’Azur ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນສະຖານທີ່ດຶງດູດບັນດາວິສາຫະກິດຢູ່ Nice ຍ້ອນວ່າ ແຕ່ດົນນານມາແລ້ວ ລະຫວ່າງ Nice ແລະ ຫວຽດນາມ ຍາມໃດກໍ່ມີການຜູກພັນດ້ານວັດທະນະທຳ ຜ່ານປະຊາຄົມຊາວຫວຽດນາມ ປະຈຳ Nice. ທ່ານ Gamon ກໍ່ຖືວ່າ ພາຍຫຼັງບັນດາເຫດການຂັ້ນສູງຫວ່າງມໍ່ໆມານີ້ ໃນການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ, ບັນດາວິສາຫະກິດ Nice ແລະ ເຂດ Cote d’Azur ກໍມີຄວາມສົນໃຈຢ່າງແຮງຕໍ່ຕະຫຼາດ ຫວຽດນາມ.

ໃນການໂອ້ລົມສົນທະນາ, ມີວິສາຫະກິດ Monaco ເກືອບ 60 ແຫ່ງໄດ້ເຂົ້າຮ່ວມຊອກຮູ້ກາລະໂອກາດລົງທຶນ ແລະ ຮ່ວມມືດຳເນີນທຸລະກິດກັບ ຫວຽດນາມ ກ່ຽວກັບຂັ້ນຕອນການຫຼຸດພາສີຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືການຄ້າໃຫຍ່, ກ່ຽວກັບບັນດາຮູບແບບເຂດທ່າກຳປັ່ນພາສີ - ການຄ້າ, ການທ່ອງທ່ຽວ, ການຢາ, ເສດຖະກິດດີຈີຕອນ.

ໄຊພອນ

ເຫດການ
302 Found

Found

The document has moved here.