ຫວຽດນາມ - ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີເລ ໃນອາຊຽນ

12:17 | 05/05/2022

ວັນທີ 2 ພຶດສະພາ, ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີເລ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Antonia Urrejola Noguera ລັດຖະມົນຕີກະຊວງການຕ່າງປະເທດຈີເລ, ຜູ້ທີ່ຫາກໍ່ຮັບການແຕ່ງຕັ້ງຈາກທ່ານປະທານາທິບໍດີ Gabriel Boric.

ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ
ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ
ທ່ານນາງ Antonia Urrejola Noguera ຕ້ອນຮັບທ່ານເອກອັກຄະລັດຖະທູດ ຟ້າມເຈື່ອງຢາງ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານນາງ Antonia Urrejola Noguera ຕ້ອນຮັບທ່ານເອກອັກຄະລັດຖະທູດ ຟ້າມເຈື່ອງຢາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ Antonia Urrejola Noguera ແລະທ່ານ ຟ້າມເຈື່ອງຢາງ ພ້ອມກັນຫວນຄືນ ແລະແບ່ງປັນບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ. ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ ແຕ່ການແລກປ່ຽນການຄ້າສອງຝ່າຍຍັງບັນລຸຜົນງານດີພໍສົມຄວນດ້ວຍ 1,59 ຕື້ໂດລາສະຫະລັດ ໃນປີ 2021, ເຮັດໃຫ້ຫວຽດນາມ ສືບຕໍ່ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນອາຊຽນ ຂອງຈີເລ.

ທ່ານນາງ Antonia Urrejola Noguera ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຂອງຈີເລ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະຫວັງວ່າ ທ່ານ ຟ້າມເຈື່ອງຢາງ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາການພົວພັນມິດຕະພາບ ແລະຮ່ວມມື ຫວຽດນາມ-ຈີເລ. ທ່ານນາງ Antonia Urrejola Noguera ສະເໜີທ່ານເອກອັກຄະລັດຖະທູດ ສົມທົບກັນຊຸກຍູ້ການລົງນາມ ແລະຜັນຂະຫຍາຍບັນດາບົດບັນທຶກຊ່ວຍຈໍາທີ່ມີຢູ່ແລ້ວລະຫວ່າງສອງປະເທດ, ພິເສດແມ່ນໃນການຮ່ວມມືດ້ານກະສິກໍາ, ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ສະໜັບສະໜູນຈີເລ ເຂົ້າເປັນສະມາຊິກສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA) ແລະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ສ່ວນທ່ານ ຟ້າມເຈື່ອງຢາງ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ປະກອບສ່ວນເຂົ້າໃນການເຊື່ອມຕໍ່ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະວິສາຫະກິດ, ທ້ອງຖິ່ນສອງປະເທດເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມື, ພ້ອມທັງສະເໜີ ຈີເລ ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ແລະການຫັນເປັນພະລັງງານສະອາດ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ສອງຝ່າຍຈະສົມທົບກັນຊຸກຍູ້ການແລກປ່ຽນຄະນະທຸກຂັ້ນ ແລະບັນດາກົນໄກເຈລະຈາ ແລະຮ່ວມມືປະຈໍາປີທີ່ມີຢູ່ແລ້ວ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.