ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈ​ລະ​ຈາກັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio

12:09 | 02/05/2022

ພາຍຫຼັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ມີການເຈລະຈາທີ່ສຳຄັນຢູ່ສຳນັກງານລັດຖະບານ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ: ຈະ​ລົບ​ລ້າງການ​ແຈ້ງອາການສຸຂະພາບທາງການແພດຢູ່​ພາຍ​ໃນ​ປະ​ເທດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ: ຈະ​ລົບ​ລ້າງການ​ແຈ້ງອາການສຸຂະພາບທາງການແພດຢູ່​ພາຍ​ໃນ​ປະ​ເທດ
ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ
ການເຈລະຈາລະຫວ່າງສອງຝ່າຍ
ການເຈລະຈາລະຫວ່າງສອງຝ່າຍ

ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີຍູ້ແຮງການຮ່ວມມືຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19, ເປັນເອກະພາບ ແລະ ຜັນຂະຫຍາຍໂຄງການກູ້ຢືນທຶນ ODA ລຸ້ນໃໝ່ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດລົງທຶນ, ການຄ້າ, ກະສິກຳ, ພະລັງງານ, ສິ່ງແວດລ້ອມ, ຍູ້ໄວລະບຽບການຕ່າງໆເພື່ອໃຫ້ ຍີ່ປຸ່ນ ປະກາດເປີດປະຕູການຕະຫຼາດໃຫ້ແກ່ໝາກລຳໄຍຂອງ ຫວຽດນາມ ສົ່ງອອກໄປຍັງ ຍີ່ປຸ່ນ ໃນເດືອນ ກັນຍາ 2022, ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ໝາກໄມ້ຊະນິດອື່ນໆສົ່ງອອກໄປຍັງ ຍີ່ປຸ່ນ; ເພີ່ມທະວີການຮ່ວມມື, ຖ່າຍທອດເຕັກໂນໂລຢີເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກເຊິ່ງກວ່າອີກ; ໜູນຊ່ວຍ ຫວຽດນາມ ຍູ້ໄວການຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ປະຕິບັດຄຳໝັ້ນສັນຍາບັນລຸໄດ້ການຫຼຸດຜ່ອນການປ່ອຍອາຍພິດລົງຄເປັນ 0 ໃນປີ 2025; ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານກໍໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ; ສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ການນຳສອງປະເທດກໍໄດ້ແລກປ່ຽນຫຼັກໝັ້ນກ່ຽວກັບບັນຫາ ຢູແກຼນ.

ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເປັນສັກຂີພິຍານພິທີ ມອບ - ຮັບເອກະສານຮ່ວມມື 22 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດ. ນາຍົກລັດຖະມົນຕີສອງທ່ານກໍໄດ້ມີການປະຊຸມຖະແຫຼງຂ່າວຮ່ວມ, ແຈ້ງກ່ຽວກັບໝາກຜົນຕົ້ນຕໍຂອງການເຈລະຈາ. ໃນວັນດຽວກັນ, ນາຍົກລັດຖະມົນຕີສອງທ່ານກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນການໂອ້ລົມສົນທະນາກ່ຽວກັບການຮ່ວມມືປ່ຽນແປງໃໝ່ອຸດສາຫະກຳ ແລະ ຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ.

vovworld.vn

ເຫດການ
302 Found

Found

The document has moved here.