ການ​ພົວ​ພັນ​ລະ​ຫວ່າງ ແດນ​ມາກ - ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

07:18 | 09/05/2022

“ການພົວພັນລະຫວ່າງ ແດນມາກ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່”. ນີ້ແມ່ນຄຳຢັ້ງຢືນຂອງ ພະລາຊິນີ Margrethe II ທີ່ການຕ້ອນຮັບທ່ານ ເລືອງແທງງິ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາຊະອານາຈັກ ແດນມາກ, ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໃນວັນທີ 06 ພຶດສະພາ.

ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022 ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ການ​ພົວ​ພັນ​ລະ​ຫວ່າງ ແດນ​ມາກ - ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານ ເອກອັກຄະລັດຖະທູດ ເລືອງແທງງິ ເຂົ້າຍື່ນສານຕາຕັ້ງ (ພາບ: baoquocte.vn)

ນະທີນີ້, ພະລາຊິນີ Margrethe II ຢັ້ງຢືນວ່າ ໃນຕະຫຼອດໄລຍະ 50 ປີ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດໃນປີ 1971, ການພົວພັນລະຫວ່າງ ຫວຽດນາມ - ແດນມາກ ໄດ້ບັນລຸໝາກຜົນຫຼາຍຢ່າງໃນທຸກຂົງເຂດ ແລະ ເຊື້ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່ ຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ເຂົ້າສູ່ລວງເລິກແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສ່ວນທ່ານເອກອັກຄະລັດຖະທູດ ເລືອງແທັງງິ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນ, ການໜູນຊ່ວຍຂອງ ລາຊິນີ, ພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນ ແດນມາກ ໃນການເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍສະເໜີໃຫ້ ລັດຖະບານ ແດນມາກ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແດນມາກ ຈຳນວນກວ່າ 16.000 ຄົນເຂົ້າສູ່ງສັງຄົມໄດ້ຢ່າງເລິກເຊິ່ງ ແລະ ປະກອບສ່ວນຢ່າງແທດຈິງກວ່າອີກໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບ ແລະ ສາຍພົວພັນລະຫວ່າງ ຫວຽດນາມ ແລະ ແດນມາກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.