ຫາງສຽງໃນພາກພື້ນມີຄວາມປະທັບໃຈກ່ຽວກັບບັນຍາກາດຢູ່ສະໜາມກິລາບານເຕະ ທຽນເຈື່ອງ, ແຂວງ ນາມດິ້ງ

14:57 | 12/05/2022

ໃນ fanpage ທາງການຂອງສະຫະພັນບານເຕະລາວ ກໍ່ໄດ້ລົງພາບຖ່າຍ ແຟນບານ ຫວຽດນາມ, ພ້ອມກັບບັນດາຄຳຂໍຂອບໃຈກ່ຽວກັບການລະດົມກຳລັງໃຈຂອງ ແຟນບານ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາ ລາວ.

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ
ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ
ແຟນບານ ຫວຽດນາມ ລະດົມກຳລັງໃຈໃຫ້ບັນດານັກກິລາ ລາວ (ພາບ: TTXVN)
ແຟນບານ ຫວຽດນາມ ລະດົມກຳລັງໃຈໃຫ້ບັນດານັກກິລາ ລາວ (ພາບ: TTXVN)

ບັນດານັດແຂ່ງຂັນກິລາບານເຕະຢູ່ SEA Games 31 ໄດ້ດຶງດູດຈຳນວນຜູ້ມາຊົມເປັນຈຳນວນຫຼວງຫຼາຍ, ບໍ່ວ່າຈະເປັນທິມເຈົ້າພາບ ຫວຽດນາມ ໄດ້ແຂ່ງຂັນໃນມື້ນັ້ນຫຼືບໍ່. ໃນ fanpage ASEAN Football ໄດ້ລົງພາບຖ່າຍ “ຕື່ນກະລຶງ” ຢູ່ສະໜາມກິລາ ທຽນເຈື່ອງ, ແຂວງ ນາມດິ້ງ, ໃນຕອນຄ່ຳວັນທີ 04 ພຶດສະພາ ແລະ ຊີ້ແຈ້ງວ່າ: ນີ້ແມ່ນສະຖິຕິໃໝ່ກ່ຽວກັບນັດແຂ່ງຂັນທີ່ມີຜູ້ຊົມຫຼາຍທີ່ສຸດຢູ່ສະໜາມກິລາເປັນກາງໃນປະຫວັດສາດຂອງ SEA Games.

ໃນ fanpage ທາງການຂອງສະຫະພັນບານເຕະ ລາວ ກໍ່ໄດ້ລົງພາບຖ່າຍແຟນບານ ຫວຽດນາມ, ພ້ອມກັບບັນດາຄຳຂໍຂອບໃຈກ່ຽວກັບການລະດົມກຳລັງໃຈຂອງແຟນບານ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາ ລາວ ໃນນັດແຂ່ງຂັນກັບທິມ ສິງກະໂປ. ສ່ວນ U23 ສິງກະໂປ ກໍ່ຮູ້ສຶກຕື້ນຕັນໃຈ, ເມື່ອເຂົາເຈົ້າໄດ້ແຂ່ງຂັນໃນສະໜາມກິລາທີ່ມີຜູ້ຊົມຢ່າງຫຼວງຫຼາຍ - ສິ່ງທີ່ບັນດາທິມນັກກິລາ ສິງກະໂປ ຍາກທີ່ຈະເຫັນເມື່ອແຂ່ງຂັນຢູ່ຕ່າງປະເທດ, ຢູ່ສະໜາມກິລາເປັນກາງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.