ປະທານສະພາແຫ່ງຊາດ ຕ້ອນຮັບປະທານສານປະຊາຊົນສູງສຸດຂອງລາວ

11:00 | 14/05/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 12/5, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ ສຈ. ປອ. ນາງ ວຽງ​ທອງ ສີ​ພັນ​ດອນ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ
ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ
ປະທານສະພາແຫ່ງຊາດ ຕ້ອນຮັບປະທານສານປະຊາຊົນສູງສຸດຂອງລາວ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ ສຈ. ປອ. ນາງ ວຽງ​ທອງ ສີ​ພັນ​ດອນ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ (ພາບ: TTXVN)

ທ່ານ​​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕີ​ລາຄາ​ສູງ​ສະພາບ​ການ​ຮ່ວມ​ມື​ຂອງ​ສານ​ປະຊາຊົນ​ສູງ​ສຸດ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ຕາມ​ສັນຍາ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ໃນ​ປີ 2008 ​ແລະ ແຜນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ 2022.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ຈະ​ແບ່ງປັນ​ປະສົບ​ການ​ກັບ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ຮ່າງ​ມະຕິ ​ແລະ ວິທີ​ປະຕິບັດ​ບັນດາ​ເນື້ອ​ໃນ​ນີ້​ພາຍຫຼັງ​ທີ່ໄດ້ຮັບການປະກາດໃຊ້. ນອກ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ກໍ່​ຍິນ​ດີ​ແບ່ງປັນ​ປະສົບ​ການ​ກັບ​ສານ​ປະຊາຊົນ​ສູງ​ສຸດ​ລາວ​ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.

ທ່ານ​ ​ປະທານ​ສະພາ​ແຫ່ງ​ຊາດ​ ຫວັງ​ວ່າ ​ສານ​ຂອງ​ສອງ​ປະ​ເທດ​ຈະ​ຊຸກຍູ້​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ດ້ວຍ​ຖານະ​ຕຳ​ແໜ່​ງຂອງຕົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ 2 ອົງການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.