ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ

14:50 | 12/05/2022

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ທີ່ຫ້ອງປະຊຸມຄະນະກໍາມະການປະຊາຊົນແຂວງ, ທ່ານ ດວ່ານເຕິ໊ນບືວ ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ມາຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບ.

ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ
ການນໍາແຂວງດົ່ງທາບ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ. ພາບ: baodongthap.vn
ການນໍາແຂວງດົ່ງທາບ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ. ພາບ: baodongthap.vn

ທີ່ການເຮັດວຽກ, ທ່ານຮອງປະທານ ດວ່ານເຕິ໊ນບືວ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ແຂວງດົ່ງທາບ ຍາມໃດກໍ່ຮັກສາການຈັດຕັ້ງກິດຈະກໍາເຄື່ອນໄຫວຫຼາຍຢ່າງແທດຈິງ ເພື່ອປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະລາວ. ຕາມນັ້ນແລ້ວ, ໃນຫຼາຍປີຜ່ານມາ, ແຂວງຍາມໃດກໍ່ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອ ແລະໜູນຊ່ວຍນັກສຶກສາລາວ ທີ່ມາຮ່ຳຮຽນຢູ່ຕາມໂຮງຮຽນແຫ່ງຕ່າງໆຂອງແຂວງດົ່ງທາບ.

ທ່ານນາງ ພິມພາ ແກ້ວມີໄຊ ໄດ້ຂອບໃຈການນໍາແຂວງດົ່ງທາບ ທີ່ໄດ້ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ນັກສຶກສາລາວ ທີ່ມາຮໍ່າຮຽນຢູ່ທ້ອງຖິ່ນ. ທ່ານນາງ ພິມພາ ແກ້ວມີໄຊ ຫວັງວ່າ ໃນໄລຍະຈະມາເຖິງ, ການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມື ແລະມິດຕະພາບລະຫວ່າງແຂວງດົ່ງທາບ ແລະບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ໄດ້ຮັບການເພີ່ມທະວີປະຕິບັດ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ເນື່ອງໃນໂອກາດນີ້, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ໄປຢ້ຽມຢາມນັກສຶກສາລາວ ທີ່ພວມຮຽນຢູ່ວິທະຍາໄລການແພດດົ່ງທາບ.

ກອ​ງ​ທັບ​

302 Found

Found

The document has moved here.