ອິນ​ເດຍ ຊ່ວຍ​ປະ​ຊ​າ​ຊົນ​ເຮົ້າ​ຢາງ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້ເປັນຢ່າງ​ດີ​ກ່​ວາ

12:11 | 03/05/2022

ຍ​ສ​ໝ - ສອງ​ໂຄງ​ການທີ່ມີ​ຜົນ​ກະ​ທົບ​ຢ່າງ​ໄວ​ວາ ໂດຍ​ລັດ​ຖະ​ບານ ອິນ​ເດຍ ອຸ​ປະ​ຖຳ​ແຂວງ ເຮົ້າ​ຢາງ ມີ​ມູນ​ຄ່າ 100.000 ໂດ​ລາ​ສະ​ຫະ​ລັດ ຈະ​ປະຕິບັດສຳ​ເລັດ​ໃນ​ເດືອນ​ເມ​ສາ ປີ 2021 ໄດ້​ຊ່ວຍ​ໃຫ້​ປ​ະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ປັບ​ປຸງ​ຊີ​ວິດກ​ານ​ເປັນຢູ່, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໄດ້ເປັນ​ຢ່າງ​ດີ.

ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ
ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່ ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່
ອິນ​ເດຍ ຊ່ວຍ​ປະ​ຊ​າ​ຊົນ​ເຮົ້າ​ຢາງ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້ເປັນຢ່າງ​ດີ​ກ່​ວາ
​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມພິ​ທີ (ພາບ: dangcongsan.vn/)

ຈາກ​ກອງ​ທຶນ​ໂຄງ​ການ​ທີ່ມີຜົນກະທົບການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່ນ້ຳຄົງຄາ (Ganges) ​ໂດຍ​ໄວ ​ໄລ​ຍະ 2020-2021 ​ໂດຍ​ລັດ​ຖະ​ບານ​ອິນ​ເດຍ, ໃນ​ບໍ​ລິ​ເວນ​ແຂວງ ເຮົ້າ​ຢາງ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ໜູນ​ຊ່ວຍ. ພິເສດແມ່ນໂຄງການສະໜັບສະໜູນ ແລະ ສະໜອງນ້ຳສະອາດໃຫ້ແກ່ປະຊາຊົນເຂດໄພແຫ້ງແລ້ງ ແລະ ນ້ຳເຄັມ​ຊືມ​ເຂົ້າ ແຂວງເຮົ້າຢາງ ເຊິ່ງສະໜອງນ້ຳໄດ້ 205 ຖັງ, ຖັງລະ 1.000 ລິດ ແລະ ກໍ່ສ້າງທໍ່ສົ່ງນ້ຳສະອາດ ທີ່ມີຄວາມຍາວກວ່າ 4.100 ແມັດ ຮັບໃຊ້ນ້ຳສະອາດໃຫ້ 189 ຄົວເຮືອນຢູ່ຕາແສງລອງແທ່ງ, ເມືອງຟຸງເຫີບ.

ໂຄງ​ການ​ນີ້, ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ທັນ​ການ, ໄດ້​ຮັບ​ຜົນ​ດີ​ຫຼາຍ. ນັບ​ແຕ່​ໄດ້​ສ້າງ​ສຳ​ເລັດ ​ແລະ ນຳ​ໃຊ້​ມາ, ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ມີແຫຼ່ງ​ນ້ຳ​ສະອາດໃຊ້, ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ. ນີ້​ແມ່ນ​ບັນດາ​ລາຍການ​ສຳຄັນ​ທີ່​ສຸດ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ເລື້ອຍໆ​ປັບ​ຕົວ​ເຂົ້າ​ກັບ​ສະພາບໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ເຄັມ ​ໄດ້​ດີ​ຂຶ້ນ.

ນອກ​ນີ້​ຍັງ​ຢູ່​ພາຍ​ໃຕ້​ໂຄງການກອງ​ທຶນ​ໂຄງການ, ​ໂຄງການ​ກໍ່ສ້າງ​ຕົວ​ແບບ​ຊົນລະປະທານ, ການຫົດນ້ຳທີ່ທັນສະໄໝ ​ແລະ ປະຢັດ​ນ້ຳ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 4.0 ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ເຄັມ ​ໄດ້​ຜັນຂະຫຍາຍການສ້າງ​ສະຖານີ​ວັດ​ແທກ​ຄວາມ​ເຄັມ​ແບບ​ອັດ​ຕະ​ໂນ​ມັດ, ຕິດ​ຕັ້ງ​ລະບົບ​ຊົນລະປະທານ​ປະຢັດ​ນ້ຳ​ທີ່​ກ້າວໜ້າ, ນຳໃຊ້ເຕັກໂນໂລຊີ 4.0 ໃນເນື້ອທີ່ 5.5 ເຮັກຕາ ໂດຍມີ 8 ຄອບຄົວເຂົ້າຮ່ວມ, ຮັບໃຊ້ເນື້ອທີ່ສວນໝາກໄມ້ໃນຂອບເຂດໂຄງການເປັນຕົ້ນຕໍ. ດ້ວຍ​ເຫດ​ນີ້, ໄດ້ຊ່ວຍ​ໃຫ້​ປະຕິບັດສຳ​ເລັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເທື່ອ​ລະ​ກ້າວ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ເຄັມ​ຈາກ​ທະ​ເລ​ຕາ​ເວັນ​ອອກ​ມາ​ຍັງ​ເມືອງ ​ເຈົາ​ແທ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.