ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ລາວ ປາ​ນີ ຢາ​ທໍ່​ຕູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

10:24 | 01/05/2022

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ຫວຽດນາມ, ຕອນບ່າຍວັນທີ 29 ເມສາ, ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ.ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເປັນຫົວໜ້າຄະນະ, ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຢາງ.

ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ
“ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022 “ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022
ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນມອບຂອງຂວັນໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ (ພາບ: TTXVN)
ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນມອບຂອງຂວັນໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ແຂວງ ຮ່າຢາງ ແລະ ບາງແຂວງຂອງ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກນຳກັນເປັນປົກກະຕິ. ທ່ານເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງ ປານີ ຢາທໍ່ຕູ້ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນມິດຕະພາບລະຫວ່າງ ລາວ ແລະ ຫວຽດນາມ; ການເຄື່ອນໄຫວຂອງຄະນະຢູ່ແຂວງ ຮ່າຢາງ ຄັ້ງນີ້ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ສ່ວນທ່ານນາງ ປານີ ຢາທໍ່ຕູ້ ກໍສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ແຂວງ ຮ່າຢາງ ທີ່ບັນລຸໄດ້ໃນຊຸມປີຜ່ານມາ. ນີ້ຈະເປັນບົດຮຽນເພື່ອໃຫ້ ລາວໄດ້ສຶກສາຄົ້ນຄວ້າ, ໝູນໃຊ້ເຂົ້າໃນສະພາບຕົວຈິງຂອງປະເທດຊາດເສີມສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຕະຫຼອດການ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.