ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad

09:14 | 04/05/2022

ຍສໝ - ຕອນ​ຄ່ຳ​ວັນ​ທີ 29 ​ເມສາ​ນີ້, ຢູ່​ໂຮງແຮມ Rex ນະຄອນໂຮ່ຈີມິນ, ​ສະຖານກົງສຸນ​ໃຫຍ່​ຮົງ​ກາລີ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານປະສານດົນຕີ Jazz V4 ​ແລະ ການ​ພົບ​ປະ​ແລກປ່ຽນການກິນດື່ມ ​ລະຫວ່າງບັນດາ​ປະ​ເທດໃນກຸ່ມ V4.

3 ພາກສ່ວນຮ່ວມມືຜະລິດ ແລະ ຈໍາໜ່າຍຕະພັນສັນຍາລັກແຄນລາວ ເພື່ອສົ່ງເສີມດົນຕີພື້ນເມືອງລາວ ທີ່ເປັນມໍລະດົກໂລກ 3 ພາກສ່ວນຮ່ວມມືຜະລິດ ແລະ ຈໍາໜ່າຍຕະພັນສັນຍາລັກແຄນລາວ ເພື່ອສົ່ງເສີມດົນຕີພື້ນເມືອງລາວ ທີ່ເປັນມໍລະດົກໂລກ
Video: ວົງດົນຕີພິເສດຂອງສະຫະປະຊາຊາດ ຮ້ອງເພງ “ເຊື່ອມຕໍ່ໂລກ”  ເພື່ອຮຽກຮ້ອງ ແລະ ຊຸກຍູ້ໃຫ້ທົ່ວໂລກສາມັກຄີກັນໃນການຕໍ່ສູ້ກັບໂລກລະບາດ COVID-19 Video: ວົງດົນຕີພິເສດຂອງສະຫະປະຊາຊາດ ຮ້ອງເພງ “ເຊື່ອມຕໍ່ໂລກ” ເພື່ອຮຽກຮ້ອງ ແລະ ຊຸກຍູ້ໃຫ້ທົ່ວໂລກສາມັກຄີກັນໃນການຕໍ່ສູ້ກັບໂລກລະບາດ COVID-19

ກຸ່ມ V4 ຫຼື ກຸ່ມ Visegrad ແມ່ນພັນທະມິດດ້ານວັດທະນະທຳ ແລະ ການຕ່າງປະເທດຂອງ 4 ປະເທດເອີລົບກາງ ເຊິ່ງປະກອບມີ ຮົງກາລີ, ສາທາລະນະລັດ ໂປໂລຍ, ສາທາລະນະລັດ ເຊັກໂກ ແລະ ສາທາລະນະລັດ ສະໂລວາກີ ເຊິ່ງໄດ້ຮັບການສ້າງຕັ້ງພາຍຫຼັງກອງປະຊຸມສຸດຍອດລະຫວ່າງຜູ້ນຳ ເຊັກໂກສະໂລວາກີ (ເກົ່າ), ໂປໂລຍ ແລະ ຮັງກາຣີ ໃນເມືອງ Visegrad ໃນວັນທີ 15 ກຸມພາ 1991. ເຫດການດັ່ງກ່າວໄດ້ຈັດຂຶ້ນໃນອາຍຸການຂອງຮົງກາລີ ເປັນປະທານກຸ່ມ V4.

ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad
ປະສານດົນຕີ ແລະ ການແລກປ່ຽນການກິນດື່ມ ຂອງບັນດາປະເທດໃນກຸ່ມ Visegrad. (ພາບ: HUFO)

ຈຸດ​ເດັ່ນ​ຂອງ​ເຫດການ ​ແມ່ນ​ການ​ສະ​ແດງ jazz ​ເອີ​ລົບ​ກາງຍຸກປະຈຸບັນ ໂດຍ​ວົງດົນຕີ Jazz V4 ປະ​ກອບ​ມີ​ນັກ​ດົນ​ຕີ 4 ຄົນ, ແຕ່​ລະ​ຄົນ ມາຈາກປະ​ເທດໜຶ່ງ​ໃນ​ກຸ່ມ Visegrad, ປະດິດແຕ່ງດ້ວຍຕົນເອງ ແລະ ສະແດງ​ບັນ​ດາ​ບົດ​ປະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ ​ດ້ວຍ​ເຄື່ອງ​ດົນ​ຕີ saxophone, double bass, drums ແລະ piano.

ພາຍຫຼັງການສະແດງດົນຕີ, ບັນດາຜູ້ແທນ ແລະ ແຂກຮັບເຊີນໄດ້ຊິມຜະລິດຕະພັນອາຫານພິເສດຈາກພໍ່ຄົວ Béla Prohaska - ຮອງປະທານສະມາຄົມຄຸນຄ່າແຫ່ງຊາດ ຮົງກາລີ ແລະ Hungarikums.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.