ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດການນຳຂັ້ນສູງ ລາວ

16:16 | 29/04/2022

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນເຊື່ອໝັ້ນວ່າ ປະເທດ ລາວ ຈະຟື້ນຟູເສດຖະກິດ - ສັງຄົມໂດຍໄວ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ວາງອອກໄດ້ຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບກິຕິມະສັກກົງສູນ ຫວຽດນາມ ຢູ່ສະວິດ Philipp Rosler ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບກິຕິມະສັກກົງສູນ ຫວຽດນາມ ຢູ່ສະວິດ Philipp Rosler
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕອນຮັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕອນຮັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 28 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານຕາມພິທີການທູດ.

ທີ່ບັນດາການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນຂອງການນຳພັກ, ລັດ ຫວຽດນາມ ເຖິງການນຳຂັ້ນສູງລາວ ເນື່ອງໃນໂອກາດບຸນປີໃໝ່; ຊົມເຊີຍບັນດາຜົນງານພົວພັນພາຍໃນ ແລະ ຕ່າງປະເທດ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ຍາດມາໄດ້ໃນໄລຍະຜ່ານມາ; ທ່ານເຊື່ອໝັ້ນວ່າ ປະເທດ ລາວ ຈະຟື້ນຟູເສດຖະກິດ - ສັງຄົມໂດຍໄວ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ວາງອອກໄດ້ຢ່າງມີໄຊ.

ບັນດາການນຳ ລາວ ໄດ້ສົ່ງຄຳຂອບໃຈ ແລະ ຄຳຢື້ຢາມຖາມຂ່າວເຖິງບັນດາການນຳຂັ້ນສູງ ຫວຽດນາມ; ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.